ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດກອງປະຊຸມເຊື່ອມຊຶມ ແລະຜັນຂະຫຍາຍທິດຊີ້ນໍາຂອງສະຫາຍເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຕໍ່ວຽກງານການເງິນທົ່ວປະເທດຂຶ້ນໃນວັນທີ 28 ກຸມພານີ້ ທີ່ ມຊ ໂດຍການເປັນປະທານ ແລະ ໃຫ້ກຽດເຜີຍແຜ່ເອກະສານຂອງສະຫາຍ ອຸດົມ ພອນຄຳເພັງ ຄະນະປະຈຳພັກ ເລຂາຄະນະພັກ ອະທິການບໍດີມະຫາວິທະຍາໄລແຫ່ງຊາດ, ມີຄະນະບໍລິຫານງານພັກ, ຄະນະພັກຮາກຖານ ພ້ອມດ້ວຍ 3 ອົງການຈັດຕັ້ງມະຫາຊົນເຂົ້າຮ່ວມ.
ສະຫາຍອຸດົມພອນຄຳເພັງກ່າວວ່າ: ເອກະສານທີ່ນຳມາເຜີຍແຜ່ໃນຄັ້ງນີ້ ຊຶ່ງມີເນື້ອໃນສຳຄັນຫຼາຍ ໂດຍສະເພາະຜູ້ເຂົ້າຮ່ວມໄດ້ຮັບຟັງການເຜີຍແຜ່, ເຊື່ອມຊຶມເອກະສານເສດຖະກິດເອກະລາດເປັນເຈົ້າຕົນເອງໝາຍເຖິງເສດຖະກິດຂອງປະເທດໜຶ່ງທີ່ມີຄວາມພະຍາຍາມອອກຈາກເສດຖະກິດເພິ່ງພາ ແລະ ເອື່ອຍອີງໃຫ້ກາຍເປັນເຈົ້າຕົນເອງຢ່າງໜັກແໜ້ນ. ໃນນັ້ນ, ຍັງໄດ້ຊີ້ໃຫ້ເຫັນບັນດາຈຸດອ່ອນ-ຂໍ້ຄົງຄ້າງ, ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຈຳນວນໜຶ່ງຕໍ່ຂະແໜງການເງິນຈະຕ້ອງສຸມໃສ່ແກ້ໄຂໃນຕໍ່ໜ້າໃຫ້ເປັນຮູບປະທຳ.
ການເຜີຍແຜ່ຄັ້ງນີ້, ຈັດຂຶ້ນເພື່ອໃຫ້ຄະນະພັກໄດ້ຮັບຮູ້ເຊື່ອມຊຶມສ້າງຄວາມຮັບຮູ້, ເຂົ້າໃຈ ແລະ ກຳແໜ້ນເນື້ອໃນຈິດໃຈຊີ້ນໍາຂອງຂັ້ນເທິງ, ຊີ້ນໍາການຄົ້ນຄວ້າ ເພື່ອຜັນຂະຫຍາຍອອກເປັນແຜນງານ, ນະໂຍບາຍອັນລະອຽດກ່ຽວກັບວຽກງານການເງິນ, ເງິນຕາ ກໍຄືສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ຕາມແນວຄິດຊີ້ນໍາຂອງສະຫາຍເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກໃຫ້ເປັນຮູບປະທຳໃນຕໍ່ໜ້າເຂົ້າໃນວຽກງານຂອງຕົນຮັບຜິດຊອບໃຫ້ເກີດປະໂຫຍດສູງສຸດ.
(ຂ່າວ:ວັນເພັງ, ພາບ: ພູວັນ)