ການແຂ່ງຂັນກິລາດອກປີກໄກ່ ງານກິລາມະຫາວິທະຍາໄລລາວ ເກມ ຄັ້ງທີ II ໄດ້ມີຂຶ້ນລະຫວ່າງວັນທີ 6 -9 ພຶດສະພາ 2024 ທີ່ສະໜາມກິລາດອກປີກໄກ່ໜອງວຽງຈັນ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຊຶ່ງເປັນການແຂ່ງຂັນຮອບຄັດເລືອກ ປະເພດ່ຽວຊາຍ, ຄູ່ຊາຍ, ດ່ຽວຍິງ, ຄູ່ຍິງ ແລະ ທີມປະສົມ ໂດຍມີນັກກິລາຈາກ 9 ພາກສ່ວນເຂົ້າຮ່ວມ ປະກອບມີ: ມະຫາວິທະຍາໄລແຫ່ງຊາດ ເຈົ້າພາບ (ມຊ) ມະຫາວິທະຍາໄລສຸພານຸວົງ (ມສ), ມະຫາວິທະຍາໄລວິທະຍາສາດສຸຂະພາບ (ມວສ), ສະຖາບັນເຕັກໂນໂລຊີສຸດສະກະ (ສຕສ), ສະຖາບັນການທະນາຄານ (ສທຄ), ສະຖາບັນຍຸຕິທຳແຫ່ງຊາດ (ສຍຊ), ສະຖາບັນຣັຕນະບໍລິຫານທຸລະກິດ (ສຣບທ) ແລະ ສະຖາບັນລາວ-ອາເມລິກາ (ສລອ). ສຳລັບການແຂ່ງຂັນກິລາດອກປີກໄກ່ ມີການຊີງໄຊທັງໝົດ 5 ຫຼຽນຄຳ ຄື: ປະເພດດ່ຽວຊາຍ 9 ທີມ, ຄູ່ຊາຍ 8 ທີມ, ດ່ຽວຍິງ 5 ທີມ, ຄູ່ຍິງ 7 ທີມ ແລະ ຄູ່ປະສົມ ມີ 8 ທີມ.
ພາບ-ຂ່າວ: ລູກນ້ຳເຊ ອິນທະດາລິນ