ຂປລ. ທີມນັກເກັບຂໍ້ມູນ 23 ທ່ານ ຈາກບັນດາວິທະຍາໄລຄູ ຂອງກະຊວງສຶກສາທິການ ແລະ ກິລາ(ສສກ) ໄດ້ລົງເກັບກຳຂໍ້ມູນທຽບຖານສຳລັບ ກໍລະນີສຶກສາຄົ້ນຄວ້າການຮຽນ-ການສອນ ແບບເໝາະສົມສຳລັບເດັກທຸກຄົນ ເປັນໄລຍະເວລາ 3 ປີ(2024-2026) ຢູ່ໂຮງຮຽນຊັ້ນປະຖົມສຶກສາ 120 ແຫ່ງ ຢູ່ 30 ເມືອງເປົ້າໝາຍໃນ 7 ແຂວງ ຄື: ຜົ້ງສາລີ, ຫຼວງນ້ຳທາ, ບໍ່ແກ້ວ, ຫົວພັນ, ຊຽງຂວາງ, ຄຳມ່ວນ ແລະ ແຂວງສະຫວັນນະເຂດ ໂດຍເລີ່ມແຕ່ກາງ ເດືອນກຸມພາ ຫາ ເດືອນມີນາ ຂອງທຸກປີ ເພື່ອສຶກສາວິໄຈຄຸນນະພາບການຮຽນ-ການສອນ ທີ່ຈະນຳໄປສູ່ການມີສ່ວນຮ່ວມຂອງນັກຮຽນໃນການຮຽນຫຼາຍຂຶ້ນ ແລະ ສາມາດປັບປຸງຜົນການຮຽນຂອງນັກຮຽນ.
ທ່ານ ເກດ ພັນລັກ ຫົວໜ້າກົມສ້າງຄູ ໄດ້ກ່າວເມື່ອບໍ່ດົນມານີ້ວ່າ: ກົມສ້າງຄູ ໄດ້ຊີ້ນໍາການອອກແບບການສຶກສາວິໄຈ ການສອນທີ່ເໝາະສົມສຳລັບເດັກທຸກຄົນ ແລະ ວິທີການສະໜັບສະໜູນນັກເກັບຂໍ້ມູນທີ່ຈະລົງໄປປະເມີນຢູ່ໂຮງຮຽນ ແລະ ວິທີ ທີ່ຈະອໍານວຍຄວາມສະດວກແກ່ການສົນທະນາ ກ່ຽວກັບຂໍ້ມູນທີ່ເກັບໄດ້ໃນເບື້ອງຕົ້ນ. ການສຶກສາຄົ້ນຄວ້າຄັ້ງນີ້ ໄດ້ຮັບການສະໜັບສະໜູນ ຈາກລັດຖະບານອົສຕຣາລີ ແລະ ອົງການພັດທະນາສາກົນ ຂອງປະເທດສະຫະລັດອາເມຣິກາ ໂດຍຜ່ານແຜນງານບີຄວາຊຶ່ງຈະຮວບຮວມເອົາຂໍ້ມູນດ້ານການປ່ຽນແປງ ແລະ ການປັບປຸງການປະຕິບັດການສິດສອນຂອງຄູ ຂັ້ນ ປ.1, ປ.2 ແລະ ປ.3ພ້ອມທັງສຶກສາວ່າ ການປະຕິບັດເຫຼົ່ານັ້ນ ແມ່ນມີຜົນກະທົບແນວໃດຕໍ່ກັບການມີສ່ວນຮ່ວມ ແລະ ການຮຽນຮູ້ຂອງນັກຮຽນ. ການສຶກສາຈະກໍານົດຍຸດທະສາດ ທີ່ມີປະສິດທິພາບໃນການສ້າງວັດທະນະທໍາ ສຳລັບການສອນ ແລະ ການຮຽນ ແບບທີ່ເໝາະສົມສຳລັບເດັກທຸກຄົນ ໃນໄລຍະເວລາ 3 ປີ ຊຶ່ງມີຈຸດປະສົງເພື່ອຄົ້ນຫາວິທີການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ແລະ ການປະຕິບັດການສິດສອນ ທີ່ຕອບສະໜອງຄວາມຕ້ອງການຂອງນັກຮຽນ ແລະ ປະກອບສ່ວນເຂົ້າໃນການຮຽນ-ການສອນ.
ທ່ານ ເກດ ພັນລັກ ໃຫ້ຮູ້ຕື່ມວ່າ: ການສຶກສາດັ່ງກ່າວ, ໂຮງຮຽນທີ່ຖືກຄັດເລືອກແມ່ນອີງໃສ່ດ້ານຄວາມຫຼາກຫຼາຍຂອງນັກຮຽນທີ່ມາຮຽນ ເຊັ່ນ: ໂຮງຮຽນທີ່ມີນັກຮຽນຊົນເຜົ່າ ທີ່ບໍ່ເວົ້າພາສາລາວເປັນຫຼັກໃນຄອບຄົວ, ນັກຮຽນທີ່ມີຄວາມພິການ ແລະ ນັກຮຽນທີ່ຕ້ອງໄດ້ຂາດຮຽນ ເພາະຈຳເປັນຕ້ອງໄດ້ຊ່ວຍວຽກຄອບຄົວ. ຜົນຂອງການສຶກສາຄັ້ງນີ້ ຈະຊ່ວຍໃຫ້ພວກເຮົາປັບປຸງລະບົບການພັດທະນາວິຊາຊີບຂອງຄູແບບຕໍ່ເນື່ອງ ຊຶ່ງຈະກໍານົດກໍລະນີຜົນສໍາເລັດໃນການປະຕິບັດໜ້າທີ່ ການສິດສອນທີ່ນໍາໄປສູ່ການຮຽນຮູ້ຂອງນັກຮຽນ ທີ່ຄຳນຶງເຖິງການສຶກສາຮຽນຮ່ວມຢູ່ໃນໂຮງຮຽນຕົວຢ່າງ ແລະ ວິທີການພັດທະນາວິຊາຊີບຄູທີ່ຖືກນໍາໃຊ້. ວິທີການທີ່ດີເຫຼົ່ານັ້ນ ຈະໄດ້ຮັບການເຜີຍແຜ່ໃນທົ່ວປະເທດ ເພື່ອຊຸກຍູ້ການປະຕິບັດໜ້າທີ່ຂອງຄູ ແລະ ນັກຮຽນ.