ໂດຍ: ພູວັນ
    ເນື່ອງໃນໂອກາດວັນຄູແຫ່ງຊາດ ວັນທີ 7 ຕຸລາ 1994-7 ຕຸລາ 2023 ທີ່ໄດ້ໝູນວຽນມາຄົບຮອບ 29 ປີ, ທ່ານ ວຽງພອນ ສຸກຂະວົງ ຜູ້ອໍານວຍການວິທະຍາໄລສິລະປະແຫ່ງຊາດ ໄດ້ກ່າວສະແດງທັດສະນະຕໍ່ນັກຂ່າວໜັງສືພິມປະຊາຊົນ ໃນວັນທີ 4 ຕຸລາ ຜ່ານມາວ່າ: ວັນຄູແຫ່ງຊາດ 7 ຕຸລາ ຖືເປັນວັນປະຫວັດສາດຂອງຊາດລາວເຮົາ ຊຶ່ງຍາມໃດພັກ-ລັດຖະບານກໍໄດ້ຖືເອົາວຽກງານການສຶກສາໄປກ່ອນກ້າວໜຶ່ງ, ໂດຍເອົາໃຈໃສ່ການສຶກສາຄູ ຖືເອົາຄູສອນເປັນກົກໃນການຍົກສູງຄຸນນະພາບຂອງການສຶກສາ. ເວົ້າລວມ, ເວົ້າສະເພາະ ຂົງ ເຂດວຽກງານຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ເນັ້ນການພັດທະນາຊັບພະຍາກອນມະນຸດທາງດ້ານສິລະປະ-ວັດທະນະທໍາ, ຄູມີພາລະບົດບາດສໍາຄັນໃນການສ້າງນັກສະແດງອາຊີບ, ເຄິ່ງອາຊີບໃນຮຸ່ນຄົນຕ່າງໆ ເພື່ອຮັບໃຊ້ພາລະກິດປົກປັກຮັກສາ ສ້າງສາພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ. ຄູມີຄວາມສໍາຄັນຫຼາຍໃນການສ້າງອະນາຄົດໃຫ້ຄົນແຕ່ລະຮຸ່ນ, ຄູຈຶ່ງຖືກຂະໜານນາມວ່າ ຄູເປັນຄົນຂອງພັກ, ຄູຄືແມ່ພິມຂອງຊາດ, ຄູຄືພໍ່ແມ່ຜູ້ທີສອງຂອງເດັກ ແລະ ອື່ນໆ, ຄູແມ່ນຜູ້ທີ່ມີຄວາມຮູ້-ຄວາມສາມາດ ປະສົບການທີ່ສາມາດຖ່າຍທອດໃຫ້ແກ່ຜູ້ອື່ນ. 
ເມື່ອທົບທວນຄືນແລ້ວເຫັນວ່າ ພາລະໜ້າທີ່ຂອງຄູ ແມ່ນມີກຽດໃນການດໍາເນີນພາລະກິດການສຶກສາຂອງພັກ-ລັດ, ກໍຄືການຈັດຕັ້ງຜັນຂະຫຍາຍແຜນພັດທະນາການສຶກສາ ໂດຍສະເພາະແມ່ນຂົງເຂດວຽກງານສິລະປະ-ວັດທະນະທໍາມີຄວາມຫຼາກຫຼາຍ ແລະ ມີຄຸນນະພາບ ສອດຄ່ອງກັບການພັດທະນາເສດຖະກິດ-ສັງຄົມຂອງຊາດໃນແຕ່ລະໄລຍະ. ຄູໄດ້ກາຍເປັນຜູ້ສອນດີ, ສອນເກັ່ງ, ເປັນຄູປະສົບການຊໍານານງານ, ກາຍເປັນສິລະປິນດີເດັ່ນ, ສິລະປິນແຫ່ງຊາດ; ກ້າວສູ່ການເປັນສາສະດາຈານ, ຮອງສາສະດາຈານ ແລະ ສາສະດາຈານ ມີພາລະບົດບາດນັບມື້ນັບສູງຂຶ້ນໃນສັງຄົມ ກໍຄືເວທີລະດັບພາກພື້ນ ແລະ ສາກົນເທື່ອລະກ້າວ. 
ໃນໂອກາດສະເຫຼີມສະຫຼອງວັນຄູແຫ່ງຊາດ 7 ຕຸລາ 2023 ທີ່ຈະມາເຖິງນີ້ ເປັນໂອກາດດີທີ່ວິທະຍາໄລສິລະປະແຫ່ງຊາດ ໄດ້ຍົກລະດັບຈາກໂຮງຮຽນສິລະປະແຫ່ງຊາດ ຂຶ້ນເປັນວິທະຍາໄລສິລະປະແຫ່ງຊາດ ໃນວັນທີ 7 ທັນວາ 2022 ຊຶ່ງມີພາລະບົດບາດໃນການຈັດຕັ້ງການຮຽນ-ການສອນ, ການຝຶກອົບຮົມດ້ານສິລະປະ-ວັດທະນະທໍາ, ພັດທະນາຫຼັກສູດ, ຄົ້ນຄວ້າ-ວິໄຈ, ຜະລິດສື່ການຮຽນ-ການສອນ ແລະ ບໍລິການວິຊາການ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ ໃນການສ້າງຊັບພະຍາກອນມະນຸດດ້ານສິລະປະ-ວັດທະນະທໍາ ໂດຍປະຕິບັດຕາມຄໍາຂວັນວິທະຍາໄລສິລະປະແຫ່ງຊາດວາງອອກ: ສຶກສາດີ ມີວິໄນ ໃສ່ໃຈຄົ້ນຄວ້າວິທະຍາສາດ ສາມາດພັດທະນາສິລະປະການສະແດງ ເຂັ້ມແຂງກ້າວສູ່ສາກົນ. ປະກອບສ່ວນເຂົ້າໃນການພັດທະນາເສດຖະ ກິດ-ສັງຄົມໃຫ້ກ້າວໜ້າເຂັ້ມແຂງ. ປັດຈຸບັນວິທະຍາໄລສິລະປະແຫ່ງຊາດ ມີຄູ-ອາຈານທັງໝົດ 86 ຄົນ ຍິງ 39 ຄົນ, ປະກອບມີ 5 ຂະແໜງ ແລະ 4 ພາກວິຊາຄື: ຂະແໜງບໍລິຫານ ແລະ ຈັດຕັ້ງ-ພະນັກງານ, ຂະ   ແໜງວິຊາການ, ຂະແໜງກິດຈະການນັກສຶກສາ, ຂະແໜງສາມັນສຶກສາ, ຂະແໜງວັດຜົນ-ປະເມີນຜົນ; ພາກວິຊາດົນຕີຕາເວັນຕົກ, ພາກວິຊາດົນຕີພື້ນເມືອງ, ພາກວິຊາຟ້ອນ ແລະ ພາກວິຊາຮ້ອງຂັບລໍາ, ໃນສົກຮຽນ 2023-2024 ມີນັກຮຽນທັງໝົດ 392 ຄົນ ຍິງ 298 ຄົນ. ຕະຫຼອດໄລຍະແຫ່ງການສ້າງຊັບພະຍາກອນມະນຸດທາງດ້ານສິລະປະການສະແດງ ນັບມື້ນັບເຂັ້ມແຂງ; ຄູ-ອາຈານໄດ້ກາຍເປັນຄູສອນດີ, ສອນເກັ່ງ, ກາຍເປັນສິລະປິນ, ນັກສະແດງ, ຜູ້ຊໍານານງານມີຈໍານວນເພີ່ມຂຶ້ນ. ຄູວິທະຍາໄລສິລະປະແຫ່ງຊາດ ມີພາລະບົດບາດນັບມື້ສູງຂຶ້ນໃນສັງຄົມ, ກໍຄືເວທີພາກພື້ນ ແລະ ສາກົນ. 
ຕາງໜ້າວິທະຍາໄລສິລະປະແຫ່ງຊາດ ຂໍຍ້ອງຍໍຊົມເຊີຍ, ສະແດງຄວາມຮູ້ບຸນຄຸນຕໍ່ພະນັກງານຄູ-ອາ ຈານ, ຜູ້ບໍລິຫານການສຶກສາ. ພ້ອມກັນນີ້ຂໍສະແດງຄວາມຂອບໃຈມາຍັງທຸກພາກສ່ວນໃນທົ່ວສັງຄົມ ທີ່ໄດ້ມີສ່ວນຮ່ວມຊຸກຍູ້ວິທະຍາໄລສິລະປະແຫ່ງຊາດ ໄດ້ມີການຂະຫຍາຍຕົວ ມີຜົນສໍາເລັດເປັນກ້າວໆມາ. ພັກ-ລັດ ໄດ້ຕີລາຄາສູງຕໍ່ຜົນງານການປະກອບສ່ວນຂອງຄູ-ອາຈານ ເຂົ້າໃນການພັດທະນາຊັບພະຍາກອນມະນຸດທາງດ້ານສິລະປະການສະແດງຕະຫຼອດໄລຍະທີ່ຜ່ານມາ. 
ໂອກາດນີ້, ຂ້າພະເຈົ້າຂໍອວຍພອນໄຊອັນປະເສີດມາຍັງຄູ-ອາຈານ, ຜູ້ບໍລິຫານການສຶກສາ, ຜູ້ປະກອບການ ຕະຫຼອດຮອດປະຊາຊົນລາວບັນດາເຜົ່າ ຈົ່ງມີສຸຂະພາບເຂັ້ມແຂງ ມີພາລານາໄມສົມບູນ, ມີຜົນສໍາເລັດໃນໜ້າທີ່ວຽກງານຂອງທ່ານມານະໂອກາດນີ້ດ້ວຍ.  
ນໍ້າໃຈວັນຄູແຫ່ງຊາດໝັ້ນຍືນ !.