ເຖິງວ່າໃນໄລຍະ 2 ປີເຄິ່ງຜ່ານມາ, ແຂວງອັດຕະປື ໄດ້ມີຄວາມພະຍາຍາມປັບປຸງຄຸນນະພາບການສືກສາໃຫ້ສູງຂຶ້ນ ພ້ອມທັງສ້າງເງື່ອນໄຂການເຂົ້າເຖິງການສຶກສາ ເພື່ອໃຫ້ມີຄວາມພ້ອມໃນການເຊື່ອມໂຍງກັບພາກພື້ນ ແລະ ສາກົນ.
ແຂວງອັດຕະປື ໄດ້ເລັ່ງໃສ່ຂະຫຍາຍການສຶກສາກ່ອນໄວຮຽນ, ສົ່ງເສີມການສຶກສາຂັ້ນພື້ນຖານ ແລະ ເອົາໃຈໃສ່ປັບປຸງຄຸນນະພາບການສຶກສາ ເພື່ອໃຫ້ເດັກມີຄວາມພ້ອມສືບຕໍ່ເຂົ້າຮຽນໃນຊັ້ນທີ່ສູງຂຶ້ນໄປ ພ້ອມທັງປັບປຸງຄຸນນະພາບຂອງການສຶກສາຂັ້ນພື້ນຖານ, ສົ່ງເສີມການສ້າງສີມືແຮງງານ ແລະ ນັກວິຊາການ ເພື່ອຕອບສະໜອງຄວາມຕ້ອງການຂອງການພັດທະນາ, ສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບການບໍລິຫານ ແລະ ການຄຸ້ມຄອງການສຶກສາແຕ່ລະຂັ້ນ, ສົ່ງເສີມໃຫ້ປະຊາຊົນທຸກເພດໄວ ຫັນມາໃສ່ໃຈການອອກກຳລັງກາຍເພື່ອສຸຂະພາບ ແລະ ສົ່ງເສີມພອນສະຫວັນດ້ານກິລາກາຍະກຳ ໃຫ້ກາຍເປັນນັກກິລາອາຊີບ; ສືບຕໍ່ຈັດການຮຽນ-ການສອນ ລະບົບສາມັນສຶກສາຄືນ ພາຍຫຼັງການລະບາດຂອງພະຍາດໂຄວິດ-19 ຜ່ອນຄາຍລົງ ໂດຍປະຕິບັດມາດຕະການປ້ອງກັນຢ່າງເຂັ້ມງວດ ເພື່ອບໍ່ໃຫ້ສົ່ງຜົນກະທົບຕໍ່ລູກຫຼານ, ນັກຮຽນ, ນັກສືກສາ; ມາຮອດປັດຈຸບັນແຂວງອັດຕະປືສາມາດປະກາດເປັນແຂວງຈົບຊັ້ນມັດທະຍົມຕອນຕົ້ນບໍາລຸງ; ສຸມໃສ່ຈັດຕັ້ງປະຕິບັດ 15 ຄາດໝາຍຂອງຂະ ແໜງສຶກສາທິການ ແລະ ກິລາ ຊຶ່ງເຫັນວ່າຄາດໝາຍທີ່ບັນລຸມີ 7 ຄາດໝາຍ, ຄາດໝາຍທີ່ບໍ່ບັນລຸມີ 8 ຄາດ. ຄາດໝາຍທີ່ບັນລຸມີ 7 ຄາດໝາຍອັດຕາເຂົ້າຮຽນໃໝ່ ປ.1 (6 ປີ) ປະຕິບັດໄດ້ 109,2% ລື່ນແຜນ 11,2% (ແຜນການ 98%), ດັດສະນີຄວາມສະເໝີພາບຍິງ-ຊາຍ ໃນອັດຕາເລື່ອນຊັ້ນ ປ.5 ຂຶ້ນ ມ.1 ປະຕິບັດໄດ້ 1,00% (ແຜນການ 0,97%-1,03%), ປະຊາກອນໜຸ່ມ ແລະ ຜູ້ປະລະການຮຽນໄດ້ບໍາລຸງຜ່ານການສຶກສານອກໂຮງຮຽນ ແລະ ຝຶກອົບຮົມວິຊາຊີບ 2.199 ຄົນ ລື່ນແຜນ 1.199 ຄົນ (ແຜນການ 1.000 ຄົນ), ຄູສອນຊັ້ນປະຖົມ ແລະ ມັດທະຍົມໄດ້ຮັບການຝຶກອົບຮົມ 680 ຄົນ ລື່ນແຜນ (ແຜນການ 129 ຄົນ), ນັກຮຽນທີ່ຮຽນຈົບມັດທະຍົມຕົ້ນ (ມ.4) ໄດ້ເຂົ້າຮຽນຕໍ່ໃນສາຍອາຊີວະສຶກສາ ແລະ ຝືກອົບຮົມວິຊາຊີບ ປະຕິບັດໄດ້ 5,86% (ແຜນການ 2,8%), ສົ່ງເສີມໃຫ້ນັກຮຽນຈົບ ມ.7, ນັກສຶກສາທີ່ສະໝັກເຂົ້າຮຽນມະຫາວິທະຍາໄລໄດ້ຮຽນຕໍ່ໃນສາຍວິທະຍາ ສາດທຳມະຊາດ, ເຕັກໂນໂລຊີ, ວິສະວະກຳ ແລະ ຄະນິດສາດ ປະຕິບັດໄດ້ 52,2% (ແຜນການ 51,9%),ສົ່ງເສີມໃຫ້ມວນຊົນທຸກເພດ, ທຸກໄວໄດ້ເຂົ້າຮ່ວມຫັດກາຍະບໍລິຫານ, ການອອກກຳລັງກາຍ ແລະ ການຫຼິ້ນກິລາກາຍະກຳປະຕິບັດໄດ້ 33% (ແຜນການ 29,2%).
ຄາດໝາຍທີ່ບໍ່ບັນລຸຕາມແຜນມີ 8 ຄາດໝາຍຄື: ອັດຕາເຂົ້າຮຽນຂອງເດັກ 5 ປີ ຊັ້ນການສຶກສາກ່ອນໄວຮຽນບັນລຸໄດ້ 75,6% (ແຜນການ 79%), ອັດຕາເຂົ້າຮຽນໃໝ່ລວມ ປ.5 ບັນລຸໄດ້ 86,2% (ແຜນການ94,9%), ອັດຕາປະລະການຮຽນຂອງນັກຮຽນ ປ.1 ຍັງເຫຼືອ 11,5% (ແຜນການ 5,1%), ອັດຕາຈົບຊັ້ນປະຖົມ ປະຕິບັດໄດ້ 62,9% (ແຜນການ 74,7%), ອັດຕາເລື່ອນຊັ້ນ ປ.5 ຂຶ້ນ ມ.1 (ທຽບໃສ່ນັກຮຽນ ປ.5 ຕົ້ນປີ) 70,5% (ແຜນການ 84,2%), ອັດຕາປະລະການຮຽນຂອງນັກຮຽນຊັ້ນປະຖົມຫຼຸດລົງຍັງເຫຼືອ 8,3% (ແຜນການ 3,8%), ອັດຕາເຂົ້າຮຽນໃໝ່ຊັ້ນ ມ.4 ປະຕິບັດໄດ້ 59,6% (ແຜນການ 66,7%) ແລະ ອັດຕາປະລະການຮຽນຂອງນັກຮຽນຊັ້ນມັດທະຍົມຕອນຕົ້ນຍັງເຫຼືອ 18,4% (ແຜນການ7,6%).
ຂ່າວ: ວັນໄຊ ຕະວິນຍານ