ຄະນະນັກກິລາເປຕັງວິທະຍາຄານສັນຕິບານປະຊາຊົນ (ວສປ) ສາມາດຍາດໄດ້ 2 ຫຼຽນຄຳ ໃນງານມະຫະກຳກິລາມະຫາວິທະຍາໄລລາວ ຄັ້ງທີ 2 ໃນວັນທີ 8 ພຶດສະພາ ນີ້ ທີ່ສະໜາມກິລາເປຕັງແຫ່ງຊາດ ວິທະຍາເຂດດົງໂດກ ນະຄອນຫຼວງວຽງຈັນ.
ການແຂ່ງຂັນກິລາເປຕັງ ໃນງານດັ່ງກ່າວ ມີການຊີງໄຊ 9 ຫຼຽນຄໍາ ຫຼ້າສຸດວັນທີ 8 ພຶດສະພາ ນີ້ ເປັນມື້ທໍາອິດຂອງການແຂ່ງຂັນກິລາເປຕັງ ມີການຊີງໄຊ 2 ຫຼຽນຄໍາ ຈາກປະເພດດ່ຽວຊາຍ ແລະ ດ່ຽວຍິງ ຜົນປະກົດວ່າ: ປະເພດດ່ຽວຊາຍ ທ້າວ ເກດສະໜາ ນາມປະກາສິດ ຈາກວິທະຍາຄານສັນຕິບານປະຊາຊົນ (ວສປ) ສາມາດແຊງເອົາຊະນະ ທ້າວ ສຸກ ດາພອນ ຈາກວິທະຍາຄານກອງທັບ 11-6 ຄະແນນ ໄດ້ຫຼຽນຄໍາທໍາອິດໄປຄອງ. ສ່ວນປະເພດດ່ຽວຍິງ ນາງ ຈິນດາວອນ ສີສະຫວັດ ຈາກວິທະຍາຄານສັນຕິບານປະຊາຊົນ (ວສປ) ສາມາດເອົາຊະນະ ນາງ ນ້ອຍ ມິນີທອນ ຈາກສະຖາບັນກິລາ-ກາຍະກໍາ ໄປໄດ້ 11-6 ຄະແນນ ໄດ້ຫຼຽນຄໍາ.
ຂ່າວ-ພາບ: ລູກນ້ຳເຊ ອິນທະດາລິນ