ເພື່ອຂໍ່ານັບຮັບຕ້ອນວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 29 ປີ ໃຫ້ເຕັມໄປດ້ວຍຄວາມໝາຍຄວາມສໍາຄັນ. ດັ່ງນັ້ນ, ຫວ່າງບໍ່ດົນມານີ້ ຫ້ອງການສຶກສາທິການ ແລະ ກິລາເມືອງຊະນະສົມບູນ ແຂວງຈຳປາສັກ ໄດ້ສ້າງຂະບວນການແຂ່ງຂັນກິລາ ເພື່ອຮັບຕ້ອນວັນສຳຄັນດັ່ງກ່າວຂຶ້ນຢ່າງເປັນຂະບວນການຟົດຟື້ນ.
  ທ່ານ ສີທອງ ສີອຳພອນ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ໃຫ້ຮູ້ວ່າ: ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄູແຫ່ງຊາດ 7 ຕຸລາ ປີນີ້ ທາງຫ້ອງການສຶກສາທິການ ແລະ ກິລາເມືອງ ໄດ້ຈັດຢູ່ 2 ກິດຈະກໍາໃຫຍ່ຄື: ກິດຈະກຳແຂ່ງຂັນກິລາ ແລະ ພິທີປາຖະກະຖາຫວນຄືນມູນເຊື້ອວັນຄູແຫ່ງຊາດ ຄຽງຄູ່ກັນນີ້ຍັງຊຸກຍູ້ບັນດາໂຮງຮຽນແຕ່ລະແຫ່ງພາຍໃນເມືອງ ພ້ອມກັນເຄື່ອນໄຫວສ້າງຂະບວນການດ້ວຍຫຼາຍຮູບແບບ ເພື່ອສະເຫຼີມສະຫຼອງວັນສຳຄັນດັ່ງກ່າວໃຫ້ເຕັມໄປດ້ວຍຄວາມໝາຍຄວາມສຳຄັນ, ທ່ານຫົວໜ້າຫ້ອງການສຶກສາ ແລະ ກິລາເມືອງ ຍັງໄດ້ອວຍພອນໄຊອັນປະເສີດມາຍັງພະນັກງານ, ຄູ-ອາຈານ, ພະນັກງານຄູ-ບຳນານ ທົ່ວເມືອງຊະນະສົມບູນ ຈົ່ງມີສຸຂະພາບເຂັ້ມແຂງ,ແຂງແຮງ ພ້ອມກັນສືບຕໍ່ຊູກຍູ້ສົ່ງເສີມວຽກງານການສຶກສາຂອງເມືອງຊະນະສົມບູນໃຫ້ໄດ້ຮັບການພັດທະນາຕາມ 3 ລັກສະນະ 5 ຫຼັກມູນຂອງການສຶກສາ.
   ສຳລັບກິລາທີ່ນຳມາແຂ່ງຂັນໃນຄັ້ງນີ້ປະກອບ 2 ປະເພດຄື: ກິລາເປຕັງ ແລະ ກິລາບານສົງ ຊຶ່ງໄດ້ກຳນົດເອົາສະເພາະທີມນັກກິລາພາຍໃນຂົງເຂດຫ້ອງການສຶກສຶກທິການ ແລະ ກິລາເມືອງເທົ່ານັ້ນ ຊຶ່ງຜົນຂອງການແຂ່ງຂັນປະເພດກິລາເປຕັງປະສົມ (ຊາຍ-ຍິງ)ມີ 10 ທີມ ທີ 1 ທີມກຸ່ມສຶກສາກຸ່ມ IV ມັດທະຍົມງົວແດງ, ທີ 2 ກຸ່ມສຶກສາກຸ່ມ II ມັດທະຍົມຊະນະສົມບູນ, ທີ 3 ກຸ່ມສຶກສາກຸ່ມ III ປະຖົມບຸ່ງຄ້າ ແລະ ປະເພດກິລາບານສົງມີ 6 ທີມ ,ທີ 1 ໄດ້ແກ່ທີມຈາກກຸ່ມສຶກສາກຸ່ມ II ມັດທະຍົມຊະນະສົມບູນ ປະສົມກັບ ທີມກຸ່ມສຶກສາກຸ່ມ III ປະຖົມບຸ່ງຄ້າ ທີມຈາກຫ້ອງການສຶກສາທິການ ແລະ ກິລາເມືອງ ແລະ ທີ 3 ແມ່ນທີມຈາກກຸ່ມສຶກສາກຸ່ມ III ມັດທະຍົມສະຜ່າຍ ປະສົມກັບ ທີມກຸ່ມສຶກສາກຸ່ມ V ປະຖົມສະຜ່າຍ ສ່ວນການມອບ-ຮັບຂອງຂວັນລາງວັນຕ່າງໆແມ່ນຈະໄດ້ມີຂຶ້ນໃນພິທີປາຖະກະຖາຫວນຄືນມູນເຊື້ອວັນຄູແຫ່ງຊາດ.
(ຂ່າວ - ພາບ: ໄພວອນ ຈັນທະວົງ)