ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 29 ປີ (7 ຕຸລາ 1994-7 ຕຸລາ 2023) ທົ່ວປະເທດແບບເຊິ່ງໜ້າ ແລະ ອອນລາຍຂຶ້ນໃນວັນທີ 6 ຕຸລາ ນີ້ ທີ່ຫ້ອງປະຊຸມກະຊວງ (ຕຶກໄອຊີທີ) ພາຍໃຕ້ການເປັນປະທານຂອງ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງ ສສກ, ມີຮອງລັດຖະມົນຕີ, ອະດີດການນໍາ, ພະນັກງານອາວຸໂສບໍານານ, ຄູ-ອາຈານທີ່ກ່ຽວຂ້ອງເຂົ້າຮ່ວມ.
    ທ່ານ ພຸດ ສິມມາລາວົງ ກ່າວວ່າ: ນັບແຕ່ປີ 1994 ເປັນຕົ້ນມາ ເມື່ອຮອດວັນທີ 7 ຕຸລາຂອງທຸກໆປີ ທົ່ວປະເທດໄດ້ຈັດຕັ້ງພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ ເພື່ອປຸກລະດົມຈິດໃຈໃຫ້ທົ່ວສັງຄົມໄດ້ສະແດງອອກເຖິງການສົ່ງເສີມ, ເຊີດຊູບົດບາດ, ກຽດສັກສີຂອງຄູ-ອາຈານໃຫ້ສູງຂຶ້ນ, ຖືໂອກາດນີ້ເປັນການໂຄສະນາເຜີຍແຜ່ຜົນງານການປະດິດຄິດແຕ່ງ ແລະ ເສຍສະຫຼະເຫື່ອແຮງສະຕິປັນຍາຂອງຄູ-ອາຈານໃຫ້ທຸກຄົນໃນສັງຄົມໄດ້ຮັບຮູ້ເຖິງຜົນ ງານຂອງຄູ ພ້ອມທັງສະແດງອອກເຖິງຄວາມກະຕັນຍູ, ຮູ້ບຸນຄຸນຕໍ່ຄູ-ອາຈານທີ່ໄດ້ສິດສອນໃຫ້ຄວາມຮູ້ແກ່ຕົນນັບແຕ່ອະດີດເຖິງປັດຈຸບັນ. ຕະຫຼອດໄລຍະທີ່ຜ່ານມາບໍ່ວ່າຢູ່ໃນໄລຍະການປະຕິວັດຊາດປະຊາທິປະໄຕກໍຄືໄລຍະການປົກປັກຮັກສາ ແລະ ສ້າງສາປະເທດຊາດ, ກະຊວງ ສສກ, ອົງການປົກຄອງທ້ອງຖິ່ນ, ຜູ້ບໍລິຫານການສຶກສາແຕ່ລະຂັ້ນທັງພາກລັດ-ເອກະຊົນ ໄດ້ມີຄວາມພະຍາຍາມສູງໃນການເອົາໃຈໃສ່ພັດທະນາການສຶກສາທາງດ້ານປະລິ ມານ ແລະ ຄຸນນະພາບ. ໄດ້ຂະຫຍາຍຕາໜ່າງການສຶກສາໄປທົ່ວທຸກທ້ອງຖິ່ນ ລວມທັງເຂດພູດອຍຫ່າງໄກສອກ ຫຼີກ, ປະຊາຊົນໄດ້ມີລະດັບຄວາມຮູ້ຈົບປະຖົມ ແລະ ມັດທະຍົມສຶກສາຕອນຕົ້ນບຳລຸງ ໂດຍທົ່ວໄປກວມຈຳນວນປະຊາກອນສ່ວນຫຼາຍ, ຄຸນນະພາບຂອງການສຶກສາໄດ້ຮັບການພັດທະນາດີຂຶ້ນເທື່ອລະກ້າວ. ຍ້ອນການປະກອບ ສ່ວນຂອງພະນັກງານຄູ-ອາຈານທີ່ໄດ້ທຸ້ມເທເຫື່ອແຮງ, ສະຕິປັນຍາຂອງຕົນຢ່າງບໍ່ຮູ້ອິດຮູ້ເມື່ອຍເຂົ້າໃນວຽກງານດັ່ງກ່າວຢ່າງສຸດຄວາມສາມາດ. ໃນສົກຮຽນຜ່ານມາເຖິງຈະມີຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງກໍຕາມ, ແຕ່ຄູ-ອາຈານຍັງໄດ້ພ້ອມກັນອົດທົນຜ່ານຜ່າບັນດາອຸປະສັກຕ່າງໆ ນັບແຕ່ການສຶກສາກ່ອນໄວຮຽນ, ປະຖົມ ແລະ ມັດທະຍົມສຶກສາ, ການສຶກສານອກໂຮງຮຽນ, ອາຊີວະສຶກສາ ແລະ ການສຶກສາຊັ້ນສູງທັງພາກລັດ ແລະ ເອກະຊົນ, ທັງໃນຕົວເມືອງ ແລະ ຊົນນະບົດເຂດຫ່າງໄກສອກຫຼີກ, ຄູໄດ້ເອົາໃຈໃສ່ສິດສອນລູກຫຼານຂອງປະຊາຊົນບັນດາເຜົ່າຢ່າງບໍ່ຮູ້ອິດເມື່ອຍ, ເອົາໃຈໃສ່ຂຶ້ນຫ້ອງສິດສອນ, ຕິດຕາມ, ຊຸກຮູ້ຜູ້ຮຽນ, ນຳພານັກສຶກສາເຮັດການຄົ້ນຄວ້າ-ວິໄຈ, ໃຫ້ບໍລິການວິຊາການແກ່ສັງຄົມ, ລົງໃກ້ຊິດກັບຊຸມຊົນ, ນຳພາພັດທະນາພື້ນຖານໂຄງລ່າງສະຖານການສຶກສາຂອງຕົນ, ພັດທະນາວິຊາຊີບຄູແບບຕໍ່ເນື່ອງ. ຕໍ່ຜົນງານການປະກອບສ່ວນຢ່າງຫຼວງຫຼາຍດັ່ງກ່າວໄດ້ເຮັດໃຫ້ການສຶກສາພາຍຫຼັງການລະບາດຂອງພະຍາດໂຄວິດ-19 ມີທ່ວງທ່າດີຂຶ້ນທັງດ້ານປະລິມານ ແລະ ຄຸນນະພາບ.
     ໂອກາດນີ້, ທ່ານລັດຖະມົນຕີໄດ້ກ່າວສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງສູງມາຍັງຄູ-ອາຈານທຸກທ່ານທີ່ໄດ້ທຸ່ມເທເຫື່ອແຮງ, ສະຕິປັນຍາ ແລະ ຄວາມເອົາໃຈໃສ່ແກ່ລູກຫຼານ, ປະຊາຊົນບັນດາເຜົ່າໄດ້ຮັບການສຶກສາຢ່າງເທົ່າທຽມ ແລະ ມີຄຸນນະພາບ. ຂໍຈົດຈຳຄຸນງາມຄວາມດີຂອງບັນດາທ່ານ, ຈະຄົ້ນຄວ້າທຸກທ່າແຮງເພື່ອສືບ ຕໍ່ສ້າງຄວາມເຂັ້ມແຂງໃຫ້ແກ່ເພື່ອນຄູ, ຍົກສູງຊີວິດການເປັນຢູ່ຂອງຄູລາວໃຫ້ດີຂຶ້ນເທື່ອລະກ້າວ. ໃນໂອກາດອັນສະຫງ່າລາສີນີ້, ຂໍອວຍພອນແດ່ການນຳທຸກທ່ານ, ພະນັກງານບຳນານອາວຸໂສ ຕະຫຼອດຮອດຄູ-ອາຈານໃນຂອບເຂດທົ່ວປະເທດ ຈົ່ງມີສຸຂະພາບແຂງແຮງ, ພ້ອມກັນສືບຕໍ່ປະກອບສ່ວນເຂົ້າໃນການກໍ່ສ້າງຊັບພະຍາກອນມະນຸດຂອງຊາດໃຫ້ມີຄຸນນະພາບສູງ, ສືບຕໍ່ປະຕິບັດໜ້າທີ່ໆຊາດມອບໝາຍໃຫ້ດ້ວຍຄວາມຮັບຜິດຊອບ ແລະ ມີຜົນສຳ ເລັດສູງ. ພ້ອມກັນອົດທົນຜ່ານຜ່າ, ເພີ່ມທະວີຄວາມສາມັກຄີກັນເພື່ອອາຊີບຄູ, ພ້ອມກັນຝຶກຝົນຫຼໍ່ຫຼອມຕົນເອງທາງດ້ານວິຊາສະເພາະ, ການນຳໃຊ້ເຕັກໂນໂລຊີເຂົ້າໃນການສິດສອນ, ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດລູກຫຼານປະຊາຊົນບັນດາເຜົ່າໃຫ້ມີຄຸນທາດການເມືອງໜັກແໜ້ນ, ຮັກປະເທດຊາດ ຮັກບ້ານເກີດເມືອງນອນທີ່ແສນຮັກຂອງພວກເຮົາ ແລະ ມີຄວາມເປັນເລີດທາງດ້ານວິຊາການ. ໃນພິທີໄດ້ຮັບຟັງສານອວຍພອນວັນຄູຂອງພະນະທ່ານ ນາຍົກລັດຖະມົນຕີ, ການປະກອບຄຳເຫັນຂອງຕົວແທນຄູໃນຂອບເຂດທົ່ວປະເທດ ແລະ ບົດອວຍພອນວັນຄູອີກດ້ວຍ. 
ຂ່າວ: ບົວລະພາ