ໃນວັນທີ 29 ກໍລະກົດ 2024 ຢູ່ທີ່ສະໂມສອນຫ້ອງວ່າການປົກຄອງແຂວງໄດ້ຈັດກອງປະຊຸມຜູ້ບໍລິຫານການສຶກສາ ແລະກິລາ ປະຈຳສົກຮຽນ 2023-2024 ແລະວາງທິດທາງແຜນກພັດທະນາການສຶກສາ ແລະກິລາ ປະຈຳສົກຮຽນ 2024- 2025, ພາຍໃຕ້ການເປັນປະທານຂອງທ່ານ ບຸນໂຈມ ອຸບົນປະເສີດ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ, ມີທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງ ທັງເປັນຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ, ມີບັນດາທ່ານການນຳຂັ້ນແຂວງ, ຫົວໜ້າພະແນກສຶກສາທິການ ແລະກິລາແຂວງ, ທ່ານເຈົ້າເມືອງໃນ 14 ເມືອງ 1 ນະຄອນ ແລະ ຜູ້ບໍລິຫານການສຶກສາທົ່ວແຂວງເຂົ້າຮ່ວມ.
ທ່ານ ສຸກສົມພອນ ອະໂນໄທ ຫົວໜ້າພະແນກສຶກສາທິການ ແລະກິລາແຂວງ ໄດ້ຜ່ານບົດລາຍງານຜູ້ບໍລິຫານການສຶກສາ, ທົ່ວແຂວງມີໂຮງຮຽນທັງໝົດ 1.952 ແຫ່ງ, ມີພະນັກງານ-ລັດຖະກອນ 7.525 ຄົນ, ຍິງ 4.704 ຄົນ, ໃນນັ້ນມີຄູອາສາ 1.227 ຄົນ, ຍິງ 879 ຄົນ, ມີໂຮງຝາກເດັກ ແລະຊັ້ນອະນຸບານ 485 ແຫ່ງ, ມີ 1.000 ຫ້ອງ, ຄູສອນ 827 ຄົນ, ຊັ້ນປະຖົມສຶກສາມີ 1.235 ແຫ່ງ, ມີ 2.279 ຫ້ອງ, ຄູສອນ 3.715 ຄົນ, ມັດທະຍົມຕົ້ນ ແລະປາຍມີ 232 ແຫ່ງ, ໃນນີ້ມີມັດທະຍົມສົມບູນ 102 ແຫ່ງ, ມັດທະຍົມຕົ້ນ 127 ແຫ່ງ, ມັດທະຍົມປາຍ 3 ແຫ່ງ, ມີຄູສອນ 2.707 ຄົນ, ປະຕິບັດຄາດໝາຍການສຶກສາ ແລະກິລາ ທີ່ມີຄວາມຄືບໜ້າດີ 7 ຄາດໝາຍຄື: ອັດຕານັກຮຽນເຂົ້າໃໝ່ ປ 1 ທຽບໃສ່ເດັກ 6 ປີ ບັນລຸໄດ້ 99.5% ເທົ່າກັບ 9.717 ຄົນ, ດັດສະນີຄວາມສະເໝີພາບຍິງ-ຊາຍ ອັດຕາເລື່ອນຊັ້ນ ປ 5-ມ 1 ປະຕິບັດໄດ້ 1.0, ປະຊາກອນໜຸ່ມ ແລະຜູ້ປະລະການຮຽນໄດ້ ບຳລຸງຜ່ານການສຶກສານອກໂຮງຮຽນປະຕິບັດໄດ້ 5.289 ຄົນ ແລະຝຶກອົບຮົມວິຊາຊີບ 209 ຄົນ, ລື່ນແຜນການປີ 1.461 ຄົນ, ຝຶກອົບຮົມວິຊາຊີບ 134 ຄົນ, ຄູຊັ້ນປະຖົມ ແລະມັດທະຍົມສຶກສາໄດ້ຮັບການຝຶກອົບຮົມປະຕິບັດໄດ້ 25.02% ເທົ່າກັບ 1.071 ຄົນ, ນັກຮຽນທີ່ຈົບຊັ້ນມັດທະຍົມຕອນຕົ້ນໄດ້ເຂົ້າຮຽນຕໍ່ສາຍອະຊີວະສຶກສາ ແລະອົບຮົມວິຊາຊີບປະຕິບັດໄດ້ 9.55% ເທົ່າກັບ 716 ຄົນ, ລື່ນແຜນການປີ 0.2%, ສົ່ງເສີມໃຫ້ມວນຊົນທຸກເພດທຸກໄວໄດ້ເຂົ້າຮ່ວມຫັດກາຍະບໍລິຫານ, ການອອກກໍາລັງການ ແລະການຫຼິ້ນກິລາ ປະຕິບັດໄດ້ 42.15%, ເທົ່າກັບ 456.001 ຄົນ, ຊຸກຍູ້ ແລະສົ່ງເສີມວິທະຍາສາດປະຕິບັດໄດ້ 2 ຫົວຂໍ້ຄື:ປະເມີນລະດັບຄ່ານິຍົມຂອງນັກຮຽນ ມ 4 ແລະ ມ 7 ແລະ ສະພາບບັນຫາການປະລະການຮຽນຂອງນັກຮຽນເຂດພູດອຍ. ຜົນສຳເລັດໂດຍລວມປະຈຳສົກຮຽນ 2023-2024 ສຳເລັດການສອບເສັງເລື່ອນຂັ້ນ ແລະຈົບຊັ້ນປະຖົມສຶກສາທົ່ວແຂວງສອບຜ່ານຈົບຊັ້ນ ປ 5 ຈຳນວນ 15.116 ຄົນ, ຍິງ 7.750 ຄົນ, ສອບຫຼຸດຄາດໝາຍມີ 6 ຄົນ, ຍິງ 2 ຄົນ, ຊັ້ນມັດທະຍົມຕອນຕົ້ນ ສອບຜ່ານ 6.427 ຄົນ, ຍິງ 3.312 ຄົນ, ສອບຫຼຸດຄາດໝາຍ 9 ຄົນ, ຍິງ 6 ຄົນ, ມັດທະຍົມຕອນປາຍ ສອບໄດ້ທັງໝົດ 3.844 ຄົນ, ຍິງ 2.000 ຄົນ, ເທົ່າກັບ 99,41%, ສອບຫລຼຸດຄາດໝາຍມີ 23 ຄົນ, ຍິງ 7 ຄົນ ແລະນັກຮຽນເກັ່ງຮອບດ້ານຄະແນນສອບເສັງທຸກໆວິຊາໜ້ອຍກວ່າຫຼືເທົ່າກັບ 7 ມີທັງໝົດ 856 ຄົນ, ຍິງ 588 ຄົນ, ໄດ້ປະກາສະນີຍະບັດແດງຄະແນນສະເລ່ຍທຸກໆວິຊາ ໜ້ອຍກວ່າຫຼືເທົ່າກັບ 9 ມີ 2 ຄົນ, ຜົນການສອບເສັງນັກຮຽນເກັ່ງລະດັບຊາດທີ 2 ມີ 3 ຄົນ, ລະດັບທີ 3 ມີ 1 ຄົນ, ການສຶກສານອກໂຮງຮຽນ ວຽກລຶບລ້າງຄວາມບໍ່ຮູ້ໜັງສື ແລະບຳລຸງຊັ້ນປະຖົມແກ່ປະຊາຊົນສົກປີ 2023-2024 ໄດ້ຈັດຕັ້ງການຮຽນ-ການສອນຊັ້ນປະຖົມລະດັບ 1 ມີທັງໝົດ 921 ຄົນ, ຍິງ 323 ຄົ, ສອບເສັງໄດ້ 910 ຄົນ, ຍິງ 319 ຄົນ, ເທົ່າກັບ 98.80%, ສະໜອງອາຫານທ່ຽງໃຫ້ໂຮງຮຽນປະຖົມໃນ 8 ເມືອງລວມ 420 ໂຮງຮຽນ, ສ້າງໂຮງຮຽນປະຖົມໄດ້ 5 ຫຼັງ, ສ້າງຫ້ອງຮຽນກຸ່ມພັດທະນາຊຸມຊົນ 15 ຫຼັງຂອງໂຄງການ ຈີພີອີ 3 ແລະສຳເລັດການເຝີກອົບຮົມການເລີກຈ່າຍ-ຕິດຕາມເງິນໂຄງການອາຫານທ່ຽງທັງພາກລັດ ແລະເອກະຊົນ. (ຂ່າວ:ສະຫວັນນະເຂດ)