ໂດຍ: ວັນໄຊ ຕະວິນຍານ
ໃນໄລຍະ 2 ປີເຄິ່ງຜ່ານມາ,ແຂວງຊຽງຊວາງວາງຄາດໝາຍ ພັດທະນາພື້ນຖານໂຄງລ່າງດ້ານການສຶກສາປະຕິບັດບັນດາຄາດຫມາຍ (SGDs) ຈໍານວນ 15 ຕົວຊີ້ວັດ, ສາມາດບັນລຸຄາດໝາຍໄດ້ 5 ຕົວຊີ້ວັດ, ຍັງບໍ່ບັນລຸ 10 ຕົວຊີ້ວັດ, ລາຍລະອຽດມີດັ່ງນີ້: ອັດຕາເຂົ້າຮຽນຂອງເດັກເກນອາຍຸ 5 ປີ ໃນຊັ້ນການສຶກສາກ່ອນໄວຮຽນເພີ່ມຂຶ້ນຈາກ 83,50% ໃນປີ 2020 ມາເປັນ 84,10 % ໃນປັດຈຸບັນ, ທຽບໃສ່ແຜນ 5 ປີ (91,5%) ຍັງບໍ່ທັນບັນລຸ 7,40%, ທຽບໃສ່ຄາດໝາຍ ແຫ່ງຊາດກໍານົດ 86% ຍັງບໍ່ບັນລຸ 1,9%. ອັດຕານັກຮຽນເຂົ້າຮຽນໃໝ່ສຸດທິ ປ.1 ບັນລຸໄດ້ 99%, ທຽບໃສ່ແຜນ 5 ປີ (99,7%) ຍັງບໍ່ບັນລຸ 0,7%, ທຽບໃສ່ຄາດຫມາຍແຫ່ງຊາດກໍານົດ 98% ປະຕິບັດໄດ້ ລື່ນ 1%.  ອັດຕາເຂົ້າຮຽນໃໝ່ລວມ ປ.5 ບັນລຸໄດ້ 97,8%, ທຽບໃສ່ແຜນ 5 ປີ (102,90 %) ຍັງບໍ່ທັນບັນລຸ 5,10%, ທຽບໃສ່ຄາດໝາຍແຫ່ງຊາດກໍານົດ 99% ຍັງບໍ່ບັນລຸ 1,2%.ອັດຕາປະລະການຮຽນ ຂອງນັກຮຽນ ປ.1 ເພີ່ມຂຶ້ນຈາກ 4,1% ໃນປີ 2020 ມາເປັນ 6,9% ໃສ່ແຜນ 5 ປີ (3,1) ບໍ່ທັນບັນລຸ 3,80%, ທຽບໃສ່ຄາດໝາຍແຫ່ງຊາດກໍານົດ 4% ຍັງບໍ່ບັນລຸ 2,9%. ອັດຕາຈົບຊັ້ນປະຖົມສຶກສາ (ອັດຕາເລື່ອນຂັ້ນ-ຈົບຊັ້ນປະຖົມ) ເພີ່ມຂຶ້ນຈາກ 90,10% ໃນປີ 2020 ມາເປັນ 93,6% ໃນປັດຈຸບັນ,ທຽບໃສ່ຄາດ
ໝາຍແຫ່ງຊາດກໍານົດ 95% ຍັງບໍ່ບັນລຸ 1,40% ອັດຕາເລື່ອນຊັ້ນຈາກ ປ.5 ຫາ ມ.1 ຫຼຸດລົງຈາກ 94,5% ໃນປີ 2020 ມາເປັນ 92,6%, ທຽບໃສ່ແຜນ 5 ປີ (97%) ຍັງບໍ່ທັນບັນລຸ 4,40%, ທຽບໃສ່ຄາດໝາຍແຫ່ງຊາດກໍານົດ 90% ປະຕິບັດໄດ້ລື່ນຄາດໝາຍ2,6%. ດັດຊະນີຄວາມສະເໝີພາບ ຍິງ-ຊາຍ ຂອງອັດຕາການເລື່ອນຂັ້ນ-ຈົບຊັ້ນ ປ.5 ຫາ ມ.1 ເທົ່າກັບ 1 ບັນລຸ 0,98, ທຽບໃສ່ຄາດໝາຍແຫ່ງຊາດກໍານົດ 0.97-1,03 ບັນລຸແລ້ວ. ອັດຕາປະລະການຮຽນ ຊັ້ນປະຖົມສຶກສາ ປະຕິບັດໄດ້ 3,6% ທຽບໃສ່ແຜນ 5 ປີ (0,6%) ຍັງບໍ່ບັນລຸ 3%, ທຽບໃສ່ຄາດໝາຍແຫ່ງຊາດກໍານົດ 2% ຍັງບໍ່ບັນລຸ 1,6%.  ອັດຕາເຂົ້າຮຽນໃໝ່ລວມ ຊັ້ນ ມ.4 ຊັ້ນມັດທະຍົມສຶກສາຕອນຕົ້ນ ຫຼຸດລົງຈາກ 94,10% ມາເປັນ 72,60% ທຽບໃສ່ແຜນ 5 ປີ (96,9%) ຍັງບໍ່ບັນລຸ 24,3%, ທຽບໃສ່ຄາດໝາຍແຫ່ງຊາດກໍານົດ 74% ຍັງບໍ່ບັນລຸ 1,4%. ອັດຕາປະລະຊັ້ນມັດທະຍົມສຶກສາຕອນຕົ້ນປະຕິບັດໄດ້ 9,5% ທຽບໃສ່ແຜນ 5 ປີ (5,1%) ຍັງບໍ່ບັນລຸ 4,40%, ທຽບໃສ່ຄາດໝາຍແຫ່ງຊາດກໍານົດ 8% ຍັງບໍ່ບັນລຸ 1,6%,  ປະຊາກອນໜຸ່ມ ຜູ້ປະລະການຮຽນ ແລະ ຜູ້ພາດໂອກາດຮຽນໃຫ້ໄດ້ບໍາລຸງຜ່ານການສຶກສານອກໂຮງຮຽນ ແລະ ອົບ ຮົມວິຊາຊີບປະຕິບັດໄດ້ 2.177 ຄົນ, ທຽບໃສ່ຄາດໝາຍແຫ່ງຊາດກໍານົດ 150.000 ຄົນ ປະຕິບັດໄດ້ຫຼຸດຄາດໝາຍ 147.823 ຄົນ. ການຈັດສັນຄູຈາກບ່ອນທີ່ມີຄູເຫຼືອໄປໃສ່ບ່ອນທີ່ຄຸບໍ່ພໍໃນທຸກຊັ້ນການສຶກສາສາຍສາມັນ ບັນລຸໄດ້ 70% (ຄາດ ໝາຍ 85%) ຫຼຸດຄາດຫມາຍ 15%.  ຮັບນັກຮຽນທີ່ຈົບຊັ້ນມັດທະຍົມຕອນຕົ້ນ, ຕອນປາຍ ເຂົ້າຮຽນຕໍ່ໃນສາຍອາຊີວະສຶກສາ ບັນລຸໄດ້ 736 ຄົນ ທຽບໃສ່ແຜນ 5 ປີ (790 ຄົນ) ຫຼຸດຄາດໝາຍ 54 ຄົນ.  ສົ່ງເສີມໃຫ້ນັກສຶກສາທີ່ເຂົ້າຮຽນໂຮງຮຽນວິຊາຊີບພາຍໃນແຂວງໃຫ້ເຂົ້າຮຽນໃນສາຍກະສິກໍາມີຈໍານວນເພີ່ມຂຶ້ນ ດ້ວຍການລົງແນະແນວວີຊາຊີບໃນໂຮງຮຽນມັດທະຍົມ ເພື່ອປູກຈິດສໍານຶກໃຫ້ນັກຮຽນໃນການເຂົ້າຮຽນວິຊາຊີບ ສາຍກະສິກໍາໃຫ້ບັນລຸໄດ້ເມືອງລະ 1 ຄັ້ງ, ປະຕິບັດໄດ້ 2 ຄັ້ງ. ສົ່ງເສີມມວນຊົນທຸກເພດ, ທຸກໄວ ເຂົ້າຮ່ວມການຫັດກາຍຍະບໍລິຫານ, ການອອກກໍາລັງກາຍ ແລະ ການຫຼິ້ນກິລາ ເພື່ອສຸຂະພາບ, ເຂົ້າຮ່ວມການສ້າງຂະບວນການເຄື່ອນໄຫວຈັດກິດຈະກໍາການແຂ່ງຂັນກິລາປະຈໍາປີ, ກິລາວັນບຸນປະ ເພນີ ແລະ ກິລາວັນບຸນສໍາຄັນຕ່າງໆຂອງຊາດ ແລະ ສາກົນປະຕິບັດໄດ້ 42%, ທຽບໃສ່ຄາດໝາຍແຫ່ງຊາດກໍານົດ 50% ຍັງບໍ່ບັນລຸ 8%. ພັດທະນາພື້ນຖານໂຄງລ່າງດ້ານການສຶກສາ ຍັງບໍ່ບັນລຸ 10 ຕົວ ຊີ້ ວັດ.