ເພື່ອລະນຶກເຖິງຄຸນງາມຄວາມດີ ຂອງຄູທີ່ມີຕໍ່ປະເທດຊາດ, ດັ່ງນັ້ນ, ໃນວັນທີ 6 ຕຸລາ ນີ້ ພະແນກສຶກສາທິການ ແລະ ກິລາ ແຂວງ ໄດ້ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 29 ປີ (7 ຕຸລາ 1994 - 7 ຕຸລາ 2023) ແລະ ວັນວິທະຍາສາດແຫ່ງຊາດ ຄົບຮອບ 36 ປີ (12 ຕຸລາ 1987 – 12 ຕຸລາ 2023)  ໂດຍມີ ທ່ານ ເພັດພິໄຊ ສູນວິໄລ ກໍາມະການປະຈໍາພັກແຂວງ ຮອງເຈົ້າແຂວງໄຊຍະບູລີ, ທ່ານ ອ່ອນຕາ ພົມມະຈິດ ກໍາມະການພັກແຂວງ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີຫົວໜ້າ, ຮອງຫົວໜ້າພະແນກການອ້ອມຂ້າງແຂວງ, ພະນັກງານອາວຸໂສບໍານານ, ຜູ້ບໍລິຫານການສຶກສາ-ກິລາ, ຄູອາຈານ ພ້ອມດ້ວຍນັກຮຽນ-ນັກສຶກສາເຂົ້າຮ່ວມ.
    ໃນພິທີຜູ້ເຂົ້າຮ່ວມ ໄດ້ຮັບຊົມການສະແດງສີລະປະ-ວັນນະຄະດີ ຂອງນ້ອງນ້ອຍນັກຮຽນ ຈໍານວນ 3 ລາຍການ, ທ່ານ ເພັດພິໄຊ ສູນວິໄລ  ໄດ້ໃຫ້ກຽດປາຖະກະຖາ  2 ວັນສໍາຄັນດັ່ງກ່າວວ່າ: ການປະຕິບັດໜ້າທີ່ຂອງຄູແມ່ນປັດໄຈໜຶ່ງທີ່ຊຸກຍູ້ໃຫ້ເກີດການປ່ຽນແປງລະບອບສັງຄົມທີ່ບໍ່ມີໃຜປະຕິເສດໄດ້   ຄົນແນວໃດຈຶ່ງເອີ້ນວ່າຄູ,  ຄູໝາຍເຖິງຜູ້ປະຕິບັດໜ້າທີ່ສິດສອນ, ທີ່ມີຄວາມຮູ້, ມີປະສົບການ, ສາມາດຖ່າຍຖອດຄວາມຮູ້ໄປສູ່ຜູ້ອື່ນ, ຂະບວນການສົ່ງຄວາມຮູ້ຈາກຜູ້ຮູ້ໄປສູ່ຜູ້ບໍໍ່ທັນຮູ້ ເອີ້ນວ່າ: ການສອນ - ການຮຽນ.  ໝາຍຄວາມວ່າ: ຄູຄືຜູ້ໃຫ້ຄວາມຮູ້, ໃຫ້ໂອກາດ, ໃຫ້ຄວາມຄິດ, ໃຫ້ແນວທາງຊີວິດ,ໃຫ້ກໍາລັງໃຈ, ໃຫ້ການຊ່ວຍເຫຼືອ ແລະ ຊີ້ສ່ອງທາງເດີນໃຫ້ແກ່ ຜູ້ຮຽນເດີນໄປໃນທາງທີ່ຖືກຕ້ອງ ເພື່ອໃຫ້ສາມາດເພິ່ງຕົນເອງ, ກຸ້ມຕົນເອງ, ດໍາລົງຊີວິດຢ່າງມີຄວາມສຸກໃນສັງຄົມ ແລະ ປະກອບສ່ວນໃນການສ້າງສາພັດທະນາບ້ານ, ເມືອງ ແລະ ປະເທດຊາດ ໃຫ້ຈະເລີນກ້າວໜ້າຍິ່ງໆຂຶ້ນ. ຈຶ່ງສາມາດເວົ້າໄດ້ວ່າ: ຄູຄືແສງສະຫວ່າງເຍືອງທາງໃຫ້ທຸກຄົນເດີນໄປສູ່ຄວາມສໍາເລັດ ແລະ  ຄູຄືນັກວິສະວະກອນຫຼໍ່ຫຼອມຈິດວິນຍານຂອງຄົນ.
ທ່ານຍັງໄດ້ເລົ່າຄື່ນປະຫວັດ ຂອງ ທ້າວ ຄຳ, ທ້າວຄຳ ຮຽນຈົບຫ້ອງທີ 1 (ປ.6) ຫຼັງຈາກນັ້ນປີ 1907 ທ້າວ ຄຳ ໄດ້ເຂົ້າຮ່ວມການອົບຮົມຄູ ຊຶ່ງຖືເປັນຄັ້ງທໍາອິດໃນປະຫວັດສາດຂອງຊາດລາວທີ່ໄດ້ມີການອົບຮົມຄູ. ພາຍຫຼັງອົບຮົມຄູສໍາເລັດ ມາເຖິງວັນທີ 7 ຕຸລາ 1907 ທ້າວ ຄໍາໄດ້ເລີ່ມເປັນຄູສອນ. ຄູຄຳ  ຊຶ່ງແມ່ນຄູຜູ້ມີສັນຊາດລາວ ຄົນທຳອິດໃນປີ 1907 ແລະ ຈັດຕັ້ງສະຫຼີມສະຫຼອງນັບແຕ່ວັນທີ 7 ຕຸລາ 1994 ເປັນຕົ້ນມາ.   ພ້ອມດຽວກັນນີ້ ທ່ານ ເພັດພິໄຊ ສູນວິໄລ, ທ່ານ ອ່ອນຕາ ພົມມະຈິດ ໄດ້ຜັດປ່ຽນກັນ ມອບໃບຍ້ອງຍໍ ຂອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ໃບຍ້ອງຍໍ ຂອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ໃຫ້ຜູ້ທີ່ມີຜົນງານດີເດັ່ນ ໃນການປະຕິບັດໜ້າທີ່ວິຊາສະເພາະຕິດພັນກັບຜົນການປະເມີນລັດຖະກອນ ປະຈໍາປີ 2022.
ຂ່າວ: ມະໄລວັນ