ໂດຍ : ແດງສະຫວັດດ ແສນພານິດ.
ຄໍາວ່າ   ຄູ  ຫຼາຍໆທ່ານທີ່ເຄີຍເປັນນັກຮຽນມາກ່ອນແມ່ນຮູ້ຈັກກັນດີຊຶ່ງພວກເຮົາເຈົ້າຂ້ອຍກ່ອນຈະກ້າວສູ່ສາຂາອາຊີບຕ່າງໆລ້ວນແລ້ວແຕ່ຜ່ານຂະບວນວິວັດຂອງການເປັນນັກຮຽນ ແລະ ໄດ້ຮັບການສິດສອນຖ່າຍທອດຄວາມຮູ້ , ຄວາມສາມາດ , ຄຸນສົມບັດສິນທໍາປະຕິວັດ , ປະສົບການຕະຫຼອດເຖິງ 5 ຫຼັກມູນ ແລະ 3 ລັກສະນະຂອງຂົງເຂດການສຶກສາມາແລ້ວ . 
     ຄູ ມີທີ່ມາຈາກພາສາບາລີວ່າ :  ຄຣຸ  ຊຶ່ງໝາຍເຖິງບຸກຄົນທີ່ມີຄວາມຮູ້ - ຄວາມສາມາດໃນດ້ານສາຂາວິຊາຕ່າງໆໃນເມື່ອຕົນມີຄວາມຮູ້ - ຄວາມສາມາດແລ້ວສາມາດເປັນແບບຢ່າງ ຫຼື ສາມາດຖ່າຍທອດບົດຮຽນ ແລະ ປະສົບການໃຫ້ແກ່ຜູ້ອື່ນໄດ້ . ໃນເມື່ອຄວາມຮູ້ທີ່ຕົນໄດ້ຖ່າຍທອດອອກໄປໃຫ້ຜູ້ອື່ນຖືກນໍາໄປໃຊ້ ຫຼື ຕໍ່ຍອດຈົນເກີດດອກອອກຜົນ . ຈາກຈຸດນີ້ເອງທີ່ໃຫ້ເຮັດຄູໄດ້ຮັບຄວາມເຄົາລົບຍອມຮັບຈາກລູກສິດ ແລະ ສັງຄົມຢ່າງກວ້າງຂວາງເພາະຄູຄືຜູ້ໃຫ້ສະຕິປັນຍາ , ຄູຄືຜູ້ໃຫ້ແສງສະຫວ່າງ , ຄູຄືຜູ້ຊີ້ທິດເຍືອງທາງ, ຄູຄືແມ່ພິມຂອງຊາດ. ຖ້າຈະຫວນຄືນໄປໃນສະໄໝພຸດທະການພະສຳມາສຳພຸດທະເຈົ້າກໍ່ຄືຄູຂອງພຸດທະບໍລິສັດທັງຫຼາຍຜູ້ທີ່ໄດ້ເທດສະໜາອົບຮົມສັ່ງສອນທຳມະໃຫ້ແກ່ເຫຼົ່າພຸດທະບໍລິສັດທັງຫຼາຍໃນນີ້ນັບທັງມະນຸດ ແລະ ອະມະນຸດ .
  ໃນອະດີດພະສົງແມ່ນມີບົດບາດສໍາຄັນໃນການເຜີຍແຜ່ທຳມະວິໃນ ແລະ ພຸດທະສາສະໜາຕິດພັນກັບການຮຽນ-ການສອນໃນສາຂາວິຊາອື່ນໆເຊັ່ນ : ທຳມະ , ບາລີ , ພຸດທະປະຫວັດ , ອັກສອນທັມລາວບູຮານ , ໝໍຢາພື້ນເມືອງ , ຄວັດລາຍ...ຊຶ່ງເປັນຂະແໜງການສຶກສາຮໍ່າຮຽນພາຍໃນວັດໂດຍມີຕົ້ນກໍາເນີດມາແຕ່ລາຊະການຂອງເຈົ້າຟ້າງຸ່ມແຫຼ່ງຫຼ້າທໍລະນີທີ່ໄດ້ນໍາເອົາພຸດທະສາສະໜາ ແລະ ສາຊາວິຊາຕ່າງໆເຂົ້າມາເຜີຍແຜ່ໃນຣາຊະອານາຈັກຂອງພະອົງຊຶ່ງໄດ້ກາຍເປັນຮາກຖານຂອງການສຶກສາລາວນັບແຕ່ນັ້ນເປັນຕົ້ນມາກໍ່ວ່າໄດ້ .
