ໃນວັນທີ 5 ພຶດສະພາ ນີ້ ທີ່ຫ້ອງປະຊຸມຕຶກອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ບໍລິສັດ ວິກເຕີ້ສະປອດ ລາວ (VICTOR SPORT LAOS) ໄດ້ໃຫ້ການສະໜັບສະໜູນເສື້ອກຳມະການກິລາດອກປີກໄກ່ ຈຳນວນ38 ຜືນ ເພື່ອນຸ່ງລົງຕັດສິນໃນການແຂ່ງຂັນກິລາດອກປີກໄກ່ ງານມະຫະກຳກິລາມະຫາວິທະຍາໄລລາວ(ກມລ) ຄັ້ງທີ II ທີ່ມະຫາວິທະຍາໄລແຫ່ງຊາດ ເປັນເຈົ້າພາບ ຊຶ່ງໃຫ້ກຽດມອບໂດຍ ທ່ານ ນາງ ຈິນດາ ພົນເຕຊາ ຜູ້ອຳນວນການ ບໍລິສັດ ວິກເຕີ້ ສະປອດລາວ ແລະ ໃຫ້ກຽດຮັບໂດຍທ່ານ  ອຸດົມ ພອນຄຳເພັງ ປະທານສະຫະພັນກິລາມະຫາວິທະຍາໄລລາວທັງເປັນປະທານຈັດງານມະຫາກຳກິລາມະຫະວິທະຍາໄລລາວ ຄັ້ງທີ II, ມີພາກສ່ວນກ່ຽວຂ້ອງທັງ 2 ຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ. 
ໃນໂອກາດດັ່ງກ່າວ, ທ່ານ  ອຸດົມ ພອນຄຳເພັງ ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງຕໍ່ ບໍລິສັດ ວິກເຕີ້ ສະປອດ ລາວ ທີ່ໄດ້ນຳເອົາເສື້ອຈຳນວນດັ່ງກ່າວ ມາມອບໃຫ້ກັບພວກເຮົາ ເພື່ອໃຫ້ກຳມະການຕັດສິນກິລາດອກປີກໄກ່ໄດ້ມີເສື້ອນຸ່ງລົງປະຕິບັດໜ້າທີ່ຂອງຕົນເອງ ໃນການແຂ່ງຂັນກິລາດອກປີກໄກ່ ງານມະຫະກຳກິລາມະຫາວິທະຍາໄລລາວ ຄັ້ງທີ II ທີ່ເລີ່ມແຂ່ງຂັນຕັ້ງແຕ່ວັນທີ 6 ພຶດສະພາ 2024 ເປັນຕົ້ນໄປ ແລະ ອວຍພອນໃຫ້ ທ່ານ ນາງ ຈິນດາ ພົນເຕຊາ  ພ້ອມດ້ວຍຄະນະ ຈົ່ງປະສົບຜົນສຳເລັດໃນໜ້າທີ່ວຽກງານທຸກປະການ.ຢ່າງໃດກໍຕາມ, ນອກຈາກການໃຫ້ການສະໜັບສະໜູນເສື້ອໃຫ້ກຳມະການຕັດສິນແລ້ວ  ບໍລິສັດ ວິກເຕີ້ ສະປອດ ລາວ ຍັງຊ່ວຍເຫຼືອໃນການຕົບແຕ່ງສະໜາມກິລາດອກປີກໄກ່ໜອງວຽງຄຳ ທີ່ໃຊ້ໃນການແຂ່ງຂັນກິລາ ກມລ 2 ໃນຄັ້ງນີ້ອີກດ້ວຍ.
ສຳລັບການແຂ່ງຂັນປະເພດກິລາດອກປີກໄກ່ ຊາຍ-ຍິງ ໃນງານກິລາ ກມລ 2 ມີນັກກິລາເຂົ້າຮ່ວມທັງໝົດ ຈຳນວນ 80 ຄົນຍິງ 32 ຄົນ. ໃນນັ້ນມີ 9 ພາກສ່ວນເຂົ້າຮ່ວມ ຄື: ມະຫາວິທະຍາໄລແຫ່ງຊາດ (ມຊ), ມະຫາວິທະຍາໄລສຸພານຸວົງ (ມສ), ມະຫາວິທະຍາໄລວິທະຍາສາດສຸຂະພາບ (ມວສ), ສະຖາບັນເຕັກໂນໂລຊີສຸດສະກະ (ສຕສ), ສະຖາບັນທະນາຄານ (ສທຄ), ສະຖາບັນຍຸຕິທຳແຫ່ງຊາດ (ສຍຊ), ສະຖາບັນຣັຕນະ ບໍລິຫານທຸລະກິດ (ສຣບທ), ວິທະຍາໄລເຕັກນິກວິຊາຊີບ ກຽດຕິສັກ (ວຕວກ) ແລະ ສະຖາບັນລາວ-ອາເມຣິກາ (ສລອ)ຊຶ່ງການແຂ່ງຂັນປະກອບມີ ປະເພດດ່ຽວຊາຍ 9 ທີມ, ຄູ່ຊາຍ 8 ທີມ, ດ່ຽວຍິງ 5 ທີມ, ຄູ່ຍິງ 7 ທີມ ແລະ ຄູ່ປະສົມ ມີ 8 ທີມ. 
(ຂ່າວ-ພາບ: ການຈະນາ)