ງານແຂ່ງຂັນກິລາຂົງເຂດທາລະນະສຸກ 4 ແຂວງພາກໃຕ້ (ເຊກອງ, ສາລະວັນ, ອັດຕະປື, ຈຳປາສັກ) ໃນຫົວຂໍ້ສຸຂະພາບ-ມິດຕະພາບ ຄັ້ງທີ IV ໂດຍແຂວງເຊກອງເປັນເຈົ້າພາບ ໄດ້ຈັດຂຶ້ນ ແລະ ສໍາເລັດລົງເມື່ອບໍ່ດົນຜ່ານມາ, ໂດຍມີທ່ານ ບົວໄລ ເກດຈັນ ຫົວໜ້າພະແນກສາທາລະນະສຸກແຂວງເຊກອງ ພ້ອມດ້ວຍ ຄະນະນັກກິລາ, ພະນັກງານ-ລັດຖະກອນ ຈາກພະແນກ ສາທາລະນະສຸກທັງ 4 ແຂວງເຂົ້າຮ່ວມ.
   ໂອກາດນີ້, ທ່ານ ບົວໄລ ເກດຈັນ ໄດ້ກ່າວວ່າ: ງານແຂ່ງຂັນກິລາ (ຟຸດຊໍ) ໃນຄັ້ງນີ້ ແມ່ນເປັນການແຂ່ງຂັນເພື່ອສຸຂະພາບ-ມິດຕະພາບ ແລະ ເພື່ອເສີມສ້າງສຸຂະພາບ, ປູກຈິດສໍານຶກໃຫ້ທຸກຄົນຮັກການອອກກໍາລັງກາຍ ທັງເປັນການແລກປຽນບົດຮຽນເຊິ່ງກັນ ແລະ ກັນ ດ້ານຍຸດທະວິທີ, ດ້ານເຕັກນິກ ເພື່ອພ້ອມພາກັນຍົກລະດັບດ້ານທັກສະ, ດ້ານການພົວພັນເຊິ່ງກັນ ແລະ ກັນ, ເປັນມິຕິໃໝ່ແຫ່ງການສ້າງສາຍສຳພັນອັນເລິກເຊີ່ງໃຫ້ແກ່ວຽກງານໃນຂົງເຂດວຽກງານສາທາລະນະສຸກ 4 ແຂວງພາກໃຕ້. ເຊິ່ງການສ້າງຂະບວນການ ແຂ່ງຂັນກິລາສຸຂະພາບ-ມິດຕະພາບ ໃນຄັ້ງນີ້ ມີ 3 ລຸ້ນຄື: ລຸ້ນອາວຸໂສຊາຍ, ລຸ້ນຊາວໜຸ່ມຊາຍ ແລະ ລຸ້ນຊາວໜຸ່ມຍິງ.
ຜົນການແຂ່ງຂັ້ນ ທີ I ທີມອາວຸໂສຊາຍ ແຂວງເຊກອງ, ຊາວໜຸ່ມຊາຍໄດ້ແກ່ ແຂວງຈໍາປາສັກ, ຊາວໜຸ່ມຍິງໄດ້ແກ່ ແຂວງເຊກອງ, ໄດ້ຮັບຂັນໃຫຍ່ທີມລະ 1 ໜ່ວຍ, ທີ II ທີມອາວຸໂສຊາຍ ແຂວງຈໍາປາສັກ, ຊາວໜຸ່ມຊາຍ ແຂວງເຊກອງ, ຊາວໜຸ່ມຍິງ ແຂວງສາລະວັນ, ໄດ້ຮັບຂັນນ້ອຍ ທີມລະ 1 ຫນ່ວຍ ແລະ ທີ III ທີມອາວຸໂສຊາຍ ແຂວງສາລະວັນ, ຊາວໜຸ່ມຊາຍ ແຂວງສາລະວັນ, ຊາວໜຸ່ມຍິງ ແຂວງຈໍາປາສັກ, ພ້ອມດຽວກັນນີ້ ຕາງຫນ້າພະແນກສາທາລະນະສຸກແຂວງເຊກອງ ຍັງໄດ້ມອບທຸງກິລາມິດຕະພາບ ໃຫ້ແກ່ແຂວງຈໍາປາສັກ ເປັນເຈົ້າພາບໃນປີຕໍ່ໄປ.
(ຂ່າວ: ພຸດທະສອນ)