ສູນກາງແນວລາວສ້າງຊາດ (ສນຊ) ໄດ້ຈັດພິທີມອບ-ຮັບທຶນກໍ່ສ້າງຫໍພັກຄູ, ນັກຮຽນໂຮງຮຽນ 2 ແຫ່ງຄື: ໂຮງຮຽນ ມ.ສນາສະຫວ່າງ ເມືອງນາໝໍ້ ແຂວງອຸດົມໄຊ ແລະ ໂຮງຮຽນ ມ.ສ ສໍາພັນ ເມືອງບຸນໃຕ້ ແຂວງຜົ້ງສາລີຈໍານວນ 1 ລ້ານບາດ(ສະກຸນເງິນໄທ)ພ້ອມອຸປະກອນກໍ່ສ້າງໄດ້ຈັດຂຶ້ນໃນວັນທີ 11 ມີນາຜ່ານມາ ທີ່ສນຊ ໂດຍມີພະອາຈານ ສິນຊັບ ຈາລະນະທໍາໂມ ແລະ ເຈົ້າສັດທາ, ອອກຕົນຍາດໂຍມເປັນຜູ້ລະດົມທຶນດັ່ງກ່າວ.
    ໂອກາດນີ້, ທ່ານ ເຍ່ຍເກີຢ່າ ໜໍຈໍຈົງຕົວ ຮອງປະທານ ສນຊຕາງໜ້າຄະນະນໍາໄດ້ກ່າວສະແດງຄວາມຮູ້ບຸນຄຸນມາຍັງພະອາຈານ ສິນຊັບ ຈາລະນະທໍາໂມ ແລະ ເຈົ້າສັດທາທັງຫຼາຍທີ່ໄດ້ລະດົມທຶນຮອນ, ປັດໄຈທີ່ສໍາຄັນ ເພື່ອມາພັດທະນາການສຶກສາຂອງ ສປປ ລາວ ກໍຄືການກໍ່ສ້າງຫໍພັກຄູ ແລະ ນັກຮຽນ 2 ແຫ່ງຢູ່ເຂດຊົນນະບົດຫ່າງໄກສອກຫຼີກເພື່ອດຶງດູດໃຫ້ນັກຮຽນຕັ້ງໃຈມາສຶກສາຮໍ່າຮຽນ ແລະ ບໍ່ອອກໂຮງຮຽນຊຶ່ງໄລຍະຜ່ານມາ ໂຮງຮຽນດັ່ງກ່າວຂາດທີ່ພັກອາໄສສົ່ງຜົນກະທົບໃຫ້ນັກຮຽນທີ່ບ້ານຢູ່ໄກບໍ່ສາມາດທຽວມາຮຽນໜັງສືໄດ້ສະດວກ ສຸດທ້າຍກໍອອກໂຮງຮຽນ ປະລະການຮຽນ.ພ້ອມກັນນັ້ນ, ທ່ານຮອງປະທານ ສນຊ ໄດ້ມອບຫຼຽນກາລະນຶກ 60 ປີແນວລາວສ້າງຊາດໃຫ້ພະອາຈານສິນຊັບ ຈາລະນະທໍາໂມຕື່ມອີກ.
ຂ່າວ-ພາບ: ສນຊ