ໂຮງຮຽນມັດທະຍົມສຶກສາສົມບູນ ເມືອງຄອບ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມ ເປີດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາຂຶ້ນ ໃນວັນທີ 3 ຕຸລາ  ຜ່ານມາ ທີ່ຫ້ອງປະຊຸມຂອງໂຮງຮຽນດັ່ງກ່າວ. ໂດຍການເປັນປະທານຂອງ ທ່ານ ສີດໍາ ມະນີວົງ ຜູ້ອໍານວຍການໂຮງຮຽນ ມ.ສ ເມືອງຄອບ, ມີທ່ານ ສະໝັກ ລິດສະຖານ ກໍາມະການປະຈໍາພັກເມືອງ ຮອງເຈົ້າເມືອງໆຄອບ, ມີບັນດາຄູ-ອາຈານເຂົ້າຮ່ວມ.
  ທ່ານ ສີດໍາ ມະນີວົງ  ໄດ້ຜ່ານບົດສະຫຼຸບ ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາຂອງໂຮງຮຽນ ມ.ສ ເມືອງຄອບ ແລະ ທິດທາງແຜນການ 2023 ຫາ 2025 ຊຶ່ງໂຮງຮຽນ ມ.ສ ເມືອງຄອບ ປະກອບມີ 1 ຫນ່ວຍພັກ, ມີ 3 ໜ່ວຍງານຄື: ໜ່ວຍງານບໍລິຫານ; ໜ່ວຍງານວິຊາການ ແລະ ໜ່ວຍງານຄຸ້ມຄອງນັກຮຽນ, ມີພະນັກງານ-ລັດຖະກອນ 24 ທ່ານ ຍິງ 14 ທ່ານ. ອາສາສະໝັກ 3 ທ່ານ ຍິງ 2 ທ່ານ. ໃນໄລຍະຜ່ານມາໂຮງຮຽນ ມ.ສ ເມືອງຄອບ ໄດ້ຈັດຕັ້ງປະຕິບັດຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ ຕິດພັນກັບການລົງກວດກາໜ່ວຍພັກ ຊຶ່ງໄດ້ຈັດຕັ້ງປະຕິບັດແຕ່ຂັ້ນສະມາຊິກ, ພະນັກງານ-ລັດຖະກອນ, ໜ່ວຍງານ, ຫ້ອງການ ແລະ ໜ່ວຍພັກ ໂດຍຖືເອົາຂໍ້ແຂ່ງຂັນຂອງແຕ່ລະພາກສ່ວນ ເປັນໄມ້ຫຼາວັດແທກການຈັດຕັ້ງປະຕິບັດໜ້າທີ່ວຽກງານ ແລະ ເປັນບ່ອນອີງໃນການສໍາຫຼວດກວດກາ, ການຊີ້ນໍາ-ນໍາພາຂອງໜ່ວຍພັກ ກໍຄືໂຮງຮຽນ. ຜ່ານການປະເມີນຂໍ້ແຂ່ງຂັນດັ່ງກ່າວມີພະນັກງານ-ລັດຖະກອນ, ສະມາຊິກພັກທີ່ດີເດັ່ນຢູ່ໃນປະເພດຕ່າງໆຄື: ໄດ້ຮັບໃບຍ້ອງຍໍ ຂັ້ນລັດຖະບານ ຈໍານວນ 15 ທ່ານ. ໃນໂອກາດເປີດຂະບວນການແຂ່ງຂັນໃນຄັ້ງນີ້ ທ່ານ ຫຼົງ ວື ຮອງຜູ້ອໍານວຍການໂຮງຮຽນ ມ.ສ ເມືອງຄອບ ກໍໄດ້ຂຶ້ນຜ່ານຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາໄລຍະໃໝ່ໃນຕໍ່ໜ້າ ແຕ່ປີ 2023-2025 ພ້ອມທັງຂຶ້ນຈັບມືຮັບຮອງເອົາຂໍ້ແຂ່ງຂັນດັ່ງກ່າວ.
ຈຸດປະສົງຂອງການເປີດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ກໍເພື່ອແນໃສ່ເຮັດໃຫ້ການເປີດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ໃຫ້ເປັນຂະບວນຟົດຟື້ນຕໍ່ເນື່ອງຊອກໃຫ້ເຫັນບຸກຄົນທີ່ດີເດັ່ນ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານໃນແຕ່ລະໄລຍະ ທັງຮັບປະກັນໄດ້ຕາມ 4 ຄາດໝາຍ ໃຫ້ໄວ, ໃຫ້ດີ, ໃຫ້ຫຼາຍ ແລະ ຖືກກົດຫມາຍ ພາຍໃຕ້ຄໍາຂວັນຮັກຊາດ ແລະ ພັດທະນາ.
ຂ່າວ-ພາບ: ພົມມະນີ ອິນສະຫວັນ