ເພື່ອເປັນການສະຫຼຸບວຽກງານ ການຮຽນ-ການສອນ  ຕິດພັນກັບການສະເຫຼີມສະ ຫຼອງວັນຄູແຫ່ງຊາດ (7 ຕຸລາ) ໃຫ້ມີບັນຍາກາດຟົດຟື້ນ, ເມື່ອບໍ່ຜ່ານມານີ້ ໂຮງຮຽນສາມັນກິນນອນຊົນເຜົ່າ ແຂວງອຸດົມໄຊ ໄດ້ຈັດກິດຈະກຳສະເຫຼີມສະຫຼອງວັນຄູແຫ່ງຊາດຂຶ້ນທີ່ໂຮງຮຽນດັ່ງກ່າວ ໂດຍມີ ທ່ານ ວາລີ ຈືນໍເຢັງ ເຈົ້າເມືອງໆໄຊ, ທ່ານ ສົມຈັນ ພົນທະສິດ ອຳນວຍການໂຮງຮຽນ ພ້ອມດ້ວຍແຂກເຊີນ, ຄູ-ອາຈານ ແລະ ນັກຮຽນ ເຂົ້າຮ່ວມ.
  ໃນພິທີໄດ້ມີການຫວນຄືນປະຫວັດມູນເຊື້ອຂອງນາຍຄູຄຳ, ສະຫຼຸບຜົນສຳເລັດການຮຽນ-ການສອນ ສົກຮຽນຜ່ານມາ ແລະ ຄາດໝາຍສູ້ຊົນ ສົກຮຽນໃໝ່ ຊຶ່ງຕະຫຼອດໄລຍະສົກຮຽນຜ່ານມາວຽກງານການຮຽນ-ການສອນ ພາຍໃນໂຮງຮຽນແມ່ນມີຫຼາຍດ້ານທີ່ພົ້ນເດັ່ນ ໂດຍສະເພາະແມ່ນວຽກງານຕ້ານ ແລະ ສະກັດກັ້ນຢາເສບຕິດ, ສາມາດຮັກສາມູນເຊື້ອ ໂຮງຮຽນປອດຢາເສບຕິດ 10 ສົກຮຽນຕິດຕໍ່ກັນ, ກາຍເປັນໂຮງຮຽນຕົວແບບທາງດ້ານພະລະສຶກສາ-ສີລະປະສຶກສາ ໂດຍມີພິທີມອບໃບຢັ້ງຢືນຢ່າງສົມກຽດ. ພ້ອມນີ້, ຍັງມີ ກົມກອງ ແລະ ຄູ-ອາຈານ ໄດ້ມີຜົນງານດີເດັ່ນ ຮັບການຍ້ອງຍໍຈາກຂັ້ນເທິງ. 
ໃນພິທີຄະນະປະທານ ແລະ ແຂກເຊີນ ຍັງໄດ້ພ້ອມກັນເປີດປ້າຍໂຮງຮຽນຕົວແບບທາງດ້ານພະລະສຶກສາ-ສີລະປະສຶກສາ ແລະ ປ້າຍໂຮງຮຽນປອດຢາເສບຕິດ 10 ສົກຮຽນ ຕິດຕໍ່ກັນ ພ້ອມທັງຮັບຊົມການສະແດງສີລະປະວັນນະຄະດີຂອງນັກຮຽນຕື່ມອີກ.
ຂ່າວ-ພາບ: ແສງອາທິດ