ເມືອງມຸນລະປາໂມກ ແຂວງ ຈຳປາສັກ ຈັດພິທີ ສະເຫຼີມ ສະຫຼອງ ວັນຄູແຫ່ງຊາດ 10 ຕຸລາ  ຄົບຮອບ 29 ປີ ( 10 ຕຸລາ 1994 - 10 ຕຸລາ 2023 ) ຂຶ້ນໃນວັນທີ 6 ຕຸລາ 2023    ຢູ່ທີ່ ສະໂມສອນ  ຂອງເມືອງ ໃຫ້ກຽດ ເປັນປະທານຂອງ ທ່ານ ວັນນະສັກ ຊາດຕະກູນ ເລຂາພັກເມືອງ ຮັກສາການ ເຈົ້າເມືອງໆມຸນລະປາໂມກ, ເຂົ້າຮ່ວມ ມີ ທ່ານ ສົມຈັນ ສີຈັນແດງ ກຳມະການພັກເມືອງ ຫົວໜ້າຫ້ອງການ ສຶກສາ ທິການ ແລະ ກິລາເມືອງ,ທ່ານ ພູວົງ ສຸວັນນີ ຕາງໜ້າໃຫ້ພະນັກງານອາວຸໂສ ບໍານານ,ມີ ທ່ານ ຮອງເລຂາພັກເມືອງ,ມີ ຜູ້ບໍລິຫານການສືກສາ, ຄູ -  ອາຈານ, ,ນ້ອງນັກຮຽນ, ເຂົ້າຮ່ວມ.
     ໃນພິທີ ທ່ານ ສົມຈັນ ສີຈັນແດງ ໄດ້ຍົກໃຫ້ເຫັນ ປະຫັວດ ວັນຄູ ແຫ່ງຊາດ 7 ຕຸລາ ວ່າ: ປີ 1905  ທົ່ວປະເທດ ມີໂຮງຮຽນພຽງແຕ່ 2 ແຫ່ງຄື: ຫຼວງພະບາງ ແລະ ວຽງຈັນ,ຄົນລາວ ໄດ້ເຂົ້າຮຽນ ແມ່ນມີນ້ອຍເຕັມທີ ໃນຈຳນວນ ດັ່ງກ່າວ ມີຄົນລາວຊື່ ທ້າວຄຳໄດ້ຮຽນຈົບຫ້ອງທີ l ປໍ6,1907 ທ້າວຄຳ ໄດ້ເຂົ້າຮ່ວມການອົບຮົມຄູ ຊຶ່ງຖືວ່າເປັນຄັ້ງທຳອິດ ໃນປະຫັວດສາດຂອງຊາດລາວ ທີ່ໄດ້ມີການຈັດອົບຮົມຄູ,ພາຍຫຼັງອົບຮົມສຳເລັດ ມາເຖີງວັນທີ 7 ຕຸລາ 1907 ທ້າວຄຳ ເລີ້ມເປັນຄູສອນ ຍ້ອນພວກລ່າເມືອງຂຶ້ນແບບເກົ່າ ເຫັນອິດທິພົນຂອງພະສົງໃນວຽກງານ ການສຶກສາ,ພວກເຂົາ ຈິ່ງໄດ້ຫັນນະໂຍບາຍ ເພື່ອຜັນຂະຫຍາຍ ໂຮງຮຽນ ໃຫ້ກ້ວາງກ່ວາເກົ່າ ດ້ວຍຮູບການເປີດ ໂຮງຮຽນ ສ້າງຄູສົງ ຂຶ້ນໃນປີ 1907 ທີ່ວັດຈັນ ຊຶ່ງປະກອບມີ ພະສົງ 50 ກ່ວາອົງ ໄດ້ເຂົ້າຮຽນ,ທ້າວຄຳ ກໍ່ເປັນຄູສອນ ຢູ່ໂຮງຮຽນ ສ້າງຄູສົງແຫ່ງນັ້ນ,ຍ້ອນຈິດໃຈ ຮັກຊາດ ນາຍຄູຄຳ ໃນເວລາທີ່ສອນຢູ່ໂຮງຮຽນສ້າງຄູສົງ, ນາຍຄູຄຳ ໄດ້ເອົາໃຈໃສ່ ສຶກສາ ໃຫ້ພະສົງ ທີ່ຈະໄປເປັນຄູ ໃຫ້ມີຄວາມຮັກຊາດລາວ,ບໍ່ໃຫ້ສັນຊາດລາວເຊື່ອມເສຍ ,ຍ້ອນພະສົງ ໄດ້ຮັບການສຶກສາ  ອົບຮົມ  ຢູ່ໃນໂຮງຮຽນ ຄືເຊັ່ນນັ້ນ ພາຍຫຼັງ ທີ່ພວກເພີ່ນ ຮຽນຈົບ ການອົບຮົມແລ້ວ ກໍ່ມີພະສົງຫຼາຍອົງ ບໍ່ໄດ້ໄປເປັນຄູ ເພື່ອຮັບໃຊ້ນະໂຍບາຍ ການສຶກສາ ພວກລ່າເມືອງແບບເກົ່າ,1949 ຄູຄຳໄດ້ເຈັບປ່ວຍ ແລະ ໄດ້ເສຍຊິວິດ ຍ້ອນພະຍາດ ຂອງເພີ່ນເອງ ຢູ່ທີ່ ສີທາລາມ ປະເທດໄທ,ດັ່ງນັ້ນ ເພື່ອເຮັດໃຫ້ ສໍານຶກເຖິງຄຸນງາມຄວາມດີ ຂອງຄູໃນສັງຄົມໄດ້ກາຍມາເປັນພຶດຕິກຳ ຕົວຈີງ, ຈິ່ງເຫັນຄວາມຈຳເປັນ ຕ້ອງກຳນົດ ໃຫ້ມີວັນຄູແຫ່ງຊາດ ຂຶ້ນໂດຍ ຖືເອົາວັນເຂົ້າຮັບລາຊະການ ຂອງນາຍຄູຄຳ ທີ່ແມ່ນຄູທີ່ມີສັນຊາດລາວຄົນທຳອິດໃນວັນທີ 7 ຕຸລາ ເປັນວັນຄູແຫ່ງຊາດ.
     ຈາກນັ້ນ ກໍ່ໄດ້ມອບໃບຍ້ອງຍໍ 5 ຂັ້ນໃຫ້ຄູ - ອາຈານ ທີ່ປະກອບສ່ວນເຫື່ອແຮງ ແລະ ສະຕິປັນຍາ ເຂົ້າໃນວຽກງານ ການສືກສາ ປະຈຳປີ 2023, ມອບຂອງຂັວນໃຫ້ພະນັກງານບຳນານ ແລະ ກະຕ່າຂອງຂວັນ ໃຫ້ຫົວໜ້າ-ຄະນະຫ້ອງການສືກສາ ທີການ ແລະ ກິລາເມືອງ ເພື່ອເປັນການລະນືກເຖີງຄຸນງາມຄວາມດີໃນໄລຍະຜ່ານມາ.
    ຂ່າວ-ພາບ ນ ສຸລິຍາ ຫານຸສິດ