ພິທີເປີດການແຂ່ງຂັນກິລາປັນຈັກສີລັດ ໃນງານມະຫະກໍາກິລາມະຫາວິທະຍາໄລລາວ ຄັ້ງທີ II ທີ່ມະຫາວິທະຍາໄລແຫ່ງຊາດ ເປັນເຈົ້າພາບ ໄດ້ມີຂຶ້ນໃນວັນທີ 6 ພຶດສະພາ ຜ່ານມາ ທີ່ສະໜາມກິລາໃນຮົ່ມບູຢອງ ວິທະຍາເຂດດົງໂດກ ນະຄອນຫຼວງວຽງຈັນ ຊຶ່ງມີທັງໝົດ 3 ພາກສ່ວນເຂົ້າຮ່ວມຊີງໄຊຫຼຽນຄຳ ປະກອບມີ ມະຫາວິທະຍາໄລແຫ່ງຊາດ ເຈົ້າພາບ (ມຊ), ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ (ວປກ) ແລະ ສະຖາບັນກິລາ-ກາຍະກຳ (ສບກ)
ການແຂ່ງຂັນ ຈະດໍາເນີນເປັນເວລາ 3 ວັນ ລະຫວ່າງວັນທີ 6-8 ພຶດສະພາ 2024 ທີ່ສະໜາມກິລາໃນຮົ່ມບູຢອງ ມີການຊີງໄຊທັງໝົດ 12 ຫຼຽນຄຳ ໃນປະເພດຟ້ອນ ແລະ ປະເພດຕໍ່ສູ້ປ້ອງກັນຕົວ ໃນນີ້ປະເພດຟ້ອນ ຊີງໄຊ 5 ຫຼຽນຄຳ ຄື: ຟ້ອນດ່ຽວຍິງ-ຊາຍ, ຟ້ອນຄູ່ຊາຍ ແລະ ຟ້ອນທີມຍິງ-ຊາຍ. ສ່ວນປະເພດຕໍ່ສູ້ປ້ອງກັນຕົວ ຊີງໄຊ 7 ຫຼຽນຄຳ ຄື: ຮຸ່ນ 48 ກິໂລຍິງ, 50 ກິໂລຍິງ, 55 ກິໂລຍິງ, 50 ກິໂລຊາຍ, 55 ກິໂລຊາຍ, 60 ກິໂລຊາຍ ແລະ 65 ກິໂລຊາຍ. (ຂ່າວ-ພາບ: ລູກນ້ຳເຊ ອິນທະດາລິນ)