ໂຮງຮຽນມັດທະຍົມສຶກສາສົມບູນເພຍວັດ ໄດ້ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ ວັນທີ 7 ຕຸລາ ຄົບຮອບ 29 ປີ ຂຶ້ນໃນວັນທີ 6 ຕຸລາ ນີ້ ທີ່ໂຮງຮຽນດັ່ງກ່າວ ໂດຍການເປັນປະທານຂອງ ທ່ານ ສຸລິເຍດ ແກ້ວມານີວົງ ຜູ້ອໍານວຍການໂຮງຮຽນມັດທະຍົມສຶກສາສົມບູນເພຍວັດ, ມີຄູ-ອາຈານ, ນັກຮຽນ, ພະນັກງານອາວຸໂສ ບໍານານ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ. 
ໃນພິທີຄູ-ອາຈານ, ນັກຮຽນໄດ້ຮັບຟັງປະຫວັດຄວາມເປັນມາ ມູນເຊື້ອຂອງນາຍຄູຄໍາເພື່ອລະລຶກເຖິງຄຸນງາມຄວາມດີ ແລະ ມູນເຊື້ອຕໍ່ສູ້ອັນອົງອາດກ້າຫານຂອງປະຊາຊົນພາຍໃຕ້ການນຳພາຂອງນາຍຄູຄຳ. ດັ່ງນັ້ນ ພັກ, ລັດຖະບານຈຶ່ງໄດ້ກຳນົດເອົາວັນທີ 7 ຕຸລາຂອງທຸກປີ ເປັນວັນຄູແຫ່ງຊາດລາວຕະຫຼອດມາ. ໃນພິທີມີກິດຈະ ກຳໄຫວ້ຄູ, ອວຍພອນຄູ, ສະແດງສິລະປະ-ວັນນະຄະດີ ເພື່ອສະແດງຄວາມກະຕັນຍູ, ຮູ້ບຸນຄຸນ ແລະ ຍ້ອງຍໍຊົມເຊີຍຕໍ່ຄຸນງາມຄວາມດີຂອງຄູ-ອາຈານ ເພື່ອເປັນການສ້າງຄວາມສາມັກຄີຮັກແພງລະຫວ່າງຄູ-ອາຈານ ແລະ ນັກຮຽນພາຍໃນໂຮງຮຽນ. ສ້າງຂະບວນການອອກແຮງງານອະນາໄມລວມອ້ອມຮອບບໍລິເວນໂຮງຮຽນ ແລະ ກິດຈະກໍາອື່ນໆ.
  ທ່ານ ສຸລິເຍດ ແກ້ວມານີວົງ ກ່າວວ່າ: ໂຮງຮຽນມັດທະຍົມສຶກສາສົມບູນເພຍວັດ ຕັ້ງຢູ່ບ້ານເກົ້າຍອດ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ, ໃນສົກຮຽນ 2023-2024 ມີຄູ-ອາຈານພາຍໃນໂຮງຮຽນທັງໝົດ 39 ຄົນ ຍິງ 27 ຄົນ; ໃນນັ້ນຄູຕ່າງປະເທດ 2 ຄົນ ຍິງ 2 ຄົນ ຊຶ່ງມີຄູພາສາຍີ່ປຸ່ນ; ຄູພາສາຣັດເຊຍ, ໂຮງຮຽນແມ່ນໄດ້ເປີດການຮຽນ-ການສອນພາສາຣັດເຊຍຂຶ້ນຢ່າງເປັນທາງການໃນວັນທີ 8 ກັນຍາ 2023 ຜ່ານມາ. ສໍາລັບແຜນການໃນຕໍ່ໜ້າແມ່ນຈະສຸມໃສ່ວຽກງານການເມືອງ-ແນວຄິດໃຫ້ຄູ-ອາຈານ ແລະ ນັກຮຽນໃຫ້ທົ່ວເຖິງ ໂດຍສະເພາະການຈັດຕັ້ງປະຕິບັດໜ້າທີ່ຂອງລັດຖະກອນຄູ ແລະ ລະບຽບການຕ່າງໆ; ວຽກງານວິຊາການໃຫ້ພົ້ນເດັ່ນກວ່າເກົ່າໂດຍສະເພາະແມ່ນຄູ-ອາຈານ ຕ້ອງໄດ້ຮັບການພັດທະນາຕົນເອງທາງດ້ານວິຊາການໃຫ້ຫຼາຍຂຶ້ນ ໂດຍອີງໃສ່ມາດຕະຖານທີ່ກະຊວງສຶກສາທິການ ແລະ ກິລາວາງອອກ, ນັກຮຽນຕ້ອງໄດ້ຮັບການບໍາລຸງຢ່າງທົ່ວເຖິງ ແລະ ມີເປົ້າໝາຍ; ເອົາໃຈໃສ່ໃຫ້ນັກຮຽນມີກິດຈະກໍາການຮຽນ-ການສອນໃຫ້ຫຼາຍຂຶ້ນ, ປະກອບສ່ວນວຽກງານພາຍນອກຢ່າງທົ່ວເຖິງ. ຜ່ານມາໂຮງຮຽນໄດ້ມີການປິດການຮຽນ-ການສອນເປັນໄລຍະເວລາກວ່າສອງປີ ຊຶ່ງເລີ່ມແຕ່ເດືອນ 2/2021 ຫາເດືອນ 3/2023; ເນື່ອງຈາກວ່າໄດ້ຮັບທຶນຊ່ວຍເຫຼືອຈາກພັກ-ລັດຖະບານ ສປ ຈີນ ປຸກສ້າງອາຄານຮຽນຫຼັງໃໝ່ ລວມມູນຄ່າ 97,4 ລ້ານຢວນ ແລະ ໄດ້ຈັດພິທີມອບ-ຮັບຂຶ້ນຢ່າງເປັນທາງການໃນວັນທີ 30 ມີນາ 2023; ໄດ້ນໍາໃຊ້ອາຄານຫຼັງໃໝ່ໃນວັນທີ 10 ເມສາ 2023. ດັ່ງນັ້ນໃນນາມຜູ້ອຳນວຍການຕາງໜ້າໃຫ້ ນັກຮຽນທຸກຄົນ ຂໍສະແດງຄວາມຂອບໃຈຕໍ່ພັກ-ລັດຖະບານ ສປ ຈີນ ໃຫ້ການຊ່ວຍເຫຼືອປຸກສ້າງອາຄານຮຽນໃນຄັ້ງນີ້ ແລະ ຈະນຳໃຊ້ໂຮງຮຽນແຫ່ງໃຫ້ເກີດຜົນປະໂຫຍດສູງສຸດ.
 ໃນໂອກາດວັນຄູແຫ່ງຊາດທີ່ຈະມາເຖິງນີ້, ຂໍອວຍພອນໃຫ້ແກ່ຄູທຸກຄົນໃນທົ່ວປະເທດ ພ້ອມກັນເອົາໃຈ ໃສ່ລູກ-ຫຼານໃຫ້ຕັ້ງໃຈສຶກສາຮໍ່າຮຽນເພາະປັດຈຸບັນນີ້ເຕັກໂນໂລຊີທັນສະໄໝຫຼາຍ ຢູ່ເຂດຊົນນະບົດບາງພື້ນທີ່ກໍສາມາດຮຽນແບບອອນລາຍໄດ້ແລ້ວ ຄູສາມາດຊອກຮູ້ບົດຮຽນໃໝ່ໆ ເພື່ອນໍາໄປສິດສອນນັກຮຽນໃຫ້ມີຄວາມຫ້າວຫັນໃນການພັດທະນາຕົນເອງຢູ່ສະເໝີ ຄູທຸກຄົນຈົ່ງມີສຸຂະພາບເຂັ້ມແຂງ ເຖິງວ່າຈະມີບັນຫາຫຍຸ້ງຍາກ ຄູກໍຕ້ອງໄດ້ສູ້ຊົນຜ່ານຜ່າໃຫ້ໄດ້ ໃຊ້ຫຼາຍຮູບແບບວິທີສິດສອນ ສອນທາງອອນລາຍ ແລະ ອື່ນໆ ໂດຍການນໍາໃຊ້ລະບົບທີ່ທັນສະໄໜຄວບຄູ່ກັນໄປ.
ຂ່າວ: ຍຸພິນທອງ