ຫ້ອງການສຶກສາທິການ-ກິລາ ເມືອງອຸທຸມພອນ ແຂວງສະຫວັນນະເຂດ ໄດ້ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 29 ປີ ຂຶ້ນຢ່າງຄຶກຄື້ນ ໃນວັນທີ 6 ຕຸລາ ນີ້ ທີ່ສະໂມສອນສຶກສາສາມັກຄີ, ໃນພິທີກໍໄດ້ມີການປາຖະກະຖາມູນເຊື້ອຂອງວັນດັ່ງກ່າວ,ປາຖະກະຖາໂດຍ ທ່ານ ທອງໃສ ໄຊຍະວົງຄໍາດີ ເຈົ້າເມືອງອຸທຸມພອນ ຊຶ່ງໄດ້ຍົກໃຫ້ເຫັນວ່າ: ພາຍຫຼັງພວກລ່າເມືອງແບບເກົ່າໄດ້ເຂົ້າມາຢຶດຄອງປະເທດລາວເຮົາປີ 1893 ເປັນຕົ້ນມາ ພວກເຂົາບໍ່ໄດ້ເອົາໃຈໃສ່ຂະຫຍາຍໂຮງຮຽນພໍເທົ່າໃດ ຊຶ່ງທົ່ວປະເທດມີໂຮງຮຽນພຽງ 2 ແຫ່ງເທົ່ານັ້ນ, ຄົນລາວທີ່ໄດ້ເຂົ້າຮຽນແມ່ນມີໜ້ອຍ, ໃນຈໍານວນດັ່ງກ່າວມີຄົນລາວຊື່ ທ້າວ ຄໍາ ທີ່ຮຽນຈົບຫ້ອງທີ 1 (ປ6), ຫຼັງຈາກນັ້ນປີ 1907 ທ້າວ ຄໍາ ໄດ້ເຂົ້າຮ່ວມການອົບຮົມຄູ ຊຶ່ງຖືເປັນຄັ້ງທໍາອິດໃນປະຫວັດສາດຂອງຊາດລາວທີ່ໄດ້ມີການອົບຮົມຄູ, ພາຍຫຼັງອົບຮົມຄູສໍາເລັດ, ມາເຖິງວັນທີ 7 ຕຸລາ 1907, ທ້າວ ຄໍາ ໄດ້ເລີ່ມເປັນຄູສອນ ຜູ້ທໍາອິດຂອງປະເທດລາວເຮົາ. ສະນັ້ນ, ການສະເຫຼີມສະຫຼອງວັນຄູແຫ່ງຊາດ ແມ່ນຈັດຂຶ້ນຕາມດໍາລັດເລກທີ 89/ນຍ, ລົງວັນທີ 28 ເມສາ 1994  ແລະ ກົດໝາຍວ່າດ້ວຍການສຶກສາ ສະບັບປັບປຸງ, ໂດຍຖືເອົາວັນທີ 7 ຕຸລາ ຂອງທຸກໆປີເປັນການສະເຫຼີມສະຫຼອງວັນຄູແຫ່ງຊາດ.
ການສະເຫຼີມສະຫຼອງວັນຄູແຫ່ງຊາດ ແມ່ນເພື່ອໃຫ້ທຸກຄົນໄດ້ທົບທວນຫວນຄືນຄຸນງາມຄວາມດີຂອງຄູ-ອາຈານ ທີ່ມີຕໍ່ປະເທດຊາດ ກໍຄືມວນມະນຸດ, ທັງເປັນການສ້າງເງື່ອນໄຂໃຫ້ທຸກຄົນໃນສັງຄົມໄດ້ສະແດງຄວາມກະຕັນຍູ ກະຕະເວທີຕໍ່ຄູທີ່ພວມສິດສອນ ແລະ ຄູອາວຸໂສບໍານານ. ຈາກນັ້ນຄະນະຫ້ອງການພາຍໃນເມືອງ ຍັງໄດ້ຜ່ານຂໍ້ຕົກລົງຍ້ອງຍໍຂອງທ່ານລັດຖະມົນຕີ ກະຊວງສຶກສາ ທິການ-ກິລາ, ຜ່ານຂໍ້ຕົກລົງ ຍ້ອງຍໍ ແລະ ສັນລະເສີນຂອງທ່ານຫົວໜ້າພະແນກສຶກສາທິການ-ກິລາແຂວງ ແລະ    ຂໍ້ຕົກລົງຂອງທ່ານເຈົ້າເມືອງອຸທຸມພອນ ວ່າດ້ວຍການຍ້ອງຍໍໃຫ້ກົມກອງ ແລະ ບຸກຄົນທີ່ມີຄວາມກ້າວ  ໜ້າໃນການປະຕິບັດໜ້າທີ່ວຽກງານການສິດສອນ ແລະ ຮໍ່າຮຽນເກັ່ງ, ໂດຍແມ່ນທ່ານ ທອງໃສ ໄຊຍະວົງຄໍາ ເຈົ້າເມືອງອຸທຸມພອນ ແລະ ທ່ານ ໂພຄໍາ ແວວມະນີ ຮອງເຈົ້າເມືອງ ຜັດປ່ຽນກັນຂຶ້ນມອບໃຫ້ແຕ່ລະຄົນຢ່າງສົມກຽດ.
ກ່ອນໜ້າຈະເຂົ້າສູ່ພິທີປາຖະກະຖາທາງການນໍາຂອງເມືອງ, ຄະນະຫ້ອງການສຶກສາທິການ-ກິລາເມືອງ, ພະນັກງານຄູ-ອາຈານ ຍັງໄດ້ເຂົ້າວາງກະຕ່າດອກໄມ້ຢູ່ອະນຸສອນສະຖານຮູບຫຼໍ່ອະດີດປະທານ ໄກສອນ ພົມວິຫານ, ຫຼັງຈາກນັ້ນກໍໄດ້ຮັບຊົມວິດີໂອ ປະຫວັດວັນຄູ, ຮັບຊົມການສະແດງ ສິລະປະຂອງນັກຮຽນຕື່ມອີກ.
ຂ່າວ: ບຸນຊູ ພົມ  ເມືອງອຸທຸມພອນ