ການສອບເສັງຄັດເລືອກນັກຮຽນເກັ່ງທົ່ວແຂວງຄຳມ່ວນ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ສູນ ITC ໂຮງຮຽນ ມໍປາຍທ່າແຂກ ໂດຍການເປັນປະທານຂອງທ່ານ ອຸດຕະມະ ຈັນນີຍະວົງ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີບັນດາຄະນະຮັບຜິດຊອບຈັດການສອບເສັງ, ຄູ-ອາຈານ ຕະຫຼອດຮອດນັກຮຽນ ຈາກໂຮງຮຽນ ຕ່າງໆໃນທົ່ວແຂວງເຂົ້າຮ່ວມ.
ການສອບເສັງຄັ້ງນີ້, ມີນັກຮຽນເຂົ້າຮ່ວມສອບເສັງທັງໝົດຈໍານວນ 13 ຄົນ. ໃນນັ້ນ, ຊັ້ນ ປ5 ມີ 29 ຄົນ, ສອບເສັງ 3 ວິຊາຄື: ພາສາລາວ, ຄະນິດສາດ, ວິທະຍາສາດ ແລະ ສິ່ງແວດລ້ອມ, ຊັ້ນ ມ4 ແລະ ມ.7 ມີນັກຮຽນເຂົ້າສອບເສັງຊັ້ນລະ 42 ຄົນ, ສອບເສັງໃນ 5 ວິຊາຄື: ພາສາລາວ-ວັນນະຄະດີ, ຄະນິດສາດ, ຟີຊິກສາດ, ເຄມີສາດ ແລະ ພາສາອັງກິດ. ນອກນີ້, ຍັງມີການຖາມ-ຕອບວິທະຍາສາດ.
ການສອບເສັງໄດ້ກໍານົດເອົາຄະແນນດັ່ງນີ້, ທີ 1, ທີ 2 ແລະ ທີ 3 ແມ່ນລະດັບຄະແນນ 7 ຂຶ້ນໄປ. ຊຶ່ງມີຜົນການສອບເສັງດັ່ນີ້,  ຊັ້ນ ປ5 ໄດ້ທີ 1 ມີ 2 ຄົນຄື: ນາງ ອາລັນຍາ ສີລິບຸນຍະສອນ (ວິຊາຄະນິດສາດ) ແລະ ນາງ ເມລະດາ ອະນັນຕະທັດ (ວິຊາວິທະຍາສາດແລະສິ່ງແວດລ້ອມ) ມາຈາກໂຮງຮຽນປະຖົມເທີນ-ຫີນບູນເມືອງຄູນຄໍາ, ທີ 2 ນາງ ນັນທິດາ ໄຊຍະວົງ ໂຮງຮຽນປະຖົມທຳມະວົງເມືອງທ່າແຂກ (ວິຊາຄະນິດສາດ), ຊັ້ນ ມ.4 ທີ 1 ມີ 3 ຄົນຄື: ນາງ ຄໍາແພງ ວົງວິໄລ ຈາກມສເທີນ-ຫີນບູນເມືອງຄູນຄໍາ (ວິຊາພາສາລາວ-ວັນນະຄະດີ), ທ້າວ ຄໍາສະໄໝ ອາລຸນລາສີ ຈາກໂຮງຮຽນຄໍາມ່ວນ-ກວາງບິ່ງເມືອງທ່າແຂກ (ວິຊາຟີຊິກສາດ) ແລະ ນາງ ແພັດຕີ້ ທາວົງ ມສ ນໍ້າເທີນ 2 ເມືອງຍົມມະລາດ (ພາສາອັງກິດ). ສໍາລັບຊັ້ນ ມ7 ທີ 1 ມີ 4 ນ້ອງຄື: ນາງ ຂວັນໃຈ ຫານທະວົງ ໂຮງຮຽນ ມໍປາຍທ່າແຂກ (ວິຊາພາສາລາວ-ວັນນະຄະດີ), ທ້າວ ເປັນເອກ ໂຊກທະວີ ໂຮງຮຽນຄໍາມ່ວນ-ກວາງບິ່ງ ເມືອງທ່າແຂກ (ວິຊາຄະນິດສາດ), ນາງ ທິດາວອນ ພົມມະລາດ ໂຮງຮຽນ ມໍປາຍທ່າແຂກ (ວິຊາຟີຊິກສາດ) ແລະ ນາງ ຕົ້ນເພີນ ລິນຊົມພູ ຈາກ ມສ ຍົມມະລາດ ເມືອງຍົມມະລາດ (ວິຊາພາສາອັງກິດ), ລາງວັນທີ 2 ມີ 2 ຄົນຄື: ນາງ ຍິ່ງຈະເລີນ ສຸແສງໄທ ໂຮງຮຽນ ມໍປາຍທ່າແຂກ (ວິຊາຟີຊິກສາດ), ທ້າວ ເພັດສະຫຼາດ ພູມີຈັນ ໂຮງຮຽນມໍປາຍທ່າແຂກ (ພາສາອັງກິດ) ແລະ ລາງວັນທີ 3 ມີ 1 ນ້ອງ ຄື: ນາງ ພິນສາກົນ ອິນທະວີຄໍາ ໂຮງຮຽນ ມໍປາຍ ທ່າແຂກ (ພາສາອັງກິດ).
(ຂ່າວ-ພາບ: ກອງຄຳ)