ຫ້ອງການສຶກສາທິການ ແລະ ກິລາ ເມືອງບໍ່ແຕນ ແຂວງໄຊຍະບູລີ ໄດ້ຈັດຕັ້ງການສອບເສັງນັກຮຽນເກັ່ງ ຂັ້ນເມືອງປະຈຳສົກຮຽນ 2023-2024 ຂຶ້ນທີ່ສະໂມສອນຂອງເມືອງ ໃນວັນທີ 14 ກຸມພາ ຜ່ານມ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ບຸນທອງ ວັນນາ ຮອງເຈົ້າ ເມືອງ ບໍ່ແຕນ, ມີທ່ານ ບຸນປັນ ເທບພະວົງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ມີພາກສ່ວນກ່ຽຂ້ອງເຂົ້າຮ່ວມ. 
ການສອບເສັງຄັ້ງນີ້, ມີນັກຮຽນຊັ້ນປະຖົມ (ປ5), ມັດທະຍົມຕອນຕົ້ນ (ມ4), ຊັ້ນມັດທະຍົມຕອນປາຍ (ມ7). ມີຕົວແທນຂອງນ້ອງນັກຮຽນທີ່ມາຈາກໂຮງຮຽນແຕ່ລະແຫ່ງໃນທົ່ວເມືອງເຂົ້າຮ່ວມສອບເສັງທັງໝົດ 99 ນ້ອງ ຍິງ 75 ນ້ອງ. ໃນນັ້ນ, ຊັ້ນປະຖົມມີນັກສອບເສັງເຂົ້າຮ່ວມ 36 ນ້ອງ ຍິງ 22 ນ້ອງ, ຊັ້ນມັດທະຍົມຕອນຕົ້ນ ມ4 ມີ 39 ນ້ອງ ຍິງ 36 ນ້ອງ. ຊັ້ນມັດທະຍົມຕອນປາຍ ມ7 ມີ 24 ນ້ອງ ຍິງ 17 ນ້ອງ. ວິຊາທີ່ນໍາມາສອບເສັງ ຊັ້ນປະຖົມ ມີ 3 ວິຊາສອບເສັງຄື: ວິຊາພາສາລາວວັນນະຄະດີ, ວິຊາຄະນະິດສາດ, ວິທະຍາສາດ-ສິ່ງແວດລ້ອມ. ຊັ້ນມັດທະຍົມ ມ4 ແລະ ມ7 ມີ 4 ວິຊາສອບເສັງດັ່ງນີ້: ວິຊາພາສາລາວວັນນະຄະດີ, ວິຊາຄະນິດສາດ, ວິຊາຟີຊິກສາດ ແລະ ວິຊາເຄມີສາດ.
ຜ່ານການສອບເສັງສາມາດສະຫຼຸບໄດ້ດັ່ງນີ້. ຊັ້ນປະຖົມ ອັນດັບທີ 1, ວິຊາພາສາລາວ-ວັນນະຄະດີ ນາງ ທິບພະສອນ ດົງບຸນມີ, ວິຊາຄະນິດສາດ ທ້າວ ພິລະໄຊ ຊັບສົມບັດ, ວິຊາວິທະຍາສາດ-ສິ່ງແວດລ້ອມ ທ້າວ ພິລະນັດ ແກ້ວເງິນຫອມ. ຊັ້ນມັດທະຍົມຕົ້ນ (ມ4), ວິຊາພາສາລາວ-ວັນນະຄະດີ ນາງ ສິລິຕາ ວິໄລວັນ ມາຈາກໂຮງຮຽນ ມສ ບໍ່ແຕນ, ວິຊາຄະນິດສາດ ທ້າວ ທະນາກອນ ດວງມາລາ ມາຈາກໂຮງຮຽນ ມໍຕົ້ນນາກອກ,  ວິຊາຟີຊິກສາດ ທ້າວ ພົງສະກອນ ແສນສິຈະປັນຍາ ມາຈາກໂຮງຮຽນ ມສ ນໍ້າພຸ, ວິຊາເຄມີ ນາງ ປັອກ ຈັນທະຈິກ ມາຈາກໂຮງຮຽນ ມສ ບໍ່ແຕນມີໄຊ ແລະ ຊັ້ນມັດທະຍົມປາຍ (ມ7) ອັນດັບທີ 1, ວິຊາພາສາລາວ-ວັນນະຄະດີ ນາງ ພອນເພັດ ຈັນທະມາດ ມາຈາກໂຮງຮຽນ ມສ ນໍ້າພຸ, ວິຊາຄະນິດສາດ ນາງ ອາລິສາ ໄຊອຸດົມ ມາຈາກໂຮງຮຽນ ມສ ບໍ່ແຕນ, ວິຊາຟີຊິກສາດຊັ້ນ ນາງ ພອຍໄພລິນ ວິໄລທອງ ມາຈາກໂຮງຮຽນ ມສ ບໍ່ແຕນມີໄຊ, ວິຊາເຄມີຊັ້ນ ທ້າວ ສະແຕມ ໄຊຍະສອນ ມາຈາກໂຮງຮຽນ ມສ ບໍ່ແຕນ. ການຈັດຕັ້ງສອບເສັງນັກຮຽນເກັ່ງໃນຄັ້ງນີ້, ເພື່ອເປັນການຍົກລະດັບຄຸນນະພາບການສຶກສາແຕ່ລະຂັ້ນໃຫ້ສູງຂຶ້ນເທື່ອລະກ້າວຊອກໃຫ້ໄດ້ນັກຮຽນເກັ່ງ ແລະ ມີພອນສະຫວັນແຕ່ລະດ້ານກະກຽມເຂົ້າຮ່ວມການສອບເສັງນັກຮຽນເກັ່ງໃນຂັ້ນແຂວງທີ່ຈະຈັດຂຶ້ນໃນຕົ້ນເດືອນມີນານີ້.
(ຂ່າວ-ພາບ: ສາຍຄຳ ບຸນຍາວົງ ລາຍງານ)