ພິທີຖະແຫຼງຂ່າວຄວາມພ້ອມຈັດການແຂ່ງຂັນ ເຕະບານນັກຮຽນມັດຖະຍົມສຶກສາ ທົ່ວປະເທດ ຮຸ່ນອາຍຸບໍ່ເກີນ 17 ປີ (ຊາຍ-ຍິງ) ຊີງຂັນລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ) ປະຈໍາປີ 2023 ຫຼື COPA Coca-Cola Laos 2023 ໄດ້ຈັດຂຶ້ນໃນວັນທີ 4 ຕຸລາ 2023 ທີ່ສູນການຄ້າວຽງຈັນ ເຊັນເຕີ, ມີທ່ານ ສົມພູ ພົງສາ ຮອງປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ, ທ່ານນາງ ພູໄຊ ແພງພົງ ຮອງຫົວໜ້າກົມກິລາລະດັບສູງ ກະຊວງ ສສກ ແລະ ທ່ານນາງ ຈັນທິດາ ສີຫາລາດ ຜູ້ຈັດການພະແນກການຕະຫຼາດ ບໍລິສັດ ໂຄຄາ-ໂຄລາ ບ໊ອຕຕລິງ ຈໍາກັດ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ຄູເຝິກ ແລະ ນັກກິລາ ລວມເຖິງສື່ມວນຊົນເຂົ້າຮ່ວມ.
   ໂອກາດດັ່ງກ່າວ, ທ່ານ ສຸລິວັນ ເຊີນວິໄລ ຜູ້ອໍານວຍການສະຖາບັນກິລາ-ກາຍຍະກໍາ ກ່າວວ່າ: ພາຍ ຫຼັງທີ່ ກົມກິລາລະດັບສູງ ກໍຄື ກະຊວງສຶກສາທິການ ແລະ ກິລາ ໄດ້ມອບສິດໃຫ້ກັບສະຖາບັນກິລາ-ກາຍຍະກໍາ ເປັນຜູ້ຮັດຜິດຊອບຈັດການແຂ່ງຂັນ ໂດຍຮ່ວມມືບໍລິສັດ ຮຸ່ງອາລຸນ ການຄ້າ ອີເລັກໂຕນິກ ຈໍາກັດ ເພື່ອຈັດການແຂ່ງຂັນບານເຕະນັກຮຽນມັດທະຍົມສຶກສາ ທົ່ວປະເທດ ຮຸ່ນອາຍຸບໍ່ເກີນ 17 ປີ (ຊາຍ-ຍິງ) ຊີງຂັນທ່ານລັດຖະມົນຕີກະຊວງ ສສກ ຫຼື ລາຍການ COPA Coca-Cola Laos 2023 ພາຍໃຕ້ການສະໜັບສະໜູນຂອງບໍລິສັດ ລາວ ໂຄຄາ-ໂຄລາ ບ໊ອຕຕລິງຈໍາກັດ ໂດຍກໍານົດເອົາທີມຈາກໂຮງຮຽນຈາກທົ່ວປະເທດເຂົ້າຮ່ວມຊີງໄຊ.    ສໍາລັບຮູບແບບການແຂ່ງຂັນໄດຈັດແບ່ງອອກເປັນຫຼາຍພາກດັ່ງນີ້: ພາກກາງຈັດຢູ່ນະຄອນຫຼວງວຽງຈັນ ແຂ່ງຂັນວັນທີ 9 ຕຸລາ 2023 - 10 ພະຈິກ 2023 ທີມຊາຍມີ 9 ທີມ ແລະ ທີມຍິງມີ 9 ທີມ ຈະຄັດເອົາ 2 ທີມຊາຍ ແລະ 2 ທີມຍິງ ທີ່ດີທີ່ສຸດຜ່ານເຂົ້າໄປຫຼິ້ນຮອບສຸດທ້າຍ; ພາກໃຕ້ ຈັດຢູ່ແຂວງຈໍາປາສັກ ທີມຊາຍມີ 7 ທີມ ແລະ ທີມຍິງມີ 4 ທີມ ແຂ່ງຂັນວັນທີ 23-30 ພະຈິກ 2023 ເພື່ອຄັດເອົາທີ 1 ທີມຊາຍ ແລະ ທີ 1 ທີມຍິງ ຜ່ານເຂົ້າຮອບສຸດທ້າຍ ແລະ  ພາກເໜືອ ຈັດຢູ່ແຂວງຫຼວງນໍ້າທາ ທີມຊາຍມີ 8 ທີມ ແລະ ທີມຍິງ 4 ທີມ ແຂ່ງຂັນວັນທີ 13-20 ພະຈິກ 2023 ເອົາທີມທີ 1 ທີມຊາຍ ແລະ ທີ 1 ທີມຍິງເຂົ້າຮອບສຸດທ້າຍ ຊຶ່ງຮອບສຸດທ້າຍ ຫຼື ຮອບຊີງຊະນະເລີດ ຈະໄດ້ຈັດຢູ່ນະຄອນຫຼວງວຽງຈັນ ໂດຍມີ 4 ທີມຊາຍ ແລະ 4 ທີມຍິງຈາກທົ່ວປະເທດ ແຂ່ງຂັນລະຫວ່າງວັນທີ 4-8 ທັນວາ 2023.
   ຂະນະດຽວກັນ ທ່ານນາງ ຈັນທິດາ ສີຫາລາດ ຜູ້ຈັດການພະແນກການຕະຫຼາດ ບໍລິສັດ ໂຄຄາ-ໂຄລາ ບ໊ອຕຕລິງ ຈໍາກັດ ກ່າວວ່າ: ທາງບໍລິສັດ ບໍລິສັດ ໂຄຄາ-ໂຄລາ ບ໊ອຕຕລິງ ຈໍາກັດ ຍິນດີໃຫ້ການສະໜັບສະໜູນຈັດການແຂ່ງຂັນລາຍການນີ້ຕໍ່ເນື່ອງ ເນື່ອງຈາກເປັນລາຍການທີ່ມອບໂອກາດໃຫ້ກັບນ້ອງໆເຍົາວະຊົນລາວ ໄດ້ມີເວທີໃນການແຂ່ງຂັນກິລາເຕະບານ ຊຶ່ງລາຍການຜ່ານມາກໍສາມາດສ້າງນັກກິລາກ້າວສູ່ການແຂ່ງຂັນເຕະບານໃນລີກສູງສຸດຂອງ ສປປ ລາວ ແລະ ທີມຊາດລາວ ໄດ້ຫຼາຍຄົນ ຊຶ່ງນີ້ເປັນໝາກຜົນທີ່ທາງພວກເຮົາໄດ້ຮັບ. 
 ຂ່າວ: ຕຸໄລເພັດ