ໃນໂອກາດທີ ທ່ານ ຂັນຕີ ສີລະວົງສາ ຮອງເຈົ້າແຂວງເຊກອງ ເຂົ້າຮ່ວມເປັນປະທານໃນງານສະເຫຼີມສະຫຼອງວັນຄູແຫ່ງຊາດ ໃນວັນທີ 6 ຕຸລາ ຜ່ານມາ, ທ່ານໄດ້ຮຽກຮ້ອງມາຍັງທຸກພາກສ່ວນທົ່ວສັງຄົມ ໃຫ້ພ້ອມກັນເອົາໃຈໃສ່ປະຕິບັດໜ້າທີ່ຂອງຕົນຢ່າງເຂັ້ມແຂງ ເພື່ອເປັນການສືບຕໍ່ຍົກສູງຄຸນນະພາບການສຶກສາ, ພັດທະນາຄູ ແລະ ແກ້ໄຂສະພາບບັນຫາໃຫ້ດີຂຶ້ນໃນຕໍ່ໜ້າ ໂດຍສະເພາະ ຄະນະພັກ, ຄະນະພະແນກ ຕ້ອງໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ, ແນວຄິດໃຫ້ແກ່ພະນັກງານໃນຖັນແຖວຄູ-ອາຈານ ທັງພາກລັດ ແລະ ເອກະຊົນ ເພື່ອໃຫ້ກຳແໜ້ນ ແລະ ເຊື່ອມຊຶມແນວທາງນະໂຍບາຍ, ບັນດາມະຕິ, ຄຳສັ່ງ, ກົດໝາຍ ແລະ ລະບຽບການຕ່າງໆຂອງພັກ-ລັດ ວາງອອກໃນແຕ່ລະໄລຍະ.
ພ້ອມທັງເອົາໃຈໃສ່ຜັນຂະຫຍາຍ 2 ວາລະແຫ່ງຊາດ ໃຫ້ເປັນຮູບປະທໍາໃນຂະແໜງການສຶກສາ ແລະ ກິລາ ໃນທົ່ວແຂວງ ໂດຍສະເພາະການແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆໃນຂະແໜງການສຶກສາ ແລະ ກິລາ ເປັນຕົ້ນ: ບັນຫາຢາເສບຕິດໃຫ້ໝົດໄປ ເພື່ອສ້າງສະຖານການສຶກສາໃຫ້ປອດຢາເສບຕິດ ແລະ ເປັນເຈົ້າການໃນການແກ້ໄຂຄວາມຫຍຸ້ງຍາກທາງເສດຖະກິດ-ການເງິນຂອງຕົນເອງ ໃຫ້ດີຂຶ້ນເທື່ອລະກ້າວ; ຜູ້ບໍລິຫານການສຶກສາ ແລະ ກິລາ ທຸກຂັ້ນ ຕ້ອງເຊີດຊູນ້ຳໃຈດຸໝັ່ນ, ຊື່ສັດ, ປະຢັດ, ອົດທົນ ແລະ ມີຈັນຍາບັນ, ຈັນຍາທຳ ຕໍ່ອາຊີບອັນມີກຽດ; ສືບຕໍ່ຜັນຂະຫຍາຍແຜນຍຸດທະສາດໃນການສ້າງຄູ ແຕ່ປີ 2021-2025, ໂດຍກຳນົດແຜນຄວາມຕ້ອງການຄູທັງໝົດ ໃນແຕ່ລະຊັ້ນຮຽນ ແຕ່ລະປີ ໄວ້ຢ່າງຈະແຈ້ງ ໂດຍແຍກໃຫ້ເຫັນຄວາມຕ້ອງການໃນແຕ່ລະຊັ້ນ, ສາຍ ແລະ ລາຍວິຊາ ຂອງແຕ່ລະເຂດອີກດ້ວຍ, ສ້າງເງື່ອນ ໄຂ ເພື່ອຍົກສູງບົດບາດ ການມີສ່ວນຮ່ວມຂອງຄູ, ບຸກຄະລາກອນການສຶກສາ ແລະ ກິລາ ທີ່ເປັນເພດຍິງ ແລະ ຊົນເຜົ່າ ໃນກົງຈັກບໍລິຫານ-ການຄຸ້ມຄອງ ແຕ່ລະຂັ້ນໃຫ້ຫຼາຍຂຶ້ນ; ເອົາໃຈໃສ່ຝຶກອົບຮົມ ແລະ ຍົກລະດັບການກໍ່ສ້າງຄູ ແຕ່ລະຊັ້ນ, ສາຍ ທີ່ຍັງບໍ່ທັນມີຄຸນນະພາບ ໃຫ້ໄດ້ຕາມມາດຕະຖານວິຊາຊີບຄູໃນແຕ່ລະຊັ້ນຮຽນໃຫ້ໄປຕາມແຜນ ແລະ ຄາດໝາຍຂອງຂະແໜງການສຶກສາ ແລະ ກິລາ; ຍົກສູງລະບົບການຕິດຕາມ, ກວດກາ ແລະ ປະເມີນຜົນຄູ ແລະ ບຸກຄະລາກອນການສຶກສາ ແລະ ກິລາ ໃຫ້ເປັນປົກກະຕິ ແລະ ຕໍ່ເນື່ອງ, ເພື່ອປະຕິບັດການຍ້ອງຍໍ ແລະ ຕຳນິສົ່ງຂ່າວ-ຊ່ວຍເຫຼືອກໍ່ສ້າງ.
     ພ້ອມນີ້, ທ່ານຮອງເຈົ້າແຂວງ ຍັງໄດ້ຮຽກຮ້ອງໃຫ້ບຸກຄະລາກອນຄູ  ແລະ ທຸກຄົນໃນສັງຄົມ ຈົ່ງພ້ອມກັນບຸກທະລຸ ໃນການຮັກສາກຽດສັກສີ ແລະ ຄຸນງາມຄວາມດີຂອງບັນພະບູລຸດຄູປະຕິວັດອາວຸໂສທີ່ໄດ້ຝາກໄວ້ ຈົ່ງໄດ້ເພີ່ມທະວີສ້າງຕົນໃຫ້ຄົບອົງປະກອບຂອງຈັນຍາບັນຄູລາວ;  ນອກນີ້ ຍັງໄດ້ຮຽກຮ້ອງໃຫ້ຄູ ມີການຕິດຕາມ ແລະ ປະເມີນຜົນການຮຽນຂອງນັກຮຽນຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ, ຈັດບໍາລຸງ ແລະ ກວດກາຄືນ ສຳລັບຜູ້ທີ່ມີຜົນການຮຽນອ່ອນ; ບໍາລຸງນັກຮຽນເກັ່ງ, ຜູ້ທີ່ມີພອນສະຫວັນ ເພື່ອສົ່ງເສີມໃຫ້ກາຍເປັນນັກຮຽນເກັ່ງຂັ້ນຕ່າງໆ; ສ່ວນລູກຫຼານນັກຮຽນ ກໍຕ້ອງເປັນເຈົ້າການໃນການຝຶກຝົນຫຼໍ່ຫຼອມຕົນເອງ ໃນການຄົ້ນຄວ້າຮໍ່າຮຽນ, ມີຄຸນສົມບັດທີ່ດີ, ເຄົາລົບທ່ານຜູ້ນຳ, ເຄົາລົບພໍ່ແມ່, ຄູ-ອາຈານ ແລະ ຜູ້ຊົງຄຸນນະວຸດຕ່າງໆ, ປະຕິບັດຕາມລະບຽບຂອງໂຮງຮຽນ ແລະ ລະບຽບຂອງບ້ານເມືອງຢ່າງເຂັ້ມງວດ. 
(ຂ່າວ-ພາບ: ເຊກອງ)