ເພື່ອເປັນການຂໍ່ານັບຮັບຕ້ອນວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 29 ປີ (7 ຕຸລາ 1994 ຫາວັນທີ 7 ຕຸລາ 2023 ) ໃຫ້ເປັນຂະບວນຟົດຟື້ນເບີກບານມ່ວນຊື່ນ. ດັ່ງນັ້ນ, ເມື່ອບໍ່ດົນມານີ້ ທີ່ສະໜາມກິລາແຂວງຄໍາມ່ວນ ໄດ້ຈັດພິທີເປີດການແຂ່ງຂັນກິລາເປຕັງ ຂຶ້ນໂດຍການເປັນປະທານຂອງ ທ່ານ ນັນຕະໄຊ ອິນທະສອນ ຫົວໜ້າພະແນກສຶກສາທິການ ແລະ ກິລາ  (ສສກ) ແຂວງ ຊຶ່ງມີບັນດາຕາງໜ້າຂະແໜງການ ຕະຫຼອດເຖິງນັກກິລາຈາກເມືອງອ້ອມຂ້າງເຂົ້າຮ່ວມ.  
   ການແຂ່ງຂັນກິລາຄັ້ງນີ້ມີນັກກິລາເຂົ້າຮ່ວມທັງໝົດເກືອບ 100 ຄົນ, ໂດຍໄດ້ແບ່ງອອກເປັນ 44 ທີມ, ໃນນີ້ມີທີມຊາຍ 26 ທີມ, ຍິງ 18 ທີມ, ການແຂ່ງຂັນຈະໄດ້ດໍາເນີນໄປໃນລະຫວ່າງວັນທີ 4-5 ຕຸລາ ຜ່ານມາ. ສໍາລັບລາງວັນທີມທີ 1 ຈະໄດ້ຮັບເງິນສົດ 700.000 ກີບພ້ອມຂັນ 1 ໜ່ວຍ, ທີ 2 ໄດ້ຮັບເງິນສົດ 400.000 ກີບ ແລະ ທີ 3 ໄດ້ເງິນສົດ 300.000 ກີບ. ທ່ານ ນັນຕະໄຊ ອິນທະສອນ  ໄດ້ກ່າວວ່າ: ໃນນາມຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ຕະຫຼອດເຖິງພະນັກງານຄູ-ອາຈານໃນທົ່ວແຂວງໄດ້ພ້ອມກັນກະກຽມສ້າງຂະບວນການ ໂດຍສະເພາະໃນມື້ນີ້ແມ່ນໄດ້ພ້ອມກັນສ້າງຂະບວນການເພື່ອສະເຫຼີມ ສະຫຼອງວັນຄູແຫ່ງຊາດ ຄົບຮອບ 29 ປີ ຊຶ່ງໄດ້ໝູນວຽນມາຮອດອີກວາລະໜຶ່ງ ຊຶ່ງພວກເຮົາກໍໄດ້ມີການຈັດຂະບວນການໃນລະດັບແຂວງ ໄດ້ມີການຈັດການແຂ່ງຂັນກິລາເປຕັງ, ບານສົ່ງ ແລະ ເຕັ້ນອາໂຣບິກ ຕະຫຼອດວັນທີ 4 – 6 ຕຸລາ ນີ້. ສ່ວນວ່າຢູ່ໃນລະດັບເມືອງຈະຈັດເປັນແຕ່ລະໂຮງຮຽນໃນວັນທີ 6 ຕຸລາ ນີ້ ພ້ອມກັນໃນທົ່ວແຂວງ ເພື່ອເຮັດໃຫ້ພິທີນີ້ເຫັນໄດ້ເຖິງຄວາມໝາຍ, ຄວາມສໍາຄັນ ແລະ ຈາລຶກເຖິງຄຸນງາມຄວາມດີຂອງຄູທີ່ໄດ້ພ້ອມພາກັນພັດທະນາຊັບພະຍາກອນມະນຸດກໍຄືການສິດສອນໃຫ້ຄວາມຮູ້ແກ່ນັກຮຽນທົ່ວແຂວງກໍຄືທົ່ວປະເທດໃຫ້ມີຄວາມໝາຍ, ຄວາມສໍາຄັນອັນໃຫຍ່ຫຼວງຕາມພາລະບົດບາດຂອງຄູ.
   ຂ່າວ-ພາບ: ແດງສະຫວັດ ແສນພານິດ