ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ໄດ້ຈັດກອງປະຊຸມສຳມະນາກ່ຽວກັບຫຼັກການພື້ນຖານການນຳໃຊ້ພາສາລາວ ຂຶ້ນໃນວັນທີ 18 ມີນາ ນີ້ ທີ່ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີທ່ານ ບໍ່ແສງຄຳ ວົງດາລາ ອະດີດລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ພ້ອມດ້ວຍອະດີດຮອງລັດຖະມົນຕີ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ພຸດ ສິມມາລາວົງ ໄດ້ກ່າວວ່າ: ພາສາລາວ ແລະ ອັກສອນລາວ ເປັນພາສາ ແລະ ອັກສອນທາງການ, ເປັນເຄື່ອງມືສໍາລັບການຮຽນ-ການສອນ, ການຖ່າຍທອດຄວາມຮູ້ວິຊາຕ່າງໆໃນສະຖານທີ່ການສຶກສາ, ເປັນເຄື່ອງມືໃນການສື່ສານຢູ່ໃນສັງຄົມລາວ. ນອກນັ້ນ, ພາສາລາວ ຍັງເປັນວິຊາຮຽນໜຶ່ງທີ່ສໍາຄັນ ຢູ່ໃນລະບົບໂຮງຮຽນຂອງລາວ ໂດຍສະເພາະແມ່ນສາມັນສຶກສາ, ເຖິງຢ່າງໃດກໍຕາມ ໃນການນໍາໃຊ້ພາສາລາວ, ພວກເຮົາຍັງພົບເຫັນບາງບັນຫາ ທີ່ຍັງບໍ່ທັນເປັນເອກະພາບກັນ ທີ່ຂຶ້ນກັບປັດຳຈຕ່າງໆ ທາງດ້ານຫຼັກໄວຍາກອນລາວ (ຫຼັກການໃຊ້ພາສາ), ການຮຽນ-ການສອນພາສາ, ການໃຊ້ພາສາລາວໃນສັງຄົມ ແລະ ອິດທິພົນຂອງພາສາປະເທດເພື່ອນບ້ານ ກໍຄືພາສາຕ່າງປະເທດອື່ນໆ ຊຶ່ງກະຊວງສຶກສາທິການ ແລະ ກິລາ ໄດ້ສ້າງຕັ້ງສູນຄົ້ນຄວ້າພາສາລາວ ແລະ ຄະນະກໍາມະການຄົ້ນຄວ້າພາສາລາວຂຶ້ນ ໃນປີ 2022. ຫຼັງຈາກນັ້ນ ຄະນະກໍາມະການດັ່ງກ່າວ ກໍໄດ້ດໍາເນີນວຽກງານຂອງຕົນ ໂດຍໄດ້ດໍາເນີນການຄົ້ນຄວ້າຮຽບຮຽງເອກະສານຫຼັກການພື້ນຖານການນໍາໃຊ້ພາສາລາວ ລວມທັງການຂຽນຄໍາພາສາລາວດ້ວຍອັກສອນ Latin ແລະ ການຂຽນທັບສັບພາສາຕ່າງປະເທດຈໍານວນໜຶ່ງ; ໄດ້ຄົ້ນຄວ້າຮຽບຮຽງວັດຈະນານຸກົມພາສາລາວ ແລະ ປຶ້ມປະຫວັດວັນນະຄະດີລາວ. ນອກນັ້ນ, ກໍໄດ້ຄົ້ນຄວ້າວິທີສອນພາສາລາວສໍາລັບນັກຮຽນຊົນເຜົ່າ ໂດຍຜ່ານການຝຶກເວົ້າ ເພື່ອກຽມຄວາມພ້ອມສໍາລັບຮຽນຕາມປຶ້ມແບບຮຽນທົ່ວໄປ, ປັບປຸງການຮຽນ-ການສອນພາສາລາວຢູ່ຊັ້ນປະຖົມ ແລະ ມັດທະຍົມສຶກສາ, ການທີ່ຈະໃຫ້ການນໍາໃຊ້ພາສາລາວມີຄວາມເປັນເອກະພາບກັນນັ້ນ, ກ່ອນອື່ນໝົດຕ້ອງມີຫຼັກການພື້ນຖານທີ່ເປັນບ່ອນອີງ, ຫຼັງຈາກນັ້ນ ຜູ້ໃຊ້ພາສາລາວ ຈະຕ້ອງມີສະຕິ ເຄົາລົບ ແລະ ປະຕິບັດຕາມຫຼັກການທີ່ໄດ້ຕົກລົງເອກະພາບກັນ. ຄືດັ່ງ ທ່ານ ພູມີ ວົງວິຈິດ ໄດ້ເວົ້າວ່າ: “ຫຼັກການ ແລະ ຄໍາສັບຄໍາເວົ້າທີ່ໃຊ້ແມ່ນໃຫ້ເປັນອັນງ່າຍ ໃຫ້ມະຫາຊົນຜູ້ມີຄວາມຮູ້ສູງ ຫຼື ຕ່ຳພຽງໃດກໍເຂົ້າໃຈໄດ້, ສະດວກໃນການນໍາໃຊ້, ບໍ່ກົດ ໜ່ວງ, ແຕ່ຊຸກຍູ້ຄວາມຈະເລີນກ້າວໜ້າຂອງຊາດ”. ທ່ານໃຫ້ທັດສະນະວ່າ: “ພາສາຂຽນຂອງລາວແມ່ນຂຽນຕາມສໍານຽງສຽງເວົ້າຂອງລາວ, ຕາມແບບກະທັດຮັດ, ບໍ່ໃຫ້ມີຕົວອັກສອນເຫຼືອຢູ່ໃນຄຳເວົ້າ ແລະ ບໍ່ໃຫ້ມີຄຳເວົ້າເຫຼືອຢູ່ໃນປະໂຫຍກ”.
ສະນັ້ນ, ການຄົ້ນຄວ້າ ແລະ ກໍານົດຫຼັກການນໍາໃຊ້ພາສາລາວ ຕ້ອງສືບຕໍ່ກ້າວໄປຂ້າງໜ້າຕາມຫຼັກການຂຽນຕາມສຽງໃນໄວຍາກອນປັດຈຸບັນ, ເຖິງຢ່າງໃດກໍຕາມ, ການຄົ້ນຄວ້າ ແລະ ພັດທະນາພາສາລາວ ຕ້ອງຄໍານຶງເຖິງລັກສະນະສັງຄົມຂອງພາສາ ໝາຍວ່າ ຕ້ອງສຶກສາສະພາວະຄວາມເປັນຈິງຂອງການນໍາໃຊ້ໃນຊີວິດຕົວຈິງ ໃນວຽກງານລັດຖະການ, ໃນຊີວິດປະຈໍາວັນຂອງປະຊາຊົນ ລວມທັງຄ່ານິຍົມຂອງຄົນສ່ວນຫຼາຍທີ່ສົມເຫດສົມຜົນ. ພາສາປາກເວົ້າຈະເວົ້າຕາມສຽງສໍານຽງຂອງທ້ອງຖິ່ນໃດກໍໄດ້, ແຕ່ເວລາຂຽນໃຫ້ຂຽນເອກະພາບກັນ. ກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ຮັບຟັງການລາຍງານຫຼັກການພື້ນຖານການນໍາໃຊ້ພາສາລາວ ປະກອບມີການນຳໃຊ້ຕົວອັກສອນລາວ, ການນໍາໃຊ້ວະລີ ແລະ ປະໂຫຍດໃນພາສາລາວ, ການນຳໃຊ້ຄຳໃນພາສາລາວ, ຫຼັກການ ແລະ ວິທີແຕ່ງກາບກອນ; ການຂຽນພາສາລາວດ້ວຍອັກສອນລາແຕັງ ແລະ ການຂຽນທັບສັບພາສາຕ່າງປະເທດ ປະກອບມີ ການຂຽນພາສາລາວດ້ວຍອັກສອນລາແຕັງ, ການຂຽນທັບສັບພາສາຝຣັ່ງ, ການຂຽນທັບສັບພາສາອັງກິດ, ການຂຽນທັບສັບພາສາຣັດເຊຍ, ການຂຽນທັບສັບພາສາຫວຽດນາມ, ພາສາຈີນ, ພາສາຍີ່ປຸ່ນ ແລະ ພາສາ ເກົາຫຼີ.
ຂ່າວ-ພາບ: ຍຸພິນທອງ