ການແຂ່ງຂັນຄູ່ຊີງຫຼຽນຄຳ ບານສົ່ງໃນຮົ່ມຍິງ-ຊາຍ ງານມະຫະກຳກິລາມະຫາວິທະຍາໄລ ລາວ ຄັ້ງທີ 2  ຈັດຂຶ້ນ ໃນຕອນແລງວັນທີ 12 ພຶດສະພາ ຜ່ານມາ ທີ່ສະໜາມກິລາໃນຮົ່ມອາເນກປະສົງ ມຊ ວິທະຍາເຂດດົງໂດກ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມ ແລະ ມອບຫຼຽນລາງວັນໂດຍທ່ານ ພັນເອກ  ສົມພິນ ພົມມະຈັນ ຮອງຜູ້ອຳນວຍການ ວິທະຍາຄານປ້ອງກັນຊາດໄກສອນພົມວິຫານ ແລະ ທ່ານ ປີໄຊ ສຸວັນນະໄຊ ຮອງປະທານ ແລະ ເລຂາທິການ ສະຫະພັນບານສົ່ງແຫ່ງຊາດລາວ.
ສະຫຼຸບຜົນຂອງການແຂ່ງຂັນກິລາບານສົ່ງໃນຮົ່ມປະເພດຊາຍ.
* ຫຼຽນຄຳ: ວິທະຍາຄານກອງທັບ,ຫຼຽນເງິນ: ວິທະຍາຄານສັນຕິບານປະຊາຊົນ ແລະ ຫຼຽນທອງ ສະຖາບັນລາວ-ອາເມລິກາ. 
* ປະເພດຍິງ:ຫຼຽນຄຳ: ວິທະຍາຄານກອງທັບ,ຫຼຽນເງິນ: ມະຫາວິທະຍາໄລແຫ່ງຊາດ ແລະ ຫຼຽນທອງ: ສະຖາບັນລາວ-ອາເມລິກາ.
ຂ່າວ:ສູນຂ່າວ ກມລ2