ແຂວງ ຄຳມ່ວນ ຈັດກິດຈະກໍາ  ເຕັ້ນແອໂຣບິກ  ເພື່ອສະເຫຼີມສະຫຼອງວັນຄູແຫ່ງຊາດ ( 7 ຕຸລາ 1994 – 7 ຕຸລາ 2023 ) ຄົບຮອບ 29 ປີ  ຂຶ້ນໃນວັນທີ 6 ຕຸລາ 2023 ຢູ່ທີ່ສະໜາມກິລາແຂວງໂດຍການເປັນປະທານຂອງທ່ານ ນັນຕະໄຊ ອິນທະສອນ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ , ໂດຍມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ , ຕະຫຼອດເຖິງຄຸ-ອາຈານ ແລະ ນ້ອງນັກຮຽນຈາກ 3 ໂຮງຮຽນ ແລະ ມວນຊົນເຂົ້າຮ່ວມ.
    ທ່ານ ນັນຕະໄຊ ອິນທະສອນ ໄດ້ກ່າວວ່າ : ໃນການຈັດກິດຈະກໍາໃນຄັ້ງນີ້ ກໍ່ເພື່ອເປັນການລະນຶກເຖິງຄຸນງາມຄວາມດີຂອງຄູຜູ້ທີ່ໄດ້ໃຫ້ການສິດສອນຖ່າຍທອດຄວາມຮູ້ , ຄວາມສາມາດ ,ບົດຮຽນ ແລະ ປະສົບການໃຫ້ແກ່ນັກຮຽນຕະຫຼອດເຖິງການທຸ້ມເທເຫື່ອແຮງ -ສະຕິປັນຍາເພື່ອປະກອບສ່ວນເຂົ້າໃນວຽກງານພັດທະນາຊັບພະຍາກອນມະນຸດຂອງຊາດ ພ້ອມນັ້ນກໍ່ເພື່ອເປັນຫັດແອບຮ່າງກາຍໃຫ້ມີສຸຂະພາບທີ່ແຂງແຮງ ແລະ ເພື່ອປູກຈິດສໍານຶກໃຫ້ຊາວໜຸ່ມ -ເຍົາວະຊົນກໍ່ຄືນັກຮຽນຢູ່ຕາມໂຮງຮຽນຕ່າງໆໃຫ້ຫັນມາຫຼິ້ນກິລາຕີຖອຍປະກົດການຫຍໍ້ທໍ້ໃນໂຮງຮຽນກໍ່ຄືສັງຄົມໂດຍສະເພາະແມ່ນຢາເສບຕິດປະເພດຕ່າງໆ ,ຈາກນັ້ນທ່ານ ວັນໄຊ ພອງສະຫວັນ ມີຄໍາເຫັນວ່າ : ພວກເຮົາໄດ້ພ້ອມກັນຈັດກິດຈະກໍາຄັ້ງນີ້ກໍ່ເພື່ອເປັນການສະເຫີຼມສະຫຼອງ ແລະ ຮູ້ບຸນຄຸນກໍ່ຄືຄຸນງາມຄວາມດີຂອງຄູ-ອາຈານໃນໄລຍະຜ່ານມາເຊິ່ງແມ່ນຜູ້ທີ່ໄດ້ປະກອບສໍາຄັນເຂົ້າໃນວຽກງານພັດທະນາການສຶກສາກໍ່ຄືການພັດທະນາຊັບພະຍາກອນມະນຸດ , ຄູຄືແມ່ພິມຂອງຊາດ , ຄູຄືຜູ້ໃຫ້ຄວາມຮູ້ແກ່ນັກຮຽນ , ຄູຄືຜູ້ທີ່ມີຄວາມຮູ້ - ມີສະຕິປັນຍາໃນວຽກງານຕ່າງໆເພື່ອສຶກສາອົບຮົມໃຫ້ແກ່ນັກຮຽນ-ນັກສຶກສາໃຫ້ມີຄວາມຮູ້,ຄວາມສາມາດເພື່ອກາຍເປັນໜໍ່ແໜງ ແລະ ທຶນຮອນຂອງປະເທດຊາດ ແລະ ປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດພ້ອມນັ້ນທ່ານຍັງໄດ້ສະແດງຄວາມຂອບໃຈ ແລະ ອວຍພອນມາຍັງພະນັກງານຄູ-ອາຈານທີ່ເປັນແມ່ພິມຂອງຊາດໃນໂອກາດສະເຫຼີມສະຫຼອງວັນຄູແຫ່ງຊາດຄົບຮອບ 29 ປີຈົ່ງມີແຕ່ຄວາມເຂັ້ມແຂງ , ມີຄວາມສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ , ມີຜົນສໍາເລັດໃນໜ້າທີ່ການງານ , ພ້ອມກັນສືບຕໍ່ປະຕິບັດໜ້າທີ່ອັນໜັກໜ່ວງຂອງຕົນໃນຖານະທີ່ເປັນແມ່ພິມຂອງຊາດເພື່ອພັດທະນາຂະແໜງການສຶກສາໃຫ້ບັນລຸ 15 ຕົວຊີ້ວັດເວົ້າລວມ , ເວົ້າສະເພາະການພັດທະນາວຽກງານການສຶກສາຢູ່ໃນແຂວງຄໍາມ່ວນໃຫ້ມີຄວາມກ້າວໜ້າຕະຫຼອດໄປ . 
ຫຼັງຈາກນັ້ນແຂກຖືກເຊີນຈາກທຸກພາກສ່ວນກໍ່ໄດ້ພ້ອມກັນຮ່ວມກິດຈະກໍາເຕັ້ນແອໂຣບິກເຊິ່ງບັນຍາກາດພາຍໃນງານສະແດງໃຫ້ເຫັນເຖິງຄວາມສາມັກຄີ , ຟົດຟື້ນ ແລະ  ເບີກບານມ່ວນຊື່ນ .ຂ່າວ-ພາບ : ແດງສະຫວັດ ແສນພານິດ .