ວັນທີ 6 ຕຸລາ ນີ້ ທີ່ເດີ່ນສະໂມສອນແຂວງສາລະວັນ ໄດ້ຈັດກິດຈະກຳຍ່າງສ້າງຂະບວນການຍ່າງເພື່ອສຸຂະພາບ ເພື່ອສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 29 ປີ                 (7 ຕຸລາ 1994-7 ຕຸລາ 2023), ໂດຍມີ ທ່ານ ນາງ ບຸນທະວີ ດວງລາສີ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານການເມືອງແນວຄິດ, ພະນັກງານ,  ຄູ-ອາຈານ, ນັກຮຽນ-ນັກສຶກສາ ຕະຫຼອດຮອດປະຊາຊົນ ເຂົ້າຮ່ວມ.
ທ່ານ ສີລິສັກ ຖະໜອມຮັກ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ໃຫ້ຮູ້ວ່າ: ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 29 ປີ  ແລະສະເຫຼີມສະຫຼອງວັນວິທະຍາສາດ ຄົບຮອບ 36 ປີ. ພະແນກສຶກສາທິການ ແລະ ກິລາແຂວງ ຈຶ່ງໄດ້ຈັດກິດຈະກຳຍ່າງອອກກຳລັງກາຍເພື່ອສຸຂະພາບ ຕາມທາງເທດສະບານເມືອງສາລະວັນ,  ແນໃສ່ເຮັດໃຫ້ມວນຊົນ ໄດ້ຮ່ວມກັນອອກກຳລັງກາຍ ໃຫ້ມີສຸຂະພາບທີ່ດີ ແລະ ແຂງແຮງ ຮັດແໜ້ນຄວາມສາມັກຄີ ແລະ ຄວາມເບີກບານມ່ວນຊື່ນ.  ນອກຈາກກິດຈະກຳຍ່າງເພື່ອສຸຂະພາບແລ້ວ ກໍຍັງໄດ້ມີການຈັດກິດຈະກຳແຂ່ງຂັນກິລາປະເພດຕ່າງໆ ເພື່ອໃຫ້ມີບັນຍາກາດຟົດພື້ນ ແລະ ໃນວັນທີ 10 ຕຸລາ ກໍຈະໄດ້ມີພິທີໂຮມຊຸມນຸມມິດຕິງໃຫຍ່ທີ່ສະໂມສອນແຂວງຕື່ມອີກ.
ຂ່າວ-ພາບ: ທິດລານີ ໂຄດໂຍທາ.