ລາຍການແຂ່ງຂັນຊົກມວຍລາວ ລະດັບຊາດ ຊີງແຊັມສາຍແອວກຽດຕິຄຸນ ຂອງທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຮອບທີ 2 ຈະຈັດຂຶ້ນໃນວັນທີ 23 ກຸມພາ 2024 ນີ້ ທີ່ສະໜາມກິລາ ຫຼັກ2 ນະຄອນປາກເຊ ແຂວງຈຳປາສັກ ເພື່ອຄັດເລືອກເອົານັກກິລາມວຍ ໃນແຕ່ລະຮຸ່ນນ້ຳໜັກ ຄື: ຮຸ່ນ 51 ກິໂລ, 57 ກິໂລ ແລະ 65 ກິໂລ  ກຽມສົ່ງເຂົ້າຮ່ວມແຂ່ງຂັນ ໃນລະດັບພາກພື້ນ ແລະ ສາກົນ ໃນຕໍ່ໜ້າ. 
ທ່ານ ສຸກດາລາ ນໍລະແສງ ຮອງປະທານສະຫະພັນມວຍລາວແຫ່ງຊາດທັງເປັນປະທານບໍລິສັດທະວີຊັບ ກໍ່ສ້າງຂົວທາງ ຈຳກັດ ຜູ້ດຽວ ໄດ້ຖະແຫຼງຂ່າວຕໍ່ສືມວນຊົນກ່ຽວກັບການຈັດການແຂ່ງຂັນຊົກມວຍລາຍການດັ່ງກ່າວ ໃນວັນທີ 14 ກຸມພາ ນີ້ ວ່າ: ການແຂ່ງຂັນຊົກມວຍລາວ ໃນຄັ້ງນີ້, ຈັດຂຶ້ນເປັນຮອບທີ 2 ຊຶ່ງເປັນຮອບຄັດເລືອກເອົາຜູ້ຊະນະເລີດໜຶ່ງດຽວໃນ 3 ຮຸ່ນນໍ້າໜັກ ເພື່ອໄປຊີງກັນໃນຮອບສຸດທ້າຍເພື່ອຍາດເອົາສາຍແອວກຽດຕິຄຸນ  ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຊຶ່ງຮອບ 2 ຈະຈັດຂຶ້ນ ໃນວັນທີ 23 ກຸມພາ 2024 ທີ່ຈະມາເຖິງນີ້, ມີການແຂ່ງຂັນທັງໝົດ 16 ຄູ່. ໃນນັ້ນ, ເປັນມວຍຮອບ 8 ຄູ່ ແລະ ມວຍປະກອບລາຍການ 8 ຄູ່. ໃນນັ້ນຍັງໄດ້ເຊີນເອົານັກມວຍຈາກປະເທດເພື່ອນບ້ານມາຊົກກັບນັກມວຍລາວ ສ້າງສີສັນ ໃຫ້ງານຄຶກຄື້ນຂຶ້ນຕື່ມອີກ ຊຶ່ງທ່ານໃດທີ່ໝັກຮັກໃນກິລາດັ່ງກ່າວສາມາດເຂົ້າຊົມໄດ້ ບໍ່ເສຍຄ່າຜ່ານປະຕູ.
ການແຂ່ງຂັນມວຍລາວ ໃນຄັ້ງນີ້, ເປັນການສ້າງນັກກິລາມວຍ ຢູ່ ສປປ ລາວ ໃຫ້ມີຄວາມເຂັ້ມແຂງທຽບເທົ່າພາກພື້ນ ແລະ ສາກົນ, ທັງເປັນການເຜີຍແຜ່ໃຫ້ປະຊາຊົນລາວ ຮູ້ຈັກມວຍລາວ ໃຫ້ເລິກເຊິ່ງ, ແນໃສ່ສົ່ງເສີມປີທ່ອງທ່ຽວລາວ 2024 ໃຫ້ເປັນຂະບວນການຟົດຟື້ນ, ແນໃສ່ດຶງດູດເອົານັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ອງທ່ຽວ ສປປ ລາວ ໃຫ້ຫຼາຍຂຶ້ນ. ທັງເປັນການຊອກຫານັກກິລາດາວເດັ່ນໜຶ່ງດຽວ ຂອງ ສປປ ລາວ ໃນຮຸ່ນນ້ຳໜັກ 51 ກິໂລ, ຮຸ່ນ 57 ກິໂລ ແລະ ຮຸ່ນ 65 ກິໂລ ເພື່ອຕິດທີມຊາດກຽມສົ່ງເຂົ້າຮ່ວມແຂ່ງຂັນລາຍການຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ ໂດຍສະເພາະແມ່ນກຽມຄວາມພ້ອມໃຫ້ແກ່ມະຫະກຳກິລາຊີເກມ ຄັ້ງທີ 33 ທີ່ປະເທດໄທ ຮັບກຽດເປັນເຈົ້າພາບ ໃນປີ 2025.ສຳລັບ ເງິນລາງວັນ ຮຸ່ນນໍ້າໜັກ 57 ກິໂລ ແລະ ຮຸ່ນ 65 ກິໂລ ທີ1 ໄດ້ຮັບສາຍແອວກຽດຕິຄຸນຂອງທ່ານນາຍົກລັດຖະມົນຕີ  ພ້ອມເງິນລາງວັນ 100 ລ້ານກີບ ແລະ ທີ2  ໄດ້ຮັບເງິນລາງວັນ 50 ລ້ານກີບ. ສ່ວນຮຸ່ນນໍ້າໜັກ 51 ກິໂລ ທີ1  ໄດ້ຮັບສາຍແອວ ພ້ອມເງິນລາງວັນ 60 ລ້ານກີບ ແລະ ທີ2 ໄດ້ຮັບເງິນລາງວັນ 30 ລ້ານກີບ.
  ທ່ານຮອງປະທານຍັງໃຫ້ຮູ້ຕື່ມວ່າ: ຈຸດປະສົງຂອງການຈັດການແຂ່ງຂັນມວຍລາວ ລາຍການນີ້ ກໍເພື່ອເປັນການໂຄສະນາເຜີຍແຜ່ມວຍລາວໃຫ້ຊາວຕ່າງປະເທດໄດ້ຮັບຮູ້ປະເທດລາວເຮົາຫຼາຍຂຶ້ນ ເພື່ອດຶງດູດເອົານັກທ່ອງເຂົ້າທ່ອງທ່ຽວ ສປປ ລາວ ໃຫ້ນັບມື້ຫຼາຍຂຶ້ນ ໂດຍສະເພາະ ສປປ ລາວໄດ້ເປີດປີທ່ອງທ່ຽວ ລາວ 2024, ເປັນການສົ່ງເສີມໃຫ້ ຊາວໜຸ່ມ ຫັນມາຫຼິ້ນກິລາມວຍໃຫ້ຫຼາຍຂຶ້ນ ແລະ ອື່ນໆ.
ຂ່າວ-ພາບ: ຕຸໄລເພັດ