ແຂວງສາລະວັນ ພວມດຳເນີນການຂຸ້ນຂ້ຽວໃນການກໍ່ສ້າງ ແລະ ປັບປຸງສະໜາມກິລາ ເພື່ອກຽມຮັບໃຊ້ໃນງານມະຫາກໍາກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII ທີ່ແຂວງສາລະວັນເປັນເຈົ້າພາບ, ຊຶ່ງຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 13–22 ທັນວາ 2024 ທີ່ຈະມາເຖິງນີ້, ການກໍ່ສ້າງໄດ້ມີຄວາມຄືບໜ້າຫຼາຍດ້ານ ໂດຍສະເພາະສະໜາມ ເປີດ-ປິດຢູ່ທີ່ບ້ານນາໂຄກ ແມ່ນສຳເລັດຫຼາຍກວ່າ 80%. ສໍາລັບສະໜາມແຂ່ງຂັນ, ຝຶກຊ້ອມ ທີ່ກຳລັງປັບປຸງ ກໍ່ສ້າງໃໝ່ຈໍານວນ 12 ຈຸດ ແມ່ນພວມຈັດຕັ້ງປະຕິບັດຢ່າງຂຸ້ນຂ້ຽວຄາດວ່າຈະໃຫ້ສຳເລັດ 100% ໃນລະຫວ່າງເດືອນ ກໍລະກົດ 2024.
ທ່ານ ສຸນີ ນາມມະບົວລີ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ໄດ້ຜ່ານບົດລາຍງານຄວາມຄືບໜ້າວຽກດັ່ງກ່າວຕໍ່ກອງປະຊຸມຄະນະຮັບຜິດຊອບລະດັບຊາດ ຄັ້ງທີ II ໃຫ້ຮູ້ວ່າ: ມາຮອດປັດຈຸບັນ ການກະກຽມຄວາມພ້ອມດ້ານພື້ນຖານໂຄງລ່າງ ມີຜົນສຳເລັດຫຼາຍດ້ານເປັນຕົ້ນ: ການກໍ່ສ້າງສະໜາມ ເປີດ-ປິດ, ໃນ 4 ໜ້າວຽກຄື: ສຳເລັດການສ້າງອັດສະຈັນ (ບ່ອນນັ່ງຊົມ) ໂຊນ 2, ຫ້ອງການ, ຫ້ອງພັກນັກກິລາ, ຫ້ອງ VIP, ຕິດຕັ້ງອຸປະກອນຮັບໃຊ້ຕ່າງໆ, ສິ່ງອໍານວຍຄວາມສະດວກ, ເດີ່ນບານເຕະ, ພື້ນແລ່ນ-ລານ ແລະ ໜ້າວຽກທີ່ຂັ້ນແຂວງ ຄຸ້ມຄອງ ປະກອບມີ 5 ໜ້າວຽກທີ່ສືບຕໍ່ດຳເນີນການກໍ່ສ້າງ, ປັບປຸງ ແລະ ຈັດສັນໃຫ້ສຳເລັດ ມີຄື: ວຽກກໍ່ສ້າງບ່ອນຈູດທວນໄຟ, ເສົາທຸງຊາດ, ລະບົບໄຟເຍືອງສະໜາມ, ອຸປະກອນ-ລະບົບໄຟຟ້ານອກອາຄານ, ຮົ້ວອ້ອມສະໜາມ, ຈັດສັນສະຖານທີ່ຈອດພາຫະນະ ແລະ ອື່ນໆ. ການກໍ່ສ້າງສະໜາມກິລາດັ່ງກ່າວ ແມ່ນໄດ້ລົງມືກໍ່ສ້າງມາແຕ່ປີ 2017 ແລະ ຄາດໃຫ້ສຳເລັດໃນປີ 2019, ແຕ່ຍ້ອນຫຼາຍເງື່ອນໄຂ ໂດຍສະເພາະສະພາບການແຜ່ລະບາດພະຍາດໂຄວິດ-19 ຈິ່ງມີການຢຸດໂຈະຊົ່ວຄາວ ແລະ ທາງລັດຖະບານ ກໍຄືແຂວງສາລະວັນ ສືບຕໍ່ດຳເນີນການກໍ່ສ້າງ ນັບແຕ່ເດືອນພະຈິກ 2023 ເປັນຕົ້ນມາ, ຊຶ່ງສັນຍາມູນຄ່າການກໍ່ສ້າງເບື້ອງຕົ້ນທັງໝົດ 19 ຕື້ກວ່າກີບ, ຍ້ອນສະພາບບັນຫາອັດຕາແລກປ່ຽນເງິນຕາ, ອັດຕາເງິນເຟີ ເຮັດໃຫ້ມູນຄ່າການຈັດຊື້ອຸປະກອນ, ຄ່າແຮງງານເພີ່ມຂຶ້ນຫຼາຍ ແລະ ໄດ້ດັດປັບລາຄາການກໍ່ສ້າງຂອງບໍລິສັດຮັບເໝົາ ຊຶ່ງຄາດຄະເນມູນຄ່າຫຼາຍກວ່າ 30 ຕື້ກີບ.
ສະໜາມກິລາດັ່ງກ່າວ, ນອນໃນຂອບເຂດເນື້ອທີ່ 7 ເຮັກຕາ, ພື້ນທີ່ອັດສະຈັນສາມາດບັນຈຸຄົນເຂົ້າຊົມໄດ້ 1 ພັນຄົນ. ສໍາລັບສະໜາມຝຶກຊ້ອມ, ສະໜາມແຂ່ງຂັນ ທີ່ກໍ່ສ້າງໃໝ່ ແລະ ປັບປຸງໃນຈຳນວນ 12 ຈຸດ. ໃນນັ້ນກໍ່ສ້າງໃໝ່ 2 ຈຸດ ຄື: ບານສົ່ງຊາຍຫາດ, ບານສົ່ງໃນຫົ່ມ, ກະຕໍ້, ບານບ້ວງ ຊຶ່ງໄດ້ກໍານົດເອົາໂຮງຮຽນ ມສ ຊົນເຜົ່າ, ສະໜາມບານເຕະ ຢູ່ໂຮງຮຽນ ມສ ອົງແກ້ວ, ປັບປຸງສະໜາມຝຶກຊ້ອມ, ແຂ່ງຂັນອີກ 10 ຈຸດ ແນໃສ່ຮອງຮັບໃຫ້ແກ່ງານມະຫາກໍາກິລານັກຮຽນມັດທະຍົມສຶກສາ ຄັ້ງທີ VII, ໂດຍໄດ້ກໍານົດ 12 ປະເພດກິລາ ທັງຊາຍ ແລະ ຍິງ ຄື: ແລ່ນ-ລານ, ບານເຕະ, ບານສົ່ງ ໃນຮົ່ມ-ຫາດຊາຍ, ບານບ້ວງ, ກະຕໍ້, ປິງປ໋ອງ, ດອກປີກໄກ່, ເປຕັງ, ໝາກແລ້, ໜ້າເກັກ ແລະ ເທັກຄວັນໂດ້.
(ຂ່າວ: ວິໄລວອນ ສິດທິໄຊ)