ກອງປະຊຸມຄະນະຮັບຜິດຊອບລະດັບຊາດຄັ້ງທີ II ໄດ້ກະກຽມຈັດການແຂ່ງຂັນງານມະຫະກໍາກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII ຂຶ້ນໃນວັນທີ 14 ກຸມພາຜ່ານມາທີ່ວິທະຍາໄລຄູສາລະວັນ ພາຍໃຕ້ການເປັນປະທານຂອງທ່ານ ດາວວົງ ພອນແກ້ວ ເຈົ້າແຂວງສາລະວັນ, ມີທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ) ທັງເປັນປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ ພ້ອມດ້ວຍການນໍາ ແຂວງ, ເມືອງ, ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ດາວວົງ ພອນແກ້ວ ກ່າວວ່າ: ກອງປະຊຸມຄັ້ງນີ້ຈັດຂຶ້ນເພື່ອປຶກສາຫາລື, ຄົ້ນຄວ້າ, ແລກປ່ຽນປະ ກອບຄໍາຄິດຄຳເຫັນຈາກຫຼາຍພາກສ່ວນ ຕໍ່ບັນດາເນື້ອໃນ, ນິຕິກໍາຕ່າງໆ ເປັນຕົ້ນລາຍງານຄວາມຄືບໜ້າການກະກຽມຜ່ານຮ່າງຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງ 35 ອະນຸກໍາມະການ, ການປັບປຸງໂລໂກ້-ສັດນໍາໂຊກ ແລະ ເນື້ອໃນຄວາມໝາຍ, ການຈັດສັນ-ລະບຽບການຄຸ້ມຄອງງົບປະມານ ແລະ ວຽກງານການກໍ່ສ້າງສະໜາມເປີດ-ປິດ, ສະໜາມແຂ່ງ ຂັນ, ສະຖານທີ່ພັກ ແລະ ວຽກງານອື່ນໆ.
ຜ່ານການຄົ້ນຄວ້າກອງປະຊຸມໄດ້ເຫັນດີເປັນເອກະພາບ ຮັບຮອງເອົາຫຼາຍວຽກສຳຄັນຄື: ຮັບຮອງຮ່າງຂໍ້ຕົກລົງການແຕ່ງຕັ້ງອະນຸກຳມະການ, ລະບຽບການຄຸ້ມຄອງງົບປະມານ, ການຈັດສັນງົບປະມານຮັບໃຊ້ຈຳນວນ 30 ຕື້ກີບໃຫ້ບັນດາກຳມະການ, ການປັບປຸງໂລໂກ້, ສັດນໍາໂຊກບາງຈຸດ, ແຜນດຳເນີນງານຈັດງານ, ຄາດຄະເນການກຳນົດເວລາ 14:00-17:00 ໂມງຂອງພິທີເປີດ, ຄົ້ນຄວ້າຮູບແບບພິທີທາງການ, ຄົ້ນຄວ້າຮູບແບບການສະແດງໃຫ້ກະທັດຮັດມີເນື້ອໃນລັກສະນະຊາດ, ປະຫວັດສາດ, ວັດທະນະທຳຂອງແຂວງ ແລະ ລັກສະນະຂອງການສຶກສາ, ການປະດິດບົດເພງ, ເນື້ອຮ້ອງ ແລະ ທຳນອງເພງໃຫ້ສອດຄ່ອງກັບວັດທະນະທຳອັນດີງາມຂອງແຂວງ, ສອດຄ່ອງກັບການຈັດງານແຂ່ງຂັນ. ສຳລັບກ້ອນກຳລັງຕ່າງໆໃຫ້ຄົ້ນຄວ້າເອົານັກຮຽນສາມັນສຶກສາຕາມຄວາມເໝາະສົມທັງເຫັນດີຮັບຮອງເອົາການລາຍງານຂອງກຳມະການເຕັກນິກຈັດການແຂ່ງຂັນ ແລະ ຮັບຮອງໂດຍພື້ນຖານຕໍ່ການສະເໜີເອົາກິລາອີສະປອດເຂົ້າເປັນກິລາສາທິດ ແລະ ວຽກງານອື່ນໆ.
ງານກິລາດັ່ງກ່າວຈະຈັດຂຶ້ນໃນລະຫວ່າງວັນທີ 13-22 ທັນວາ 2024 ກໍານົດເອົາ 12 ປະເພດກິລາບັນຈຸເຂົ້າໃນການແຂ່ງຂັນຄື: ແລ່ນ-ລານ, ບານເຕະ, ບານສົ່ງໃນຮົ່ມ-ຫາດຊາຍ, ບານບ້ວງ, ກະຕໍ້, ປິ່ງປັອງ, ດອກປີກໄກ່, ເປຕັງ, ໝາກແລ້, ໜ້າເກັກ ແລະ ເທັກຄວັນໂດ ຄາດວ່າຈະມີການສາທິດກິລາອີສະປອດ ເພື່ອກຽມຈະບັນຈຸໃນງານກິລານັກຮຽນໃນຄັ້ງຕໍ່ໄປ.
(ຂ່າວ: ຂປລ)