ອາທິດຜ່ານມານີ້, ຢູ່ສະໂມສອນວິທະຍາໄລຄູບ້ານເກິນ ເມືອງທຸລະຄົມ ແຂວງວຽງຈັນ ໄດ້ຈັດການແຂ່ງຂັນຖາມ-ຕອບວິທະຍາສາດ ຂັ້ນກຸ່ມ 1 ເທສະບານເມືອງທຸລະຄົມ  ຊຶ່ງມີ 6 ໂຮງຮຽນເຂົ້າຮ່ວມຄື: ໂຮງຮຽນມັດທະຍົມສາທິດ ວິທະຍາໄລຄູບ້ານເກິນ, ມສ ບ້ານເກິນ, ມສ ໄຊປັນຍາ, ມສ ອານຸສິນ, ມໍຕົ້ນ ບ້ານບໍ່ ແລະ ມັດທະຍົມຕອນປາຍສົງ, ໂດຍມີທ່ານ ນາງ ຈັນທະມາລາ ສຸທຳມະວົງ ຜູ້ອຳນວຍການວິທະຍາໄລຄູບ້ານເກິນ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ .
    ໃນພິທີ, ທ່ານ ພວງແສງ ພັນບຸດດີ ອຳນວຍການໂຮງຮຽນສາທິດ ວິທະຍາໄລຄູບ້ານເກິນ ໄດ້ບົດສະຫຼູບການຈັດຕັ້ງປະຕິບັດການຮຽນ-ການສອນໃນສົກຮຽນ 2022-2023. ໂຮງຮຽນມັດທະຍົມສາທິດວິທະຍາໄລຄູບ້ານເກິນ ມີນັກຮຽນທັງໝົດ 164 ຄົນ ຍິງ 76 ຄົນ, ໃນສົກຮຽນ 2022-2023 ໄດ້ສົ່ງນັກຮຽນເກັ່ງເຂົ້າສອບເສັງຄັດເລືອກຂັ້ນກຸ່ມ 1 ມັດທະຍົມເທສະບານເມືອງທຸລະຄົມ ຈໍານວນ 5 ນ້ອງ, ຜ່ານຂັ້ນກຸ່ມຈໍານວນ 2 ນ້ອງຄື: ວິຊາເຄມີສາດ ແລະ ພາສາອັງກິດ.
    ເພື່ອເປັນການຢັ້ງຢືນ ແລະ ທົດສອບຄວາມຮູ້ຂອງນັກຮຽນທີ່ເຂົ້າຮ່ວມແຂ່ງຂັນຖາມ-ຕອບວິທະຍາສາດ ໃນຮູບແບບປາລະໃນ, ຊຶ່ງແຕ່ລະຄໍາຖາມແມ່ນໃຊ້ເວລາ 1 ນາທີ ໃນຈໍານວນ 15 ຄໍາຖາມ ເຫັນວ່າໂຮງຮຽນທີໄດ້ທີ 1 ແລະ ທີ 2 ແມ່ນໂຮງຮຽນທິດວິທະຍາໄລຄູບ້ານເກີນ, ທີ 3 ແມ່ນໂຮງຮຽນ ມສ ໄຊປັນຍາ ແລະ ໄດ້ຮັບລາງວັນຊົມເຊີຍມີໂຮງຮຽນ ມສ ບ້ານເກິນ, ໂຮງຮຽນ ມສ ອານຸສິນ, ໂຮງຮຽນ ມຕ ບ້ານບໍ່ ແລະ ໂຮງຮຽນ ມໍປາຍສົງ.
ລາງວັນທີ 1 ແມ່ນໄດ້ ຮັບເງິນ  400,000 ກີບ, ລາງວັນທີ 2 ຮັບເງິນ  300.000 ກີບ, ລາງວັນທີ 3 ໃດ້ຮັບເງີນ 200.000 ກີບ.
(ພາບ-ຂ່າວ: ຈັນສະໝອນ ຊາມຸນຕີ).