ມະຫາວິທະຍາໄລແຫ່ງຊາດ(ມຊ) ໄດ້ຈັດພິທີມອບ-ຮັບຕໍາແໜ່ງວິຊາການຄູຂັ້ນສາດສະດາຈານພິເສດ, ສາດສະດາຈານ(ສຈ), ຂັ້ນຮອງສາດສະດາຈານ(ຮສ)ຂຶ້ນໃນວັນທີ 12 ກຸມພາຜ່ານມາທີ່ ມຊໂດຍການໃຫ້ກຽດເປັນປະທານຂອງທ່ານ ພຸດສິມມາລາວົງ ປະທານສະພາການສຶກສາຊັ້ນສູງແຫ່ງຊາດລັດຖະມົນຕີກະຊວງສຶກສາທິການແລະກິລາ (ສສກ), ມີທ່ານ ບໍ່ແສງຄຳ ວົງດາລາ ປະທານສະພາ ມຊ, ທ່ານ ອຸດົມພອນຄໍາເພັງກຳມະການສະພາການສຶກສາຊັ້ນສູງແຫ່ງຊາດ ຮອງປະທານສະພາທັງເປັນອະທິການບໍດີ ມຊພ້ອມດ້ວຍຄູ-ອາຈານຜູ້ທີ່ໄດ້ຮັບຕຳແໜ່ງວິຊາການຄູຈາກ ມຊ ແລະມະຫາວິທະຍາໄລວິທະຍາສາດສຸຂະພາບ (ມວສ) ເຂົ້າຮ່ວມ.    
ທ່ານ ອຸດົມພອນຄໍາເພັງ ໄດ້ຜ່ານບົດລາຍງານການຄົ້ນຄວ້າຕໍາແໜ່ງວິຊາການຄູສອນວ່າ:ການຈັດຕັ້ງພິທີປະກາດຂັ້ນສາດສະດາຈານ, ຮອງສາດສະດາຈານ, ອາຈານ ແລະ ຜູ້ຊ່ວຍອາຈານໃນຄັ້ງນີ້ຈັດຂຶ້ນເປັນຊຸດທີ15,ຜ່ານການຄົ້ນຄວ້າກອງປະຊຸມໄດ້ຮັບຮອງຕໍາແໜ່ງວິຊາການຄູທັງໝົດ 14 ທ່ານ ຍິງ 6 ທ່ານຈາກ 2 ຄະນະວິຊາຄື: ຄະນະເສດຖະສາດ ແລະບໍລິຫານທຸລະກິດ ແລະຄະນະສະຖາປັດຕະຍະກໍາສາດ ມຊຊຶ່ງປະກອບມີຂັ້ນອາຈານຈໍານວນ 7 ທ່ານຍິງ 3 ທ່ານ, ຂັ້ນຮອງສາດສະດາຈານ 6 ທ່ານຍິງ 3 ທ່ານ ແລະ ຂັ້ນສາດສະດາຈານພິເສດຈຳນວນ 1 ທ່ານ. ໃນນັ້ນ, ຂັ້ນສາດສະດາຈານພິເສດແມ່ນໄດ້ຮັບຮອງອະນຸມັດຈາກທ່ານອະທິການບໍດີ ມຊ ຂໍ້ຕົກລົງສະບັບເລກທີ 419/ມຊ, ລົງວັນທີ 9 ກຸມພາ 2024 ແລະ ຂັ້ນຮອງສາດສະດາຈານຈຳນວນ 6 ທ່ານ ໄດ້ຜ່ານການພິຈາລະນາຮັບຮອງໃນກອງປະຊຸມສະພາການສຶກສາຊັ້ນສູງແຫ່ງຊາດ ຄັ້ງວັນທີ14 ພະຈິກ 2023 ແລະ ໄດ້ຮັບການອະນຸມັດອອກດຳລັດທ່ານນາຍົກລັດຖະມົນຕີ ສະບັບເລກທີ 109-114/ນຍ; ລົງວັນທີ 18ມັງກອນ2024. ສຳລັບຂັ້ນອາຈານຈຳນວນ 7 ທ່ານ ແມ່ນລໍຖ້າການພິຈາລະນາຮັບຮອງຈາກທ່ານລັດຖະມົນຕີກະຊວງ ສສກ ຄາດວ່າຈະອອກມາໃນມໍ່ໆນີ້.
ໂອກາດນີ້, ທ່ານ ພຸດ ສິມມາລາວົງໄດ້ສະແດງຄວາມຍ້ອງຍໍ-ຊົມເຊີຍຕໍ່ຜົນງານການຄົ້ນຄວ້າວິທະຍາສາດ ຂອງພະນັກງານ, ຄູ-ອາຈານຂອງມຊແລະ ມວສ ທີ່ໄດ້ຮັບຕໍາແໜ່ງວິຊາການຄູ ພ້ອມທັງຮຽກຮ້ອງເພື່ອບັນລຸຈຸດໝາຍດັ່ງກ່າວນັ້ນ, ບັນດາທ່ານທີ່ໄດ້ຮັບການອະນຸມັດແຕ່ງຕັ້ງຂັ້ນຕ່າງໆນັ້ນແຕ່ລະທ່ານລ້ວນແຕ່ມີຜົນງານດ້ານວິຊາການກ່ຽວກັບການສິດສອນ, ການປິ່ນປົວ ແລະ ການຄົ້ນຄວ້າວິທະຍາສາດ ຊຶ່ງມີຄວາມຊໍານານໃນຂະແໜງການສຶກສາວິທະຍາສາດການແພດ, ການວາງແຜນສະພາບແວດລ້ອມເມືອງ, ເສດຖະສາດ, ບໍລິຫານທຸລະກິດ, ສາທາລະນະສຸກສາດ ແລະ ສັງຄົມ. ນັບແຕ່ມື້ນີ້ໄປບັນດາທ່ານເຫຼົ່ານີ້ກໍຈະສືບຕໍ່ພາລະໜ້າທີ່ຊ່ວຍພັດທະນາການສຶກສາ ແລະ ວິຊາສະເພາະໃຫ້ຂະຫຍາຍຕົວທາງດ້ານປະລິມານ ແລະ ຄຸນນະພາບ. ສະນັ້ນ, ບັນດາທ່ານທີ່ໄດ້ຮັບຕໍາແໜ່ງ ຈະໄດ້ສືບຕໍ່ປະກອບສ່ວນວຽກງານໃນສະຖານທີ່ຕ່າງໆນັ້ນ ມັນຮຽກຮ້ອງໃຫ້ພວກທ່ານຕ້ອງມີຄວາມອົດທົນພະຍາຍາມສູງ ເພື່ອເຮັດສຳເລັດໜ້າທີ່ໆການຈັດຕັ້ງມອບໝາຍໃຫ້. ເຊື່ອໝັ້ນວ່າ ພວກທ່ານຈະສືບຕໍ່ສິດສອນ, ປິ່ນປົວ ແລະ ຄົ້ນຄວ້າວິທະຍາສາດເພື່ອນຳເອົາຄວາມຮູ້-ຄວາມສາມາດ ແລະ ປະສົບການໄປຝຶກຝົນ-ຫຼໍ່ຫຼອມພະນັກງານສືບທອດຂອງພັກ-ລັດເຮົາໃນອະນາຄົດ, ເປັນຜູ້ທີ່ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ມີຄວາມສາມາດ, ມີລະບຽບວິໄນ, ມີຫົວຄິດປະດິດສ້າງໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຕົນໃຫ້ມີຜົນສຳເລັດຕາມລະດັບຄາດໝາຍເທື່ອລະກ້າວ.
ຂ່າວ-ພາບ: ພູວຽງ