ຫາງໂຈ ເກມ  ປິດລົງດ້ວຍຄວາມປະທັບໃຈ ແລະ ສປ ຈີນ ສົ່ງທຸງຕໍ່ໃຫ້ປະເທດຍີ່ປຸ່ນ ເຈົ້າພາບຄັ້ງຕໍ່ໄປໃນປີ 2026  ໄອຈິ-ນາໂກຢ່າ ເກມ 2026   ໂດຍກຳນົດຈັດຂຶ້ນທີ່ເມືອງນາໂກຢ່າ ແຂວ ໄອຈິ  ເອຊຽນເກມ ຄັ້ງທີ 20. 
    ການແຂ່ງຂັນກິລາເອຊຽນເກມ ຄັ້ງທີ 19  ຫາງໂຈ່ເກມ  ໄດ້ເປີດຂຶ້ນເມື່ອວັນທີ 8 ຕຸລາ 2023 ທີ່ສະໜາມຫຼວງສູນກິລາໂອແລັມປິກເມືອງຫາງໂຈ່ ໂດຍມີ ທ່ານ ຫຼີ່ ສຽງນາຍົກລັດຖະມົນຕີ ສປ ຈີນ ເປັນປະທານໃນພິທີປິດ.
    ສໍາລັບພິທີປິດງານ ໄດ້ເນັ້ນໄປທີ່ການຂອບໃຈອາສາສະໝັກທີ່ໃຫ້ການບໍລິການ ແລະ ຊ່ວຍເຫຼືອທຸກຄົນຕະຫຼອດການແຂ່ງຂັນ ລວມທັງການສະດຸດີນັກກິລາທີ່ທຸ່ມເທທຸກສິ່ງຢ່າງເພື່ອຄວາມຝັນໃນການຫຼິ້ນກິລາ ໃນຮູບແບບງານອໍາລາເວລາ 75 ນາທີ ດ້ວຍຄວາມອົບອຸ່ນ ຄວາມເຄົາລົບຮັກແພງຊຶ່ງກັນ ແລະ ກັນ. 
  ການສະແດງຈະເຕັມໄປດ້ວຍການໃຊ້ເຕັກນິກແສງ ສີ ແລະ ສຽງ ແບບດຽວກັບພິທີເປີດ ໃຊ້ໜ້າຈໍ LED ເທິງພື້ນສະໜາມ ນໍາສະເໜີເລື່ອງຕ່າງໆ ຕະຫຼອດການແຂ່ງຂັນ ໂດຍເຈົ້າພາບຄັ້ງຕໍ່ໄປ ເມືອງນາໂກຢ່າ ແລະ ໄອຈິ ປະເທດຍີ່ປຸ່ນ ໄດ້ຈັດການວາງສະແດງເພື່ອຮັບທຸງຂອງເຈົ້າພາບໃນຄັ້ງຕໍ່ໄປ.
    ທ່ານ ຢາສຸຮີໂລະ ນາກາໂມຣິ ຜູ້ອໍານວຍການຝ່າຍຈັດການແຂ່ງຂັນກິລາເອຊຽນເກມ ຄັ້ງທີ 20 ທີ່ເມືອງນາໂກຢ່າ ແຂວງໄອຈິ ປະເທດຍີ່ປຸ່ນ  ໄອຈິ-ນາໂກຢ່າເກມ 2026 ເປີດເຜີຍວ່າ: ງານເອຊຽນເກມຄັ້ງຕໍ່ໄປທີ່ປະເທດຍີ່ປຸ່ນ ຈະລົງທຶນຈັດການແຂ່ງຂັນໃຊ້ງົບທັງໝົດ 1 ຕື້ໂດລາ ໂດຍຈະສ້າງສະໜາມກິລາໃໝ່ພຽງ 2 ແຫ່ງ ແລະ ເນັ້ນນຳໃຊ້ສະໜາມກິລາເດີມພາຍໃຕ້ແນວຄວາມຄິດ Imagine One Asia ທີ່ຕ້ອງການຢຶດໝັ້ນຫຼັກການຄວາມເປັນໜຶ່ງດຽວຂອງອາຊີທັງທະວີບ ໃຫ້ຄວາມສໍາຄັນທີ່ສຸດກັບນັກກິລາ ແລະ ນຳເອົາເຕັກໂນໂລຊີທີ່ດີທີ່ສຸດຈາກປະເທດຍີ່ປຸ່ນມານຳໃຊ້ເຂົ້າໃນການແຂ່ງຂັນ.
    ນາໂກຢ່າ-ໄອຈິ 2026 ຈະແຂ່ງຂັນລະຫວ່າງວັນທີ 19 ກັນຍາ ຫາ ວັນທີ 4 ຕຸລາ 2026  ໂດຍນັບເປັນງານກິລາເອຊຽນເກມ ຄັ້ງທີ 3 ທີ່ຍີ່ປຸ່ນ ຕໍ່ຈາກໂຕກຽວ ແລະ ຮິໂຣຊິມາ ແຂ່ງຂັນທັງໝົດ 41 ປະເພດກິລາ ປະກອບມີ ກິລາທາງນ້ຳ (ລອຍນ້ຳ, ດຳນ້ຳ, ໂປໂລນ້ຳ, ລອຍນ້ຳມາຣາທອນ), ຍິງທະນູ, ແລ່ນ ແລະ ລານ, ຕີດອກປີກໄກ່, ບານບ້ວງ (5×5, 3×3), ມວຍສາກົນ, ເຮືອການູ-ກາຍັກ, ແຂ່ງລົດຖີບ, ຂີ່ມ້າ. ຟັນດາບ, ບານເຕະ, ກັອຟ, ຢິມນາສຕິກ, ແຮນບອລ,  ຮັອກກີ, ຢູໂດ,  ປັນຈະກີລາສະໄໝໃໝ່, ເຮືອພາຍ, ຣັກບີ, ເຮືອໃບ-ວິນເຊິຟ, ຍິງປືນ, ປິງປອງ, ເທຄວັນໂດ, ເທນນິສ, ໄຕຣກີລາ, ບານສົ່ງໃນຮົ່ມ-ຊາຍຫາດ, ຍົກນໍ້າໜັກ, ມວຍປໍ້າ, ເບຣກກິງ (ເບຣກແດນ), ສະເກັດບອດ, ປີນໜ້າຜາ, ໂຕ້ຄື້ນ, ເບສບານ-ຊອຟບອລ, ໂບລິ່ງ, ຄຣິກເກັດ, ກາບັດດີ, ກະຕໍ້, ສະຄວອຊ, ວູຊູ, ຢູຢິດຊູ ແລະ ຄູຣາຊ.
ຂ່າວ: ຕຸໄລເພັດ