   ມາເຖິງສະໄໝລາວເຮົາຕົກເປັນຫົວເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ນາຍຄູຄໍາແມ່ນເປັນບຸກຄົນໜຶ່ງຜູ້ເຊິ່ງມີບົດບາດສໍາຄັນໃນການພັດທະນາວຽກງານການສຶກສາຂອງລາວໂດຍມີການຄົງໄວ້ຕົວໜັງສືລາວເຖິງວ່າລາວເຮົາຈະຕົກເປັນຫົວເມືອງຂຶ້ນໃນໄລຍະນັ້ນກໍ່ຕາມເຊິ່ງໄດ້ເຮັດໃຫ້ອິດທິພົນ ແລະ ບົດບາດຂອງການສຶກສາຂອງພະສົງລາວໃນຂະນະນັ້ນໄດ້ແຜ່ຂະຫຍາຍເປັນວົງກວ້າງທົ່ວປະເທດ . ຍ້ອນຈັກກະພັດລ່າເມືອງແບບເກົ່າໄດ້ເຫັນອິດທິພົນການສຶກສາຂອງພະສົງລາວໃນໄລຍະນັ້ນຈິ່ງໄດ້ຈັດໃຫ້ມີໂຮງຮຽນພະສົງລາວຂຶ້ນແຫ່ງທໍາອິດທີ່ວັດຈັນໂດຍແມ່ນນາຍຄູຄໍາໄດ້ກາຍເປັນຄູຄົນທໍາອິດໃນປີ 1907 ຊຶ່ງມີພະສົງເຂົ້າສຶກສາຮໍ່າຮຽນ 50 ອົງ .
   ຕໍ່ມາຮອດຍຸກສະໄໝໃໝ່ຊຶ່ງລາວເຮົາໄດ້ສະຖາປະນາປະເທດເປັນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວໃນວັນທີ 2 ທັນວາ 1975 ແລະ ໄດ້ມີແນວທາງປ່ຽນແປງໃໝ່ຢ່າງຮອບດ້ານເຮັດໃຫ້ລະບົບການສຶກສາຂອງລາວໄດ້ມີການເຕີບໃຫຍ່ຂະຫຍາຍຕົວຢ່າງວ່ອງໄວ,ສະຖາບັນການສຶກສາລະດັບສູງໃນລາວໄດ້ເກີດຂຶ້ນຈໍານວນ 4 ແຫ່ງຄື : ມະຫາວິທະຍາໄລແຫ່ງຊາດ ( ມຊ ) , ມະຫາວິທະຍາໄລສຸພານຸວົງ ( ຫຼວງພະບາງ ) , ມະຫາວິທະຍາໄລສະຫວັນນະເຂດ ( ມຂ ) ແລະ ມະຫາວິທະຍາໄລຈໍາປາສັກ ( ມຈ ) . ພ້ອມນັ້ນຍັງວິທະຍາໄລທັງພາກລັດ - ເອກະຊົນ , ໂຮງຮຽນວິຊາຊີບ ແລະ ໂຮງຮຽນສາມັນເກີດຂຶ້ນເປັນຈໍານວນຫຼວງຫຼາຍໃນຂອບເຂດທົ່ວປະເທດເຮັດໃຫ້ຈໍານວນຄູສອນ , ຈໍານວນນັກຮຽນ ແລະ ນັກສຶກສາກໍ່ເພີ້ມຂຶ້ນເຊັ່ນດຽວກັນ . ເຮັດໃຫ້ຄູຜູ້ໜຶ່ງຕ້ອງແບກຫາບຈໍານວນນັກຮຽນຄົນນັບແຕ່ຊັ້ນອະນຸບານຈົນເຖິງສະຖາບັນການສຶກສາຊັ້ນສູງຊຶ່ງຖືວ່າເປັນເສັ້ນທາງທີ່ຍາວໄກພໍສົມຄວນແຕ່ກໍ່ປ່ຽມລົ້ນໄປດ້ວຍຄຸນຄ່າອັນມະຫາສານ . ຕໍ່ມາກະຊວງສຶກສາທິການ ແລະ ກິລາ ກໍ່ຄືລັດຖະບານຈິ່ງຮັບຮອງເອົາວັນທີ 7 ຕຸລາ 1994 ເປັນວັນຄູແຫ່ງຊາດນັບແຕ່ນັ້ນເປັນຕົ້ນມາຊຶ່ງປີນີ້ແມ່ນຄົບຮອບ 29 ປີ . ສະນັ້ນຈິ່ງຂໍອວຍໄຊໃຫ້ພອນແດ່ຄູ-ອາຈານໝົດທຸກຄົນໃນຂອບເຂດທົ່ວປະເທດຈົ່ງມີແຕ່ຄວາມສຸກ,ຄວາມຈະເລີນ , ປະສົບຜົນສໍາເລັດໃນໜ້າທີ່ວຽກງານໃໝ່ແຕ່ໃຫຍ່ຫຼວງກວ່າເກົ່າ ແລະ ນໍາພາວຽກງານການສຶກສາລາວກ້າວຂຶ້ນສູ່ບາດກ້າວໃໝ່ຢ່າງບໍ່ຢຸດຢັ້ງ . “  ນໍ້າໃຈວັນຄູແຫ່ງຊາດ 7 ຕຸລາ ໝັ້ນຍືນ ” .