ພິທີມອບ-ຮັບການສ້ອມແປງໂຮງຮຽນມັດທະຍົມສຶກສາຕອນປາຍ(ມ.ປາຍ) ປາກຊັນເມືອງປາກຊັນ ແຂວງບໍລິຄຳໄຊໄດ້ຈັດຂຶ້ນໃນວັນທີ 4 ມີນານີ້ ທີ່ໂຮງຮຽນດັ່ງກ່າວ ໂດຍການເຂົ້າຮ່ວມຂອງທ່ານ ສຸລິອຸດົງ ສູນດາລາ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ(ສສກ), ມີທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ, ບັນດາແຂກຖຶກເຊີນພ້ອມດ້ວຍຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມ.
ທ່ານ ບຸນມະນີ ສຸລິວົງ ຜູ້ອຳນວຍການໂຮງຮຽນ ມ.ປາຍປາກຊັນ ກ່າວວ່າ: ໂຮງຮຽນ ມ.ປາຍ ປາກຊັນມີພະນັກງານຄູ-ອາຈານທັງໝົດ 50 ຄົນຍິງ 30 ຄົນ, ມີ 18 ຫ້ອງ,ມີນັກຮຽນທັງໝົດ 575 ຄົນ, ການສ້ອມແປງແບ່ງອອກເປັນ 3 ໄລຍະເລີ່ມຕົ້ນສ້ອມແປງນັບແຕ່ວັນທີ 15 ສິງຫາ 2023 ສຳເລັດໃນວັນທີ 22 ມັງກອນ 2024 ລວມມູນຄ່າທັງໝົດ 1 ຕື້ກວ່າກີບ, ທຶນດັ່ງກ່າວໄດ້ຮັບການຊ່ວຍເຫຼືອຈາກກອງທຶນໜຶ່ງດວງໃຈບໍລິຄຳໄຊ, ຈາກສິດເກົ່າ, ຊຸມຊົນ ແລະ ບໍລິສັດຫ້າງຮ້ານ.
ໃນພິທີໄດ້ມີການປະດັບຫຼຽນກາແຮງງານໃຫ້ກອງທຶນໜຶ່ງດວງໃຈບໍລິຄຳໄຊຊ່ວຍເຫຼືອສັງຄົມ, ມອບໃບຍ້ອງຍໍ, ໃບຊົມເຊີຍໃຫ້ພາກສ່ວນທີ່ໃຫ້ການອຸປະຖຳ ໃຫ້ກຽດມອບໂດຍທ່ານຮອງລັດຖະມົນຕີກະຊວງ ສສກ ແລະ ທ່ານເຈົ້າແຂວງບໍລິຄຳໄຊ.
ຂ່າວ: ພູວັນ, ພາບ: ແສງຈັນ