ໃນວັນທີ 19 ກຸມພາ ນີ້, ທິມງານຜູ້ມີຄວາມຫວັງແບ່ງປັນນ້ຳໃຈ ນຳໂດຍທ່ານ ນາງ ວັນນິດາ ພົມມະວົງ ພ້ອມດ້ວຍຄະນະ ແລະ ພາກສ່ວນທີ່ກ່ຽວຂ້ອງ ເມືອງນາໝໍ້ ແຂວງອຸດົມໄຊ ລົງມອບເຄື່ອງຊ່ວຍເຫຼືອໃຫ້ນ້ອງນັກຮຽນ ທີ່ໂຮງຮຽນຫົວນ້ຳຂາມ ເມືອງນາໝໍ້ ແຂວງອຸດົມໄຊ.
ເຄື່ອງທີ່ນໍາມາມອບຄັ້ງນີ້ ປະກອບມີມີ ອຸປະກອນການຮຽນ, ອຸປະກອນກິລາ, ປ້າຍໂຮງຮຽນ, ເສື້ອກັນໜາວ ຈໍານວນ 156 ຜືນ ແລະ ເຂົ້າໜົມໃຫ້ແກ່ນ້ອງນັກຮຽນ ພ້ອມທັງລ້ຽງອາຫານທ່ຽງແກ່ນ້ອງນັກຮຽນ ລວມມູນຄ່າ 32 ລ້ານກີບ. ໂດຍແມ່ນທຶນຊ່ວຍເຫຼືອຈາກທ່ານ ພົງພັດ ພົມສຸວັນ ນັກທຸລະກິດຮຸ່ນໜຸ່ມຈາກນະຄອນຫຼວງວຽງຈັນ. 
ຈຸດປະສົງຂອງການລົງເຄື່ອນໄຫວມອບເຄື່ອງຄັ້ງນີ້, ເພື່ອແບ່ງປັນນ້ຳໃຈ, ວັດຖຸ-ປັດໃຈ, ເຄື່ອງອຸປະໂພກ - ບໍລິໂພກ ຈໍານວນໜື່ງ ໃຫ້ແກ່ນັກຮຽນເຂດຊົນນະບົດຫ່າງໄກສອກຫຼີກ ເພື່ອບັນເທົາທຸກຊ່ວຍແບ່ງເບົາພາລະຂອງພໍ່່ແມ່ຜູ້ປົກຄອງ. 
(ຂ່າວ:  ແສງອາທິດ)