ຫ້ອງການສຶກສາທິການ ແລະ ກິລາ ເມືອງປາກລາຍ ແຂວງໄຊຍະບູລີ ໄດ້ຝຶກອົບຮົມການນໍາໃຊ້ປື້ມແບບຮຽນ ແລະ ຄູ່ມືຄູໃນຫຼັກສູດຊັ້ນປະຖົມສຶກສາປີທີ 4 (ປ4) ທີ່ປັບປຸງໃໝ່ໃຫ້ຄູສອນປະຈໍາການ ແລະ ຜູ້ເຮັດວຽກສຶກສານິເທດຂັ້ນເມືອງ ທົ່ວເມືອງປາກລາຍ ຂຶ້ນໃນລະຫວ່າງວັນທີ 12 - 16 ກຸມພາ 2024 ທີ່ຜ່ານມານີ້, ຢູ່ຫໍປະຊຸມຫ້ອງການສຶກສາທິການ ແລະ ກິລາເມືອງ ພາຍໃຕ້ການເປັນປະທານຂອງທ່ານ ຖາວອນ ຈັນມີ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງປາກລາຍ, ຄູສຶກສານິເທດ, ຄູສອນຂັ້ນ ປໍ4 ທັງພາກລັດ ແລະ ເອກະຊົນທົ່ວເມືອງເຂົ້າຮ່ວມ.
ຈຸດປະສົງຂອງການຝຶກອົບຮົມຄັ້ງນີ້, ແມ່ນເພື່ອແນະນໍາກ່ຽວກັບການນໍາໃຊ້ປື້ມແບບຮຽນ ແລະ ຄູ່ມືຄູ ຊຶ່ງປະກອບມີວິຊາສັງຄົມສຶກສາ, ຄຸນສົມບັດສຶກສາ, ພະລະສຶກສາ, ສິລະປະສຶກສາ, ສິລະປະກໍາ ແລະ ຫັດຖະກໍາ ຊັ້ນປະຖົມປີທີ 4 ໃຫ້ຄູສອນປະຈໍາການ ແລະ ຜູ້ເຮັດວຽກສຶກສານິເທດຊັ້ນປະຖົມສຶກສາ, ເພື່ອສ້າງຄວາມສາມາດດ້ານເນື້ອໃນ ແລະ ການຈັດກິດຈະກໍາຕ່າງໆໃນຫຼັດສູດຊັ້ນປະຖົມສຶກສາປີທີ 4 ໃຫ້ແກ່ຄູສອນປະຈໍາການໃຫ້ມີຄວາມເຂົ້າໃຈຢ່າງຖືກຕ້ອງ ແລະ ສາມາດໃຫ້ການແນະນໍາຄູສອນໃນໂຮງຮຽນປະຖົມສຶກສາ, ສາມາດນໍາໃຊ້ເຂົ້າໃນການຈັດການຮຽນ-ການສອນໄດ້ຢ່າງຖືກຕ້ອງ ແລະ ສາມາດນໍາເອົາບົດຮຽນ ຫຼື ວິທີການສອນ, ການຈັດກິດຈະກໍາ ໃໝ່ໆ ນໍາໃຊ້ເຂົ້າໃນການຈັດການຮຽນ-ການສອນໃນໂຮງຮຽນຂອງຕົນໄດ້ເປັນຢ່າງດີ.
ເມືອງປາກລາຍ ປະກອບມີໂຮງຮຽນປະຖົມສຶກສາ 70 ແຫ່ງ, ພາກລັດ 68 ແຫ່ງ ແລະ ພາກເອກກະຊົນ 2 ແຫ່ງ, ມີນັກຮຽນ 6,672 ນ້ອງ, ຍິງ 3,318 ນ້ອງ, ມີຄູສອນທັງໝົດ 370 ຄົນ, ຍິງ 152 ຄົນ.
(ຂ່າວ-ພາບ: ຫ້ອງການສຶກສາທິການ ແລະ ກິລາເມືອງປາກລາຍ)