ແຂວງສາລະວັນ ຈັດການແຂ່ງຂັນກິລາກັອຟ ຊີງຂັນທ່ານເຈົ້າແຂວງສາລະວັນ  ເນື່ອງໃນໂອກາດເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 29 ປີ (1994-2023 ) ແລະ ວັນສ້າງຕັ້ງທະນາຄານ ແຫ່ງ ສປປ ລາວ ຄົບຮອບ 55 ປີ (1968-2023 ) ຂຶ້ນເມື່ອບໍ່ດົນມານີ້ ທີ່ເດີ່ນກິລາກັອຟ ເຂື່ອນໄຟຟ້າເຊເສັດ ແຂວງສາລະວັນ, ໂດຍມີທ່ານ ດາວົງ ພອນແກ້ວ ເຈົ້າແຂວງສາລະວັນ, ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງສາລະວັນ ປະທານສະມາຄົມກິລາກາຍະກຳແຂວງ, ທ່ານ ຄຳຜ່ານ ສີດາວີ ຫົວໜ້າພະແນກອຸດສາຫະກຳການຄ້າແຂວງ ປະທານສະຫະພັນກິລາກັອຟ ແຂວງສາລະວັນ ແລະ ນັກກິລາເຂົ້າຮ່ວມ.
   ການແຂ່ງຂັນກິລາກັອຟຄັ້ງນີ້ ມີຜູ້ເຂົ້າຮ່ວມແຂ່ງຂັນທັງໝົດ 56 ຄົນ ຊຶ່ງແບ່ງອອກເປັນ 4 ສາຍ ຄື: ສາຍ VIP, ສາຍ A, ສາຍ B ແລະ ສາຍ C, ໂດຍໃຊ້ການແຂ່ງຂັນທັງໜົດ 18 ຂຸມ.
  ຜ່ານການແຂ່ງຂັນປະກົດວ່າສາຍ VIP: ທີ 1 ໂດຍ ທ່ານ ສີສຸວັນ ວົງຈອມສີ, ທີ 2 ທ່ານ ສົມໃຈ ອຸ່ນຈິດ, ທີ 3 ທ່ານ ອະລຸນສະຫວັດ, ສາຍ A ທີ 1 ທ່ານ ບຸນມີ ສີລາມາດ, ທີ 2 ທ່ານ ຫຼ້າ ພົມມະຈັນ, ທີ 3 ທ່ານ ດາຊີ ດ້ວງປັນຍາ, ສາຍ B ທີ 1 ທ່ານ ຂັນທະລັກ ໂພໄຊ, ທີ 2 ທ່ານ ສັງວານ, ທີ 3 ທ່ານ ສັກດາ ແກ້ວດວງສີ, ສາຍ C ທີ 1 ທ່ານ ພູທອນ ຫອມສົມບັດ, ທີ 2 ທ່ານ ບົວແພງເພັດ ໂພໄຊ, ທີ 3  ທ່ານ ຖາວອນ.
ໃຫ້ກຽດມອບຂັນລາງວັນທີ 1, ທີ 2 ແລະ ທີ 3 ສາຍ VIP, ສາຍ A, B ໂດຍ ທ່ານ  ດາວົງ ພອນແກ້ວ ແລະ ມອບຂັນລາງວັນທີ 1, ທີ 2  ແລະ ທີ 3 ສາຍ C ໂດຍທ່ານ ສົມໃຈ ອຸ່ນຈິດ. ທັງນີ້ ເພື່ອເປັນການສ້າງຄວາມເຂັ້ມແຂງຂອງນັກກິລາກັອຟ, ຕື່ມອີກ.
ຂ່າວ-ພາບ: ໂສພາ ສໍພະໄຊ