ພະແນກຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບສະຖານທູດອົສຕຣາລີ ປະຈໍາ ລາວ ໂດຍຜ່ານແຜນງານການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນ ສຳລັບການສຶກສາຂັ້ນພື້ນຖານ ໃນ ສປປ ລາວ(ແຜນງານບີຄວາ) ໄດ້ຈັດກິດຈະກໍາການສົນທະນາວິຊາການກ່ຽວກັບໂອກາດ ເພື່ອປູກຈິດສໍານຶກໃຫ້ກັບວຽກງານສ້າງຄວາມເຂັ້ມແຂງຂອງແມ່ຍິງ ແລະ ການປົກປ້ອງເດັກ ໃນຂະແໜງການສຶກສາ ເພື່ອສະເຫຼີມສະຫຼອງ ວັນແມ່ຍິງສາກົນ ຄົບຮອບ 114 ປີ(8 ມີນາ 1910-8 ມີນາ 2024) ຂຶ້ນໃນວັນທີ 6 ມີນາຜ່ານມາ ທີ່ວິທະຍາໄລສ້າງຄູດົງຄຳຊ້າງນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງທ່ານ ນາງສີສຸກວົງວິຈິດຮອງລັດຖະມົນຕີກະຊວງສສກ ແລະ ນາງວາເນັດຊາເຮັກກາທີເລຂາເອກສະຖານທູດອົສຕຣາລີປະຈຳລາວ, ມີແມ່ຍິງ, ຄູ-ອາຈານ, ນັກສຶກສາ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. 
ທ່ານ ນາງ ສີສຸກ ວົງວິຈິດ ກ່າວວ່າ: ຫົວຂໍ້ໂຄສະນາ ສໍາລັບວັນແມ່ຍິງສາກົນ ໃນປີ 2024ນີ້ ແມ່ນຈົ່ງພ້ອມກັນສ້າງແຮງບັນດານໃຈ ເພື່ອຄວາມສະເໝີພາບ. ເມື່ອພວກເຮົາສ້າງແຮງບັນດານໃຈໃຫ້ຄົນອື່ນເຂົ້າໃຈ ແລະ ເຫັນຄຸນຄ່າໃນຄວາມສະເໝີພາບຂອງແມ່ຍິງ, ນັ້ນຄືການທີ່ພວກເຮົາກຳລັງສ້າງໂລກທີ່ດີກວ່າ ຈຸດປະສົງຂອງການສຳມະນາໃນຄັ້ງນີ້, ແນໃສ່ການສ້າງຂະບວນການແບບມີສ່ວນຮ່ວມ ແລະ ສ້າງຄວາມເຂົ້າໃຈຕໍ່ກັບວຽກງານເພື່ອຄວາມສະເໝີພາບຍິງ-ຊາຍ ແລະ ວຽກງານແມ່ ແລະ ເດັກ ໃນຂະແໜງສຶກສາ, ວິທະຍາສາດ ແລະ ກິລາ,ຫວັງວ່າ ເປັນອີກເວທີໜຶ່ງ ທີ່ເປີດໂອກາດໃນການແລກປ່ຽນບົດຮຽນຮ່ວມກັນ,  ພ້ອມທັງເປັນການສ້າງແຮງບັນດານໃຈ ໃຫ້ຄູໃນວິທະຍາໄລສ້າງຄູດົງຄຳຊ້າງ ແລະ ຜູ້ເຂົ້າຮ່ວມ ເພື່ອຊ່ວຍຜັນຂະຫຍາຍແນວຄວາມຄິດນີ້ເຂົ້າໃນການຈັດຕັ້ງປະຕິບັດວຽກງານສິດສອນ ຢູ່ພາຍໃນໂຮງຮຽນໃນປັດຈຸບັນ ແລະ ໃນຕໍ່ໜ້າ, ລວມທັງນັກສຶກສາຄູທຸກຄົນ ຜູ້ທີ່ຈະເປັນຄູໃນອະນາຄົດ. ພ້ອມທັງເຊື່ອໝັ້ນບັນຫາກ່ຽວກັບບົດບາດຍິງ-ຊາຍ ຢູ່ໃນສັງຄົມລາວ ເວົ້າລວມ, ເວົ້າສະເພາະ ຢູ່ໃນຂະແໜງການສຶກສາ ແລະ ກິລາ ຈະຫຼຸດລົງ ຖ້າຫາກທຸກຄົນຮ່ວມມືກັນ ແລະ ຈົ່ງພ້ອມກັນສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ແລະ ເດັກ ເພື່ອສ້າງສັງຄົມທີ່ມີຄວາມສະເໝີພາບສໍາລັບຄົນຮຸ່ນຕໍ່ໆໄປໃນອະນາຄົດ.
ທ່ານ ນາງ ວາເນັດຊາ ເຮັກກາທີກ່າວວ່າ: ວັນແມ່ຍິງສາກົນ ໄດ້ໃຫ້ໂອກາດພວກເຮົາເວົ້າເຖິງສິ່ງທີ່ຍັງຄົງຄ້າງ ຢູ່ໃນຄວາມພະຍາຍາມຂອງພວກເຮົາ ເພື່ອບັນລຸຄວາມສະເໝີພາບທາງເພດ ແລະ ຮຽກຮ້ອງໃຫ້ມີການປ່ຽນແປງໃນທາງບວກເພື່ອສ້າງຄວາມເຂັ້ມແຂງຂອງແມ່ຍິງ. ລັດຖະບານອົສຕຣາລີ ພູມໃຈທີ່ໄດ້ສະໜັບສະໜູນ ກະຊວງ ສສກ ເພື່ອຍົກສູງຄວາມຮັບຮູ້ຂອງຄູໃນອະນາຄົດ ກ່ຽວກັບຄວາມສຳຄັນຂອງຄວາມກ້າວໜ້າຂອງແມ່ຍິງ ແລະ ການປົກປ້ອງເດັກ. ຄໍາໝັ້ນສັນຍາ ຂອງອົສຕຣາລີ ຕໍ່ຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ການສຶກສາຮຽນຮ່ວມຢູ່ໃນລາວ ພາຍໃຕ້ການເປັນຄູ່ຮ່ວມງານ ອັນຍາວນານກັບລັດຖະບານ ສປປ ລາວ ເພື່ອເຮັດໃຫ້ເດັກນ້ອຍທຸກຄົນ ເຂົ້າເຖິງການສຶກສາຊັ້ນປະຖົມທີ່ມີຄຸນນະພາບຢ່າງສະເໝີພາບ. ພ້ອມນີ້, ແມ່ຍິງ ແລະ ເດັກຍິງ ໂດຍສະເພາະກຸ່ມຄົນດ້ອຍໂອກາດ ຍັງຄົງປະເຊີນໜ້າກັບສິ່ງກີດຂວາງໃນການກ້າວສູ່ບົດບາດຜູ້ນຳ. ການສຶກສາ ແລະ ຄູສອນມີບົດບາດອັນສຳຄັນໃນການຊຸກຍູ້ການເຂົ້າຮ່ວມ ແລະສ້າງຄວາມເຂັ້ມແຂງໃຫ້ແມ່ຍິງ.
ຄູມີບົດບາດສໍາຄັນໃນການຮັບປະກັນການມີສ່ວນຮ່ວມຂອງເດັກທຸກຄົນ, ບໍ່ວ່າເພດ, ຊົນເຜົ່າ, ຫຼື ຄວາມສາມາດຂອງເຂົາເຈົ້າ. ແຕ່ເພື່ອຮັບປະກັນການມີສ່ວນຮ່ວມນັ້ນ, ທຸກຄົນຍັງຕ້ອງການສະພາບແວດລ້ອມທີ່ປອດໄພສໍາລັບຜູ້ຮຽນ ຊຶ່ງເອກະສານສໍາລັບການປົກປ້ອງ ແລະ ຮັກສາຄວາມປອດໄພສຳລັບເດັກ ທີ່ນຳມາເຜີຍແຜ່ໃນຄັ້ງນີ້ ໄດ້ອະທິບາຍກ່ຽວກັບການຮັບປະກັນໃຫ້ນັກຮຽນ, ເດັກຍິງ ແລະ ເດັກຊາຍທຸກຄົນ ສາມາດເຂົ້າເຖິງການສຶກສາ ໃນສະພາບແວດລ້ອມທີ່ເອື້ອອຳນວຍ ແລະ ມີຄວາມປອດໄພໃນການຮຽນ. ນອກຈາກນີ້, ເອກະສານຍັງອະທິບາຍກ່ຽວກັບວິທີການປົກປ້ອງເດັກ ເຊັ່ນ: ສິ່ງທີ່ຄວນເຮັດ ແລະ ຂໍ້ຫ້າມໃນການເຄື່ອນໄຫວວຽກງານປົກປ້ອງເດັກ, ລວມທັງຂໍ້ແນະນໍາໃນທາງປະຕິບັດສໍາລັບຄູສອນ ເພື່ອຊ່ວຍສ້າງສິ່ງແວດລ້ອມທີ່ດີຂອງເດັກ.
               (ຂ່າວ: ວັນເພັງ, ພາບ: ບີຄວາ )