ແຂວງໄຊຍະບູລີ ຈັດພິທີສອບເສັງນັກຮຽນເກັ່ງ ແລະ ຖາມ-ຕອບຄວາມຮູ້ວິທະຍາສາດສາຍສາມັນສຶກສາ ປ5, ມ4 ແລະ ມ7 ລະດັບແຂວງ ປະຈໍາສົກຮຽນ 2023-2024 ຂຶ້ນໃນວັນທີ 4 ມີນາຜ່ານມາ ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາ ແຂວງ, ເຂົ້າຮ່ວມມີບັນດາຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
    ໃນພິທີ, ທ່ານ ບຸນເພັງ ມາຖາ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ໄດ້ກ່າວເປີດພິທີ ວ່າ: ການຈັດຕັ້ງການແຂ່ງຂັນນັກຮຽນເກັ່ງສາຍສາມັນສຶກສາໄດ້ມີຕົວແທນຈາກ 11 ເມືອງ ແລະ ຫ້ອງພອນສະຫວັນຂອງແຂວງເຂົ້າຮ່ວມ, ການສອບເສັງໄດ້ແບ່ງອອກເປັນ 3 ຊັ້ນຮຽນຄື: ຊັ້ນປະຖົມສຶກສາ ປ5 ສອບເສັງ 3 ວິຊາ: ພາສາລາວ, ຄະນິດສາດ ແລະ ວິຊາ ວິທະຍາສາດ ແລະ ສິ່ງແວດລ້ອມ, ຊັ້ນມັດທະຍົມສຶກສາຕອນຕົ້ນ   ມ4 ແລະ ຕອນປາຍ ມ7 ສອບເສັງ 4 ວິຊາ: ພາສາລາວ-ວັນນະຄະດີ, ຄະນິດສາດ, ຟີຊິກສາດ ແລະ ເຄມີສາດ. ການສອບເສັງໃນຄັ້ງນີ້, ເປັນການຄັດເລືອກເອົານັກຮຽນເກັ່ງ ຊັ້ນມັດທະຍົມສຶກສາຕອນຕົ້ນຂັ້ນ ມ4 ແລະ ຕອນປາຍຂັ້ນ ມ7 ໄປຮ່ວມແຂ່ງຂັນຢູ່ຂັ້ນສູນກາງ (ລະດັບຊາດ) ໃນເດືອນເມສາທີ່ຈະມາເຖິງນີ້. ຈາກນັ້ນ, ທ່ານ ບຸນເພັງ ມາຖາ ພ້ອມດ້ວຍຄູ-ອາຈານ ແລະ ແຂກທີ່ເຂົ້າຮ່ວມກໍ່ໄດ້ພ້ອມກັນຕັດຫົວບົດສອບເສັງ ແລະ ເປີດການສອບເສັງຢ່າງເປັນທາງການ. ການສອບເສັງໃນຄັ້ງນີ້ດໍາເນີນເປັນເວລາ 3 ວັນຈຶ່ງສໍາເລັດ.        
(ຂ່າວ+ພາບ: ຄໍາໝັ້ນ)