ເມື່ອບໍ່ດົນມານີ້, ຢູ່ທີ່ໂຮງຮຽນມັດທະຍົມສົມບູນລາດຊາງ ເມືອງຂວາ ແຂວງຜົ້ງສາລີ ໄດ້ຈັດພິທີມອບ-ຮັບ ໂຄງການກໍ່ສ້າງ ອາຄານໂຮງຮຽນມັດທະຍົມສົມບູນລາດຊາງ ຂຶ້ນໂດຍການເຂົ້າຮ່ວມຂອງທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ຄຳຜອຍ ວັນນະສານ ເຈົ້າແຂວງຜົ້ງສາລີ, ທ່ານ ພອນທະວີ ໄຊມົນຕີ ເຈົ້າເມືອງໆຂວາ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽງຂ້ອງເຂົ້າຮ່ວມ.
    ທ່ານ ຄຳໝັ້ນ ວິລະເກດ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງຂວາ ໄດ້ລາຍງານກ່ຽວການຈັດຕັ້ງປະຕິບັດກໍ່ສ້າງອາຄານໂຮງຮຽນວ່າ: ໂຄງການກໍ່ສ້າງອາຄານຮຽນໂຮງຮຽນມັດທະຍົມສົມບູນ ລາດຊາງ ກຸ່ມລາດຊາງ  ເມືອງຂວາ ແຂວງຜົ້ງສາລີ ໄດ້ຈັດຕັ້ງປະຕິບັດ ແຕ່ວັນທີ 19 ມັງກອນ 2023 ຫາ ວັນທີ 12 ທັນວາ 2023 ຈຶ່ງສໍາເລັດ, ຊຶ່ງເປັນອາຄານແບບຖາວອນຈໍານວນ 1 ຫຼັງ 2 ຊັ້ນ ແລະ 10 ຫ້ອງຮຽນ, ຂະໜາດ 10x35 ແມັດ, ມີມູນຄ່າການກໍ່ສ້າງທັງໝົດລວມຈໍານວນ 1.860.000,000 ກີບ. ໃນນີ້, ທຶນຊ່ວຍເຫຼືອຈາກປຸກລະດົມຂອງທ່ານເຈົ້າຄອງນະຄອນຫຼວງວຽງຈັນຈໍານວນ 1.500.000.000ກີບ ແລະ ທຶນສົມທົບຂອງຊຸມຊົນ ຈໍານວນ 360.000.000 ກີບ.    ໂດຍການກ່າວມອບຂອງທ່ານ ອາດສະພັງທອງ ສີພັນດອນ ແລະ ກ່າວຮັບຂອງທ່ານ ຄຳຜອຍ ວັນນະສານ.
     ໂອກາດນີ້, ຍັງໄດ້ມອບໃບຍ້ອງຍໍໃຫ້ແກ່ບຸກຄົນ, ນິຕິບຸກ ກຸ່ມບ້ານຕ່າງໆທີ່ໄດ້ປະກອບສ່ວນແຫຼ່ງທຶນເຂົ້າໃນການກໍ່ສ້າງອາຄານໂຮງຮຽນມັດທະຍົມສົມບູນລາດຊາງ ຈົນສຳເລັດ, ພ້ອມດຽວກັນນີ້ຄະນະປະທານຍັງໄດ້ພ້ອມກັນຕັດແທບຜ້າເພື່ອເປີດນຳໃຊ້ອາຄານຮຽນດັ່ງກ່າວຢ່າງເປັນທາງການ ແລະ ຮ່ວມປູກຕົ້ນໄມ້ໄວ້ເປັນທີ່ລະນຶກໃຫ້ກັບໂຮງຮຽນຕື່ມອີກ.
(ພາບ-ຂ່າວ: ແສງຄຳ ສາລີວັນ)