ໂດຍ: ວັນໄຊ ຕະວິນຍານ
  ເພື່ອສືບຕໍ່ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມໃນ 5 ປີຄັ້ງທີ IX (2021-2025) ຂອງແຂວງຊຽງຂວາງໃຫ້ສໍາເລັດຜົນ ແຕ່ນີ້ ໄປຮອດ ທ້າຍປີ 2025. ແຂວງຈະສູ້ຊົນປະຕິບັດຄາດໝາຍຕົວຊີ້ວັດດ້ານການສຶກສາ ແລະ ສາທາລະນະສຸກ ເປົ້າໝາຍແມ່ນເລັ່ງໃສ່ຍົກລະດັບວິຊາສະເພາະຂອງພະນັກງານ, ຄູສອນ ແລະ ລະດັບທິດສະດີຂອງຜູ້ບໍລິຫານການສຶກສາໃຫ້ສູງຂຶ້ນຢ່າງຕໍ່ເນື່ອງ, ຂະຫຍາຍໂຮງຮຽນໃນເຂດທີ່ມີເງື່ອນໄຂຫຍຸ້ງຍາກ ພ້ອມດຽວກັນນັ້ນກໍສູ້ຊົນໃຫ້ບັນລຸຄາດໝາຍຕ່າງໆດ້ານການສຶກສາດັ່ງນີ້: ອັດຕານັກຮຽນເຂົ້າຮຽນໃໝ່ສຸດທິ ປ.1 ໃຫ້ໄດ້ 99,7%, ອັດຕາເຂົ້າຮຽນຂອງເດັກເກນ ອາຍຸ 5 ປີ ໃນຊັ້ນການສຶກສາກ່ອນໄວຮຽນໃຫ້ໄດ້ 91,5%, ອັດຕາເຂົ້າຮຽນໃໝ່ລວມ ປ.5 ໃຫ້ໄດ້ 102,9% ອັດຕາປະລະການຮຽນຂອງນັກຮຽນ ປ.1 ໃຫ້ຫຼຸດລົງຍັງເຫຼືອ 3,1%, ອັດຕາຈົບຊັ້ນປະຖົມສຶກສາ (ອັດຕາເລື່ອນຊັ້ນ-ຈົບຊັ້ນປະຖົມ) ໃຫ້ໄດ້ 93,6%, ອັດຕາເລື່ອນຊັ້ນຈາກ ປ.5 ຫາ ມ.1 ໃຫ້ໄດ້ 97%,  ອັດຕາປະລະການຮຽນຊັ້ນປະຖົມສຶກສາໃຫ້ຫຼຸດລົງຍັງເຫຼືອ 0,6%, ອັດຕາເຂົ້າຮຽນໃໝ່ລວມຊັ້ນ               ມ.4 ຊັ້ນມັດທະຍົມສຶກສາຕອນຕົ້ນ ໃຫ້ໄດ້ 96,9%, ອັດຕາປະລະຊັ້ນມັດທະຍົມສຶກສາຕອນຕົ້ນ ໃຫ້ຫຼຸດລົງຍັງເຫຼືອ 5,1%, ປະຊາກອນໜຸ່ມຜູ້ປະລະການຮຽນ ແລະ ຜູ້ພາດໂອກາດຮຽນໃຫ້ໄດ້ບໍາລຸງຜ່ານການສຶກສານອກໂຮງຮຽນ ແລະ ອົບຮົມວິຊາຊີບປະຕິບັດໃຫ້ໄດ້ 5.000 ຄົນ, ການຈັດສັນຄູຈາກບ່ອນທີ່ມີຄູເຫຼືອໄປໃສ່ບ່ອນທີ່ຄູບໍ່ພໍໃນທຸກຊັ້ນການສຶກສາສາຍສາມັນ ໃຫ້ໄດ້ 85%, ຮັບນັກຮຽນທີ່ຈົບຊັ້ນມັດທະຍົມຕອນຕົ້ນ, ຕອນປາຍ ເຂົ້າຮຽນຕໍ່ໃນສາຍອາຊີວະສຶກສາໃຫ້ບັນລຸ 1.580 ຄົນ, ສົ່ງເສີມໃຫ້ນັກສຶກສາທີ່ເຂົ້າຮຽນໂຮງຮຽນວິຊາຊີບພາຍໃນແຂວງໃຫ້ເຂົ້າຮຽນໃນສາຍກະສິກໍາໃຫ້ມີຈໍານວນເພີ່ມຂຶ້ນດ້ວຍການລົງແນະແນວວິຊາຊີບໃນໂຮງຮຽນມັດທະຍົມເພື່ອປູກຈິດສໍານຶກໃຫ້ນັກຮຽນໃນການເຂົ້າຮຽນວິຊາຊີບສາຍກະສິກໍາໃຫ້ບັນລຸໄດ້ເມືອງລະ 2 ຄັ້ງ, ສົ່ງເສີມມວນຊົນທຸກເພດ, ທຸກໄວ ເຂົ້າຮ່ວມການຫັດກາຍຍະບໍລິຫານ, ການອອກກໍາລັງກາຍ ແລະ ການຫຼິ້ນກິລາເພື່ອສຸຂະພາບ, ເຂົ້າຮ່ວມການສ້າງຂະບວນການເຄື່ອນໄຫວຈັດກິດຈະກໍາການແຂ່ງຂັນກິລາປະຈໍາປີ, ກິລາວັນບຸນປະເພນີ ແລະ ກິລາວັນບຸນສໍາຄັນ ຕ່າງໆຂອງຊາດ ແລະ ສາກົນ ໃຫ້ໄດ້ 45%. 
   ແຂວງຈະສຸມໃສ່ຈັດຕັ້ງປະຕິບັດເປົ້າໜາຍການພັດທະນາແບບຍືນຍົງ SDGs ທີ່ຮັບຮອງໃຫ້ບັນລຸຕາມແຜນດ້ານສາທາລະນະສຸກຄື: ຫຼຸດຜ່ອນອັດຕາການຕາຍຂອງເດັກຕໍ່າກວ່າ 1 ປີ ບໍ່ໃຫ້ເກີນ 19/1000 ຄົນ,  ຫຼຸດຜ່ອນອັດຕາການຕາຍຂອງເດັກຕໍ່າກວ່າ 5 ປີ ບໍ່ໃຫ້ເກີນ 25/1000 ຄົນ, ຫຼຸດຜ່ອນອັດຕາເດັກນ້ອຍ ລຸ່ມ 5 ປີ ທີ່ມີນໍ້າໜັກຕໍ່າກ່ວາມາດຕະຖານບໍ່ໃຫ້ເກີນ 15,8%, ຫຼຸດຜ່ອນອັດຕາເດັກນ້ອຍລຸ່ມ 5 ປີທີ່ມີລວງສູງຕໍ່າກວ່າ ມາດຕະຖານບໍ່ໃຫ້ເກີນ 26,6%, ຫຼຸດຜ່ອນອັດຕາການຕາຍຂອງແມ່ບໍ່ໃຫ້ເກີນ 116/100.000 ຄົນ, ອັດຕາການຊົມໃຊ້ ວິດຖ່າຍໃນຄົວເຮືອນໃຫ້ໄດ້ 100%, ອັດຕາການປົກຄຸມປະກັນສຸຂະພາບໃຫ້ໄດ້ 95%, ອັດຕາການຮັບຮອງບ້ານສາທາລະນະສຸກແບບຢ່າງໃຫ້ໄດ້ 85%, ອັດຕາການເກີດລູກມີແພດຊ່ວຍໃຫ້ໄດ້ 85%, ອັດຕາການຊັກວັກຊິນກັນພະຍາດໃຫ້ເດັກໃຫ້ໄດ້ 95%, ອັດຕາຊົມໃຊ້ນໍ້າສະອາດໃຫ້ໄດ້ 95%, ສູ້ຊົນເຮັດໃຫ້ປະຊາຊົນມີອາຍຸຍືນສະເລ່ຍ 71 ປີ.