ມ.ສ ເມືອງໝໍ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດພິທີສະເຫຼີມສະຫຼອງ ວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 29 ປີ ຂຶ້ນ ຫວ່າງບໍ່ດົນມານີ້ ທີ່ໂຮງຮຽນດັ່ງກ່າວ. ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ສົມພອນ ຈີນດາວົງ ກໍາມະການພັກເມືອງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ທ່ານ  ອານຸເດດ ພິທັກ ຜູ້ອໍານວຍການໂຮງຮຽນ ມ.ສ ເມືອງໝໍ, ມີປະທານຄະນະສະມາຄົມພໍ່ແມ່ນັກຮຽນ, ຄູບໍານານ, ຄະນະພັດທະນການສຶກສາຂັ້ນບ້ານ, ຄູ-ອາຈານ, ຜູ້ປົກຄອງນັກຮຽນ ແລະ ນັກຮຽນເຂົ້າຮ່ວມ. 
  ການສະເຫຼີມສະຫຼອງວັນຄູແຫ່ງຊາດແມ່ນເພື່ອໃຫ້ທຸກຄົນໄດ້ທົບທວນຄືນຄຸນງາມຄວາມດີຂອງຄູ-ອາຈານ ທີ່ມີຕໍ່ປະເທດຊາດ ກໍຄືມວນມະນຸດ, ທັງເປັນການສ້າງເງື່ອນໄຂໃຫ້ທຸກຄົນໃນສັງຄົມໄດ້ສະແດງຄວາມກະຕັນຍູ, ກະຕະເວທີ ຕໍ່ຄູທີ່ພວມສິດສອນ ແລະ ຄູອາວຸໂສບຳນານ ດ້ວຍຮູບການຕ່າງໆເຊັ່ນ: ໄປຢ້ຽມຢາມຖາມຂ່າວ, ປະກອບສ່ວນວັດຖຸປັດໄຈ, ປະກອບຄຳເຫັນ ເພື່ອພັດທະນາໂຮງຮຽນທີ່ຕົນເອງເຄີຍສຶກສາຮໍ່າຮຽນ ຕາມເງື່ອນໄຂຕົວຈິງແຕ່ລະບຸກຄົນ ແລະ ແຕ່ລະພາກສ່ວນ. ດັ່ງນັ້ນ, ພັກ ແລະ ລັດຖະບານແຫ່ງ ສປປ ລາວ ຈຶ່ງກໍານົດໃຫ້ມີ ວັນຄູແຫ່ງຊາດລາວ ໂດຍກໍານົດເອົາວັນເຂົ້າຮັບຣາຊະການຂອງນາຍຄູຄຳ  ຊຶ່ງແມ່ນຄູຜູ້ມີສັນຊາດລາວ ຄົນທຳອິດໃນປີ 1907 ແລະ ຈັດຕັ້ງສະເຫຼີມສະຫຼອງນັບແຕ່ວັນທີ 7 ຕຸລາ 1994 ເປັນຕົ້ນມາ. ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ ພັກ-ລັດ ໄດ້ຖືເອົານະໂຍບາຍເດັດດ່ຽວ ເອົາການສຶກສາໄປກ່ອນວຽກງານອື່ນໆບາດກ້າວໜຶ່ງ ເພື່ອຍົກລະດັບວັດທະນະທໍາໃຫ້ແກ່ປະຊາຊົນລາວບັນດາເຜົ່າ, ແນໃສ່ຕີຖອຍແນວຄິດຄອງເດີມທີ່ອີງໃສ່ທຳມະຊາດເປັນຕົ້ນຕໍ, ຕ້ານການເຊື່ອຖືງົມງວາຍ, ແກ້ໄຂໄພກືກໜັງສື ອັນເປັນການປັບປຸງທັດສະນະ, ຫຼັກໜັ້ນ ແລະ ອຸດົມການສັງຄົມນິຍົມຂອງພັກ ໄດ້ວາງ 5 ທັດສະນະຂອງພັກ ຄື: 1. ໂຮງຮຽນເປັນເຄື່ອງມືຂອງລະບອບປະຊາທິປະໄຕປະຊາຊົນ, 2. ການສຶກສາຕ້ອງຮັບໃຊ້ແນວທາງ-ໜ້າທີ່ການປະຕິວັດຂອງພັກ, 3. ການສຶກສາຕ້ອງຮັບໃຊ້ການຜະລິດ, 4. ການສຶກສາເປັນພາລະກິດຂອງມະຫາຊົນຜູ້ອອກແຮງງານ ແລະ 5. ຄູເປັນຄົນຂອງພັກ. 3 ລັກສະນະ ຄື: 1. ລັກສະນະຊາດ, 2. ລັກສະນະວິທະຍາສາດ-ທັນສະໄໝ ແລະ 3. ລັກສະນະມະຫາຊົນ. 5 ຫຼັກມູນການສຶກສາ ຄື: 1. ຄຸນສົມບັດສຶກສາ, 2. ປັນຍາສຶກສາ, 3. ແຮງງານສຶກສາ, 4. ພະລະສຶກສາ ແລະ 5. ສິລະປະສຶກສາ.
ໃນພິທີໄດ້ຮັບຊົມການສະແດງສິລະປະ-ວັນນະຄະດີຂອງນັກຮຽນ, ເລົ່າປະຫວັດວັນຄູ, ນັກຮຽນອ່ານສານອວຍພອນຄູ, ມອບຊໍ່ໝາກເບັງ, ຊໍ່ດອກໄມ້ ໃຫ້ຄູ. ຈາກນັ້ນ, ຍັງໄດ້ມອບໃບຍ້ອງຍໍໃຫ້ບຸກຄົນ, ອົງການປົກຄອງບ້ານທີ່ມີຜົນງານດີເດັ່ນ ປະກອບສ່ວນຊື້ອຸປະກອນເຂົ້າໃນວຽກງານການສຶກສາ, ປະຕິບັດວຽກງານການຮຽນ-ການສອນ ແລະ ປຸກລະດົມລູກຫຼານເຂົ້າໂຮງຮຽນຕາມເກນອາຍຸໄດ້ດີ ປະຈໍາປີ 2022-2023.
ຂ່າວ: ຫ້ອງການ ຖວທ ເມືອງແກ່ນທ້າວ