ເພື່ອເປັນການສ້າງຂະບວນການ ຜົນງານໄວ້ຄຳນັບຮັບຕ້ອນວັນຄູແຫ່ງຊາດ ທີ່ຈະ                 ໜູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ ແລະ ກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ເພື່ອໃຫ້ມີຜົນງານ ແລະ ຂະບວນການຟົດຟື້ນ. ດັ່ງນັ້ນ, ໃນວັນທີ 3 ຕຸລາ ຜ່ານມານີ້ ທີ່ເດີ່ນກິລາ ຟຸດຊໍ ພີເຄ ເມືອງເງິນ ແຂວງໄຊຍະບູລີ, ໄດ້ຈັດການແຂ່ງຂັນກິລາປະເພດເຕະບານ ຍິງ-ຊາຍ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ຮອງເລຂາພັກແຂວງ  ສະມາຊິກສະພາແຫ່ງຊາດ ປະທານຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດ 7 ແຂວງ ໄຊຍະບູລີ, ມີທ່ານ ອາເມ ຊົງເຢ້ຍເລັ່ງ ຄະນະປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົບ ແຂວງ, ມີທ່ານ ຄໍາຫຼ້າ ຜີວວັນນາ ເຈົ້າເມືອງຫົງສາ, ທ່ານ ທະວີສັກ ໄຊຍະວົງ ເຈົ້າເມືອງໆເງິນ ພ້ອມດ້ວຍການນໍາ ນັກທຸລະກິດ ແລະ ຜູ້ປະກອບການ ຕະຫຼອດຮອດ ນັກກິລາ ເຂົ້າຮ່ວມ. 
ຈຸດປະສົງຂອງການແຂ່ງຂັນກິລາໃນຄັ້ງນີ້ ກໍເພື່ອເປັນການຮັດແໜ້ນຄວາມສາມັກຄີ ເປັນການແລກປ່ຽນທາງດ້ານກິລາກາຍະກຳ, ລະຫວ່າງເມືອງກັບ ເມືອງ ທັງເປັນການສ້າງຂະບວນການຕ້ອນຮັບ ວັນຄູແຫ່ງຊາດ ແລະ ກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ເພື່ອໃຫ້ມີຜົນງານ ແລະ ຂະບວນການຟົດຟື້ນ. 
ຂ່າວ-ພາບ: ອິນແປງ ແຫວນຄຳ