ສະໂມສອນ ເທຄວັນໂດ ລ້ານຊ້າງ ດີກຣີ ຍາດໄດ້ທີ 1 ລາຍການແຂ່ງຂັນກິລາເທຄວັນໂດ ຊີງຂັນເອກອັກຄະລັດຖະທູດ ສ ເກົາຫຼີ ປະຈຳ ສປປ ລາວ 6 ສະໄໝ ຕິດຕໍ່ກັນ ແລະ  ຫຼ້າສຸດກໍສາມາດຍາດໄດ້ທີ 1 ໃນລາຍການແຂ່ງຂັນ ເທຄວັນໂດ ລາວຟອດ ຊີຕີ ຊີງຂັນລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ຄັ້ງທີ I ປະຈຳປີ 2023  ໄປຄອງຢ່າງຍິ່ງໃຫຍ່.
ການແຂ່ງຂັນລາຍການດັ່ງກ່າວ ຈັດຂຶ້ນສອງວັນລະຫວ່າງວັນທີ 14-15 ຕຸລາ ຜ່ານມາ ທີ່ສະໂມສອນກິລາໃນຮົ່ມບູຢອງ (ດົງໂດກ) ໂດຍມີ ທ່ານ ພຸດ ສີມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ປະທານຄະນະກຳມະການໂອແລັມປິກແຫ່ງຊາດລາວ (ຄອລ), ທ່ານ ສົມພູ ພົງສາ ຮອງປະທານ ຄອລ, ທ່ານ ແສງພອນ ພົນອາມາດ ຫົວໜ້າກົມກິລາລະດັບສູງ, ເລຂາທິການ ຄອລ, ທ່ານ ເວມີ ແມັກອິນທອດ (WAYME MCINTOSH) ຜູ້ອໍານວຍການໃຫຍ່ ບໍລິສັດ ລາວຟອດ ຊິຕີ, ທ່ານ ທິນນະກອນ ທອງຄຳ ຮອງປະທານສະຫະພັນເທຄວັນໂດແຫ່ງຊາດ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໂອກາດນີ້, ທ່ານ ຈັນທະວົງ ປັນຍາສີລິ ຮອງຫົວໜ້າກົມກິລາລະດັບສູງ ທັງເປັນເລຂາທິການສະຫະພັນເທຄວັນໂດແຫ່ງຊາດລາວ ກ່າວວ່າ: ການຈັດງານຄັ້ງນີ້ ແມ່ນເພື່ອສົ່ງເສີມ ແລະ ພັດທະນານັກກິລາ ເທຄວັນໂດ ໃນຂອບເຂດທົ່ວປະເທດ ໃຫ້ມີຂະບວນການເຄື່ອນໄຫວ ຝຶກແອບ ແລະ ແຂ່ງຂັນ ໂດຍແມ່ນບໍລິສັດ ລາວຟອດຊິຕີ ໃຫ້ການອຸປະຖໍາຫຼັກ. 
ເຂົ້າຮ່ວມແຂ່ງຂັນທັງໝົດ 19 ສະໂມສອນ ລວມນັກກິລາທັງໜົດ 311 ຄົນ ຍິງ 128 ຄົນ. ການແຂ່ງຂັນມີ 3 ປະເພດແຂ່ງຂັນ ຄື: ລາຍການແຂ່ງຂັນປະເພດຕໍ່ສູ້,  ປະເພດປຸ່ມເຊ້ ແລະ ປະເພດເຕະປະກອບອຸປະກອນ  ລວມມີການແຂ່ງຂັນທັງໝົດ 110 ລາຍການ ມີລະດັບອານຸຊົນ, ເຍົາວະຊົນ ແລະ  ຊາວໜຸ່ມ.
ຜ່ານການແຂ່ງຂັນຜົນປະກົດວ່າ: ສະໂມສອນ ລ້ານຊ້າງ  ດີກຣີ ຍາດທີ 1 ພ້ອມຮັບຂັນລາງວັນ, ທີ 2 ແມ່ນ ສະໂມສອນ ພີເອັມເອັດ (PMS) ແລະ ທີ 3  ສະໂມສອນຕາວັນ, ນອກນັ້ນ ກໍຍັງໄດ້ມີການມອບຫຼຽນ ແລະ ຂັນລາງວັນໃຫ້ແກ່ນັກກິລາ ແລະ ຄູຝຶກທີ່ມີຜົນງານດີເດັ່ນອີກດ້ວຍ.  
ຂ່າວ-ພາບ: ສົງການ ພັນແພງດີ