ໂດຍ: ວັນເພັງ
ການທີ່ຈະກາຍເປັນຄູ-ອາຈານທີ່ສອນດີ-ສອນເກັ່ງ, ດີເດັ່ນໄດ້ກໍຕ້ອງມີຄວາມດຸໝັ້ນຂະຫຍັ່ນພຽນຊອກສະແຫວງຫາ, ສຶກສາຮຽນຮູ້ສິ່ງໃໝ່ໆຢູ່ເລື້ອຍໆ ເພື່ອນຳມາປັບປຸງພັດທະນາຕົນເອງໃຫ້ກາຍເປັນຄູທີ່ສອນດີ-ສອນເກັ່ງຂຶ້ນເລື້ອຍໆຄືດັ່ງ ທ່ານ ບຸນປອນ ບັນດາສັກ ຄູສອນປະຈຳຫ້ອງຊັ້ນປະຖົມປີທີ 5 ຂອງໂຮງຮຽນລ້ຽງເດັກ-ອະນຸບານ-ປະຖົມ ແລະ ມັດທະຍົມຕົ້ນ ສີຫາວົງວິທະຍາ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ຊຶ່ງເປັນຄູອີກຜູ້ໜຶ່ງທີ່ສອນດີ-ສອນເກັ່ງ ທັງເປັນຄູແບບຢ່າງທີ່ດີຂອງໂຮງຮຽນ.
ເນື່ອງໃນໂອກາດວັນຄູແຫ່ງຊາດ ຄົບຮອບ 29 ປີ (7 ຕຸລາ 1994-7 ຕຸລາ 2023) ທີ່ໃກ້ມາເຖິງນີ້ທ່ານ ບຸນປອນ ບັນດາສັກ ໄດ້ໃຫ້ສຳພາດຕໍ່ນັກຂ່າວໜັງສືພິມປະຊາຊົນ ໃນວັນທີ 4 ຕຸລາ ຜ່ານມາວ່າ: ປັດຈຸບັນຕົນເອງໄດ້ປະກອບອາຊີບຄູສອນຊັ້ນປະຖົມມາໄດ້ 13 ປີແລ້ວ, ໃນໄລຍະຜ່ານມາໄດ້ບັນຈຸເປັນຄູສອນຢູ່ຫຼາຍຂັ້ນໃນຊັ້ນປະຖົມສຶກສາຄື: ເລີ່ມແຕ່ສອນ ປ.1, ປ.2, ປ.3, ປ.4 ມາຮອດປັດຈຸບັນຫຼັກໆແມ່ນສອນນັກຮຽນປະຖົມປີທີ 5. ຍ້ອນມີຄວາມຮັກມັກໃນອາຊີບຄູມາແຕ່ຍັງນ້ອຍ ແລະ ໄດ້ໄປຮຽນໃນສາຍວິຊາຄູ ຈຶ່ງໄດ້ປະກອບອາຊີບຄູ ສອນມາຮອດປັດຈຸບັນ. ພ້ອມນັ້ນ, ຍັງມີແຮງບັນດານໃຈຫຼາຍໆຢ່າງ ສິ່ງສຳຄັນຕົນເອງມີຄວາມພາກພູມໃຈຫຼາຍກວ່າສິ່ງໃດໝົດໃນການສ້າງຊັບພະຍາກອນມະນຸດໃຫ້ກາຍເປັນຄົນດີ, ມີມາລະຍາດ, ມີລະບຽບວິໃນ, ມີຄວາມຮູ້, ຄວາມສາມາດເພື່ອນໍາໄປພັດທະນາສ້າງສາປະເທດຊາດໃນອະນາຄົດ. ຄຳວ່າຄູ ບໍ່ສາມາດພັນລະນາໄດ້, ຄູແມ່ນຜູ້ກໍ່ສ້າງຊັບພະຍາກອນມະນຸດ ຄືຜູ້ທີ່ຖ່າຍທອດຄວາມຮູ້ປະສົບການໃຫ້ແກ່ນັກຮຽນ-ນັກສຶກສາ, ຄູຄືແມ່ພິມຂອງຊາດປຽບເໝືອນພໍ່ແມ່ຜູ້ທີ່ສອງຂອງລູກຫຼານ ແລະ ອື່ນໆ.
    ການສອນນັກຮຽນປະຖົມ ປ.5 ມີຄວາມສໍາຄັນຫຼາຍ ຊຶ່ງເປັນປີສຸດທ້າຍໃນການຮຽນຊັ້ນປະຖົມ ເພື່ອກ້າວສູ່ຂັ້ນມັດທະຍົມ. ໃນນັ້ນ, ຕະຫຼອດໄລຍະຜ່ານມາກໍໄດ້ສອນບຳລຸງນັກຮຽນເກັ່ງ, ສາມາດສ້າງນັກຮຽນເກັ່ງໄດ້ຫຼາຍລະດັບ, ຫຼາຍຮຸ່ນໃນຊັ້ນປະຖົມ ປ.5 ໃນ 3 ວິຊາຫຼັກຄື: ວິຊາຄະນິດສາດ, ວິຊາໂລກອ້ອມຕົວ, ວິຊາພາສາລາວ. ສະແດງອອກນັກຮຽນສາມາດສອບເສັງຜ່ານຂັ້ນກຸ່ມໄດ້ທັງໝົດ 3 ວິຊາ, ຜ່ານຂັ້ນເມືອງສອບເສັງເຂົ້ານະຄອນຫຼວງວຽງຈັນໃນ 2 ວິຊາຄື: ວິຊາຄະນິດສາດ ແລະ ວິຊາໂລກອ້ອມຕົວ. ສາມາດຍາດໄດ້ລາງວັນຊົມເຊີຍຂັ້ນນະຄອນຫຼວງວຽງຈັນໃນວິຊາໂລກອ້ອມຕົວ ໃນສົກຮຽນ 2022-2023 ຜ່ານມາ. ນອກຈາກສ້າງນັກຮຽນໃຫ້ກາຍເປັນນັກຮຽນເກັ່ງຂອງໂຮງຮຽນແລ້ວ, ຍັງໄດ້ປະກອບສ່ວນໃນການເຄືອນໄຫວວຽກງານນອກຫຼັກສູດ ບໍ່ວ່າຈະເປັນວຽກງານກິລາ, ສິລະປະ, ການອອກແຮງງານ, ການຊ່ວຍເຫຼືອຄູ-ອາຈານ, ສິດສອນສົນທະນາແລກປ່ຽນບົດຮຽນຮ່ວມກັນ ແລະ ອື່ນໆ. ໂດຍປະຕິບັດຕາມ 5 ຫຼັກມູນທີ່ກະຊວງສຶກສາທິການ ແລະ ກິລາວາງອອກຢ່າງເຂັ້ມງວດ.
    ທ່ານ ບຸນປອນ ບັນດາສັກ ກ່າວຕື່ມວ່າ: ໃນຕໍ່ໜ້າຕົນເອງ ຈະສືບຕໍ່ພັດທະນາການສິດສອນ, ສຶກສາຮຽນຮູ້ສິ່ງໃໝ່ໆຢູ່ເລື້ອຍໆ. ໃນນາມສ່ວນຕົວຝາກເຖິງຄູ-ອາຈານພາຍໃນໂຮງຮຽນ ກໍຄືຄູ-ອາຈານໃນທົ່ວປະເທດບໍ່ວ່າຈະເປັນໂຮງຮຽນພາກລັດ ແລະ ເອກະຊົນ ການທີ່ຈະເປັນຄູສອນດີ-ສອນເກັ່ງໄດ້ສິ່ງສຳຄັນຕ້ອງມີໃຈຮັກມັກໃນອາຊີບຄູແທ້ໆ ດຸໝັ້ນຊອກຮູ້, ຮໍ່າຮຽນຢູ່ເລື້ອຍໆ ກໍຈະກາຍເປັນຄູຜູ້ທີ່ສິດສອນດີ-ສອນເກັ່ງ, ດີເດັ່ນໃນອະນາ ຄົດ ແລະ ພ້ອມທີ່ຈະຖ່າຍທອດຄວາມຮູ້ໃຫ້ແກ່ນັກຮຽນ, ເຍົາວະຊົນທຸກທົ່ວໜ້າໃຫ້ມີຄຸນນະພາບ ກາຍເປັນຜູ້ສືບທອດທີ່ດີ, ເປັນໜໍ່ແໜງຂອງຊາດໃນອະນາຄົດ.
ທ່ານນາງ ບົວລຸນ ລິນທະວົງ ຜູ້ອຳນວຍການໂຮງຮຽນລ້ຽງເດັກ-ອະນຸບານ-ປະຖົມ ແລະ ມັດທະຍົມຕົ້ນ ສີຫາວົງວິທະຍາ ໄດ້ຢັ້ງຢືນວ່າ: ທ່ານ ບຸນປອນ ບັນດາສັກ ເປັນຄູຜູ້ໜຶ່ງທີ່ສອນດີ-ສອນເກັ່ງ ທັງເປັນຄູແບບ ຢ່າງທີ່ດີຂອງໂຮງຮຽນຢ່າງແທ້ຈິງ ຊຶ່ງສະແດງອອກໃນຜົນງານການສິດສອນ, ການສ້າງນັກຮຽນໃຫ້ກາຍ ເປັນນັກຮຽນເກັ່ງໃນແຕ່ລະລະດັບຕະຫຼອດໄລຍະສົກຮຽນຜ່ານມາ, ນອກຈາກເປັນຄູທີ່ສອນດີ-ສອນເກັ່ງແລ້ວ ຍັງປະກອບສ່ວນວຽກງານອື່ນໆ, ການຊ່ວຍເຫຼືອຄູ-ອາຈານດ້ວຍກັນ ຈຶ່ງສາມາດຍົກໃຫ້ເປັນຄູສອນດີ-ສອນເກັ່ງ ທັງເປັນຄູແບບຢ່າງທີ່ດີຂອງໂຮງຮຽນມາເຖິງປັດຈຸບັນ.
ໃນໂອກາດວັນຄູແຫ່ງຊາດຄົບຮອບ 29 ປີ ທ່ານນາງ ບົວລຸນ ລິນທະວົງ ໄດ້ອວຍພອນໄຊອັນປະເສີດແດ່ຄູ-ອາຈານໃນຂອບເຂດທົ່ວປະເທດ ຈົ່ງມີສຸຂະພາບແຂງແຮງ, ມີຄວາມສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ ພ້ອມກັນຕັ້ງໜ້າບຸກບືນຫ້າວຫັນສິດສອນ, ຖ່າຍທອດຄວາມຮູ້ໃຫ້ລູກຫຼານກາຍເປັນຄົນດີ, ເປັນຜູ້ສືບທອດຂອງຊາດໃນອະນາຄົດ.