ເພື່ອເຮັດໃຫ້ມະຕິກອງປະຊຸມສະພາແຫ່ງຊາດໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທຳ,ສອດຄ່ອງກັບແຜນພັດທະນາການສຶກສາຂອງທ້ອງຖິ່ນ. ພະແນກສຶກສາທິການ ແລະ ກິລາແຂວງຊຽງຂວາງຈະສູ້ຊົນປະຕິບັດຕົວຊີ້ບອກຂອງວຽກງານການສຶກສາພາຍໃນແຂວງຈໍານວນ 15 ຄາດໝາຍຊຶ່ງໃນໄລຍະ 6 ເດືອນທ້າຍເດືອນປີ 2024 ນີ້,ແຂວງຈະສູ້ຊົນເຮັດໃຫ້ອັດຕາເຂົ້າຮຽນຂອງເດັກ 5 ປີໃນຊັ້ນການສຶກສາກ່ອນໄວຮຽນສະເລ່ຍໃນທົ່ວແຂວງບໍ່ໃຫ້ຫຼຸດ 84.5%; ອັດຕານັກຮຽນເຂົ້າຮຽນໃໝ່ ປ.1 ບໍ່ໃຫ້ຫຼຸດ 99,83%; ອັດຕາເຂົ້າຮຽນໃໝ່ລວມ ປ.5 ບໍ່ໃຫ້ເກີນ 102%;ອັດຕາປະລະການຮຽນຂອງນັກຮຽນ ປ.1 ບໍ່ໃຫ້ເກີນ 4%; ອັດຕາຈົບຊັ້ນປະຖົມ (ອັດຕາເລື່ອນຂັ້ນ-ຈົບຊັ້ນປະຖົມ) ບໍ່ໃຫ້ຫຼຸດ 96,20%; ການເລື່ອນຊັ້ນ ປ.5 ຂຶ້ນ ມ.1 (ທຽບໃສ່ນັກຮຽນຕົ້ນປີ ປ.5) ບໍ່ໃຫ້ຫຼຸດ 92,60%;ດັດຊະນີຄວາມສະເໝີພາບຍິງ-ຊາຍອັດຕາການເລື່ອນຊັ້ນປ.5 ຫາ ມ.1 ໃຫ້ບັນລຸ 1; ອັດຕາປະລະຂອງນັກຮຽນຊັ້ນປະຖົມບໍ່ໃຫ້ເກີນ 1.8%; ອັດຕາເຂົ້າຮຽນໃໝ່ລວມ ມ.4 ໃຫ້ບັນລຸ 78,02%; ອັດຕາປະລະການຮຽນຂອງນັກຮຽນຊັ້ນມັດທະຍົມຕອນຕົ້ນບໍ່ໃຫ້ເກີນ 8,63%;ປະຊາກອນໜຸ່ມ ແລະ ຜູ້ປະລະການຮຽນໃຫ້ໄດ້ບໍາລຸງຜ່ານການສຶກສານອກໂຮງຮຽນ ແລະ ຝຶກອົບຮົມວິຊາຊີບໃຫ້ໄດ້ 2.500 ຄົນ;ການຈັດສັນຄູຈາກບ່ອນທີ່ມີຄູເຫຼືອໄປໃສ່ບ່ອນທີ່ຄູບໍ່ພໍໃນທຸກຊັ້ນການສຶກສາສາຍສາມັນໃຫ້ບັນລຸໄດ້ 75 ຄົນ;ຮັບນັກຮຽນທີ່ຈົບຊັ້ນມັດທະຍົມຕອນຕົ້ນ, ຕອນປາຍເຂົ້າຮຽນຕໍ່ໃນສາຍອາຊີວະສຶກສາ ແລະ ຝຶກອົບຮົມວິຊາຊີບໄລຍະສັ້ນໃຫ້ບັນລຸໄດ້ 620 ຄົນ;ສົ່ງເສີມໃຫ້ນັກສຶກສາທີ່ເຂົ້າຮຽນໂຮງຮຽນວິຊາຊີບພາຍໃນແຂວງ ໃຫ້ເຂົ້າຮຽນໃນສາຍກະສິກຳມີຈຳນວນເພີ່ມຂຶ້ນ ດ້ວຍການລົງແນະແນວວີຊາຊີບໃນໂຮງຮຽນມັດທະຍົມເພື່ອປູກຈິດສຳນຶກໃຫ້ນັກຮຽນໃນການເຂົ້າຮຽນວິຊາຊີບສາຍກະສິກຳໃຫ້ບັນລຸໄດ້ເມືອງລະ 1 ຄັ້ງໃຫ້ໄດ້ 7 ຄັ້ງ.
ສໍາລັບວຽກກິລາ ແຂວງຈະສືບຕໍ່ສົ່ງເສີມມວນຊົນທຸກເພດ, ທຸກໄວເຂົ້າຮ່ວມການຫັດກາຍຍະບໍລິຫານ, ການອອກກຳລັງກາຍ ແລະ ການຫຼິ້ນກິລາເພື່ອສຸຂະພາບ, ເຂົ້າຮ່ວມການສ້າງຂະບວນການເຄື່ອນໄຫວຈັດກິດຈະກຳການແຂ່ງຂັນກິລາປະຈຳປີ, ກິລາວັນບຸນປະເພນີ ແລະ ກິລາວັນບຸນສຳຄັນຕ່າງໆຂອງຊາດ ແລະ ສາກົນໃຫ້ບັນລຸ 46%.
ຂ່າວ: ວັນໄຊ ຕະວິນຍານ