ທີມນັກກິລາກະຕໍ້ ວິທະຍາຄານປ້ອງກັນຊາດ (ວປກ) ສ້າງຜົນງານໄດ້ຢ່າງໂດດເດັ່ນ ຫຼັງໃນຮອບຊີງຊະນະເລີດ ຫຼື ຮອບຊີງຫຼຼຽນຄຳ ສາມາດເອົາຊະນະທີມມະຫາວິທະຍາໄລແຫ່ງຊາດ (ມຊ) ເຈົ້າພາບ ໄປໄດ້ 2-0 ຄູ່ ໄດ້ຫຼຽນຄຳ ໄປຄອງ ແລະ ເປັນຫຼຽນຄຳທຳອິດຂອງງານມະຫະກຳກິລາມະຫາວິທະຍາໄລລາວ ຄັ້ງທີ II ອີກດ້ວຍ.
ການແຂ່ງຂັນຄູ່ຊີງຫຼຽນຄຳ ລະຫວ່າງ ວິທະຍາຄານປ້ອງກັນຊາດ ພົບກັບ ມະຫາວິທະຍາໄລແຫ່ງຊາດ ໄດ້ມີຂຶ້ນໃນຕອນບ່າຍວັນທີ 4 ພຶດສະພາ ຜ່ານມາ ທີ່ສະໜາມກິລາໃນຮົ່ມໂອແລັມປາເຊຍ ວິທະຍາເຂດດົງໂດກ ນະຄອນຫຼວງວຽງຈັນ ຊຶ່ງລະບົບການແຂ່ງຂັນແມ່ນຊະນະ 2 ໃນ 1 ເກມ ໄດ້ຫຼຽນຄຳໄປຄອງ. ຜ່ານການແຂ່ງຂັນຄູ່ຊີງຊະນະເລີດ ຜົນປະກົດວ່າ: ທີມນັກກິລາກະຕໍ້ ວປກ ສາມາດ ເອົາຊະນະ ທີມກະຕໍ້ ມຊ ເຈົ້າພາບ ໄປໄດ້ແບບສະບາຍ 2-0 ຄູ່ ໄດ້ຫຼຽນຄຳ ໄປຄອງໄດ້ສຳເລັດ ແລະ ເປັນຫຼຽນຄຳທຳອິດຂອງ ງານມະຫະກຳກິລາມະຫາວິທະຍາໄລລາວ ຄັ້ງທີ 2 ອີກດ້ວຍ. ສ່ວນຫຼຽນເງິນ ຕົກເປັນຂອງ ມຊ ເຈົ້າພາບ ແລະ ຫຼຽນທອງ ຮ່ວມໄດ້ແກ່ ສະຖາບັນຍຸຕິທຳແຫ່ງຊາດ ແລະ ມະຫາວິທະຍາໄລສະຫວັນນະເຂດ.
ເປັນກຽດເຂົ້າຮ່ວມ ແລະ ມອບຫຼຽນລາງວັນຂອງ ທ່ານ ອຸດົມ ພອນຄຳເພັງ ປະທານສະຫະພັນກິລາມະຫາວິທະຍາໄລລາວທັງເປັນປະທານຈັດງານມະຫະກຳກິລາມະຫາວິທະ
ຍາໄລລາວ ຄັ້ງທີ II, ທ່ານພົນຈັດຕະວາ ສົມພອນ ສີສຸວັນນະ ຮອງຜູ້ອຳນວຍການວິທະຍາຄານປ້ອງກັນຊາດ ແລະ ທ່ານ ຄຳສີ ຄຳພັນທອງ ຄະນະກຳມະການຈັດການແຂ່ງຂັນກິລາກະຕໍ້ ງານມະຫະກຳກິລາມະຫາວິທະຍາໄລລາວ ຄັ້ງທີ II, ມີຄະນະນຳ, ຄູຝຶກ ແລະ ນັກກິລາ ຕະຫຼອດຮອດພາກສ່ວນກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
(ຂ່າວ: ລູກນໍ້າເຊ ອິນທະດາລິນ